ເຄິ່ງປີທຳອິດຕົວເລກການຜະລິດອຸດສາຫະກຳ – ຫັດຖະກໍາ ຫຼຸດຄາດໝາຍ

130

6 ເດືອນຕົ້ນປີ 2020 ການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາຂອງ ສປປ ລາວ ປະຕິບັດໄດ້ 42,7% ຂອງແຜນປີ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 4,8% ມູນຄ່າການຈໍລະຈອນສິນຄ້າພາຍໃນ ປະຕິບັດໄດ້ 40,47% ຂອງແຜນການປີ. ສ່ວນແຜນການ 6 ເດືອນທ້າຍປີ ຈະສຸມໃສ່ສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບການສົ່ງອອກ.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມ ປະຈຳປີ 2019 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຂຶ້ນເມື່ອວັນທີ 30 – 31 ກໍລະກົດ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເຊິ່ງຈັດໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຄ ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າພະແນກ ອຄ ໃນທົ່ວປະເທດເຂົ້າຮ່ວມ.

ທ່ານ ພູວຽງ ພົງສາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານຮອບດ້ານໃນ 6 ເດືອນຕົ້ນປີ 2020 ຂອງຂະແໜງ ອຄ ເຫັນໄດ້ວ່າປະເທດເຮົາປະສົບບັນຫາທາງດ້ານເສດຖະກິດຫຼາຍໆດ້ານ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ – 19, ສົ່ງຜົນກະທົບຕໍ່ເສດຖະກິດພາຍໃນປະເທດເປັນຕົ້ນດ້ານ ອຄ ກໍໄດ້ຮັບຜົນກະທົບບໍ່ໜ້ອຍເຮັດໃຫ້ບັນດາໂຮງຈັກ, ໂຮງງານ, ບໍລິສັດ, ຫ້າງຮ້ານ, ຊຸບເປີ້ມາເກັດ, ຮ້ານມິນິມາກ, ຕະຫຼາດ, ຮ້ານຄ້າຂາຍ ຍົກ – ຂາຍຍ່ອຍ ແລະ ອື່ນໆ ກໍໄດ້ມີການປິດກິດຈະການ ແລະ ຢຸດການດໍາເນີນການຜະລິດໄວ້ຊົ່ວຄາວ ເຮັດໃຫ້ການຈໍລະຈອນຊື້ – ຂາຍສິນຄ້າ ແລະ ການບໍລິການພົບຄວາມຫຍຸ້ງຍາກ. ໃນນີ້, ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະຕິບັດໄດ້ປະມານ 6.256 ຕື້ກີບ ເທົ່າກັບ 42,7% ຂອງແຜນປີ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 4,8%.

ມູນຄ່າການຈໍລະຈອນສິນຄ້າພາຍໃນ ( ຂາຍຍົກ – ຂາຍຍ່ອຍ ) ຄາດຄະເນປະຕິບັດໄດ້ປະມານ 29.290,47 ຕື້ກີບ ເທົ່າກັບ 40,47% ຂອງແຜນການ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ -10,25%.

ທັງນີ້, ທາງລັດຖະບານ ກໍຄືກະຊວງ ອຄ ໄດ້ວາງມາດຕະການຊ່ວຍເຫຼືອຕໍ່ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ( SMEs ) ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ເຊັ່ນ: ສົມທົບກັບທະນາຄານພັດທະນາລາວ ຄົ້ນຄວ້ານະໂຍບາຍເລື່ອນຊໍາລະຕົ້ນທຶນໃຫ້ SMEs ໄລຍະ 3 ເດືອນ; ທະນາຄານພັດທະນາລາວຫຼຸດອັດຕາດອກເບ້ຍໃຫ້ SMEs 2% ເປັນເວລາ 3 ເດືອນ ( ມິຖຸນາ – ສິງຫາ 2020 ); ອອກແຈ້ງການເລກທີ 371/ທສວ ລົງວັນທີ 9 ກໍລະກົດ 2020 ໃນບ້ວງເງິນ 200 ຕື້ກີບ ເພື່ອໃຫ້ທະນາຄານປ່ອຍສິນເຊື່ອໃຫ້ SMEs 4 ຂະແໜງບຸລິມະສິດ ຄື: ອຸດສາຫະກໍາປຸງແຕ່ງຜະລິດຕະພັນສິນຄ້າກະສິກໍາ, ຂະແໜງຫັດຖະກໍາ, ກະສິກໍາປູກຝັງ ແລະ ລ້ຽງສັດ ແລະ ຂະແໜງທ່ອງທ່ຽວ.
ສ່ວນບັນດາແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2020 ຄື:

1 ແຜນງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສຸມໃສ່ຄົ້ນຄວ້າຮູບແບບ ( Modality ) ໃນການເຈລະຈາເປີດຕະຫຼາດການຄ້າດ້ານສິນຄ້າໃນຮອບທີ 5 ຂອງຂອບສັນຍາການຄ້າອາຊີ – ປາຊີຟິກ ແລະ ຮ່າງສັນຍາການຄ້າດ້ານບໍລິການ; ສືບຕໍ່ຮ່ວມກັບຝ່າຍ ສສ ຫວຽດນາມ ໃນການສ້າງກົນໄກສົ່ງເສີມການຄ້າຊາຍແດນ ແລະ ເຮັດບົດບັນທຶກຄວາມເຂົ້າໃຈຮ່ວມກັນ ກ່ຽວກັບການພັດທະນາ ແລະ ເຊື່ອມຈອດພື້ນຖານໂຄງລ່າງການຄ້າຊາຍແດນລາວ ແລະ ຫວຽດນາມໃຫ້ສໍາເລັດ.

2 ແຜນງານສ້າງສະພາບແວດລ້ອມເພື່ອເອື້ອອໍານວຍໃຫ້ແກ່ພາກທຸລະກິດ, ສຸມໃສ່ສ້າງນິຕິກໍາລຸ່ມກົດໝາຍໃຫ້ສໍາເລັດໃນທ້າຍປີ 2020 ຄື: ດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ແລະ ດໍາລັດວ່າດ້ວຍການຄຸ້ມຄອງສິນຄ້າທີ່ສາມາດນໍາໃຊ້ໄດ້ສອງດ້ານ, ຄົ້ນຄວ້າສ້າງລະບຽບຄຸ້ມຄອງການເປີດສູນຈໍາໜ່າຍສິນຄ້າ ODOP ແຫ່ງຊາດ ເພື່ອສົ່ງເສີມການສ້າງແຮງຈູງໃຈໃຫ້ແກ່ທຸລະກິດກ່ຽວກັບການປະດັບດາວມະຍົດ ODOP ແຫ່ງຊາດ ໂດຍຄົ້ນຄວ້າສະເໜີຍົກລະດັບລະບຽບຕິດດາວໃຫ້ເປັນດໍາລັດ ແລະ ເພີ່ມທະວີຂອດປະສານງານກັບຂະແໜງການກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ໃຫ້ປາກົດຜົນເປັນຈິງ ໂດຍສະເພາະຜັກດັນໃຫ້ມີການອອກນິຕິກໍາໃຫ້ຈະແຈ້ງ ແລະ ບັນຊີກິດຈະການຕ່າງໆໂດຍໄວ.

3 ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ເພື່ອຮອງຮັບກັບການແຂ່ງຂັນທີ່ເພີ່ມຂຶ້ນ.

ເພີ່ມທະວີການຈັດຕັ້ງປະຕິບັດການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກ ຕາມຂໍ້ຕົກລົງເລກທີ 51/ນຍ.

ການສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບການສົ່ງອອກ ແມ່ນສຸມໃສ່ຄົ້ນຄວ້າ, ແນະນຳກ່ຽວກັບການໃຫ້ຂໍ້ມູນ – ຂ່າວສານການຄ້າກ່ຽວກັບເງື່ອນໄຂ, ມາດຖານ ແລະ ຕະຫຼາດການສົ່ງອອກສິນຄ້າກະສິກໍາຂອງລາວໄປ ສປ ຈີນ ໂດຍເນັ້ນໃສ່ໝາກກ້ວຍ, ໝາກໂມ, ສາລີແຂງ, ມັນຕົ້ນແຫ້ງ, ເຂົ້າ ແລະ ມັນດ້າງ ທີ່ເຮົາເຈລະຈາເປີດຕະຫຼາດສໍາເລັດແລ້ວ.

ສຸມໃສ່ການສ້າງລະບົບຖານຂໍ້ມູນສິນຄ້າໃຫ້ສາມາດ ນຳໃຊ້ໄດ້ໃນລະບົບ Smart Phone ແລະ Tablet ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອໃຫ້ເຂົ້າເຖິງຕະຫຼາດສິນຄ້າໄດ້ງ່າຍ. ພ້ອມດຽວກັນນີ້, ຍັງຈະໄດ້ພັດທະນາລະບົບການເຊື່ອມຕໍ່ຖານຂໍ້ມູນ – ຂ່າວສານຕະຫຼາດເຂົ້າ ແລະ ສັດ ຮ່ວມກັບກະຊວງ ກປ ( ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ) ເພື່ອເຊື່ອມຕໍ່ຂໍ້ມູນຮ່ວມກັນ.

ໂຄສະນາເຜີຍແຜ່ຂໍ້ມູນ – ຂ່າວສານການຄ້າທາງສື່ສິ່ງ ພິມປຶ້ມວາລະສານໂອດັອບ, ປຶ້ມສິນຄ້າທ່າແຮງຂອງແຕ່ລະ ແຂວງ ແລະ ເຜີຍແຜ່ທາງສື່ ອອນລາຍ ເຊັ່ນ: ເວັບໄຊຂອງກົມສົ່ງເສີມການຄ້າ ແລະ ເວັບໄຊ Plaosme.com ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຜູ້ປະກອບການ SME ສາມາດເຂົ້າຕະຫຼາດອາຊີໄດ້ ແລະ ຫັນໄປເປັນເວັບໄຊ e-commerceໃຫ້ມີການຊື້ – ຂາຍແບບ online ໄດ້.

ເພີ່ມທະວີການປັບປຸງ ແລະ ຍົກລະດັບໂຮງງານຫັດຖະກໍາ ເພື່ອສ້າງເປັນກຸ່ມການຜະລິດ ແລະ ກ້າວໄປເຖິງການຮັບຮອງສິນຄ້າໂອດັອບ ແລະ ສ້າງພື້ນຖານ, ກຽມຄວາມພ້ອມໃຫ້ແກ່ສິນຄ້າທີ່ໄດ້ຮັບກາໝາຍ ODOP ເພື່ອໃຫ້ໄດ້ຮັບມາດຕະຖານກ້າວໄປເຖິງການຮັບກາໝາຍ ( Brand Name ).

ຊຸກຍູ້ສົ່ງເສີມການຜະລິດຫັດຖະກໍາຕິດພັນກັບການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາຢ່າງກົມກຽວ, ສົ່ງເສີມການສົ່ງອອກກັບທີ່ ແລະ ຊຸກຍູ້ພາກທຸລະກິດສ້າງສູນຈໍາໜ່າຍຜະລິດຕະພັນ, ສິນຄ້າໂອດັອບພາຍໃນເມືອງ ຫຼື ແຂວງລະໜຶ່ງແຫ່ງ.

ຊຸກຍູ້ສົ່ງເສີມການເຂົ້າເຖິງ ແລະ ການຂະຫຍາຍຕະຫຼາດຂອງບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍຮູບການຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໃຫ້ເປັນປະຈໍາ

ສົ່ງເສີມການຝຶກອົບຮົມການໃຫ້ຄວາມຮູ້ທຸລະກິດລາວທີ່ຈະເຂົ້າເຖິງຕະຫຼາດຍີ່ປຸ່ນ ແລະ ຮຽນຮູ້ມຸມມອງຂອງນັກທຸລະກິດຍີ່ປຸ່ນ ໃນການຊອກຫາຄູ່ຮ່ວມທຸລະກິດ.

ຍຸດທະສາດສົ່ງອອກເຂົ້າ ທ້າຍປີ 2020 ກະກຽມເປີດກອງປະຊຸມຂອງຄະນະພັດທະນາຍຸດທະສາດ, ພ້ອມທັງສ້າງຖານຂໍ້ມູນ MIS ຜະລິດຕະພັນເຂົ້າ, ສາລີ ແລະ ພືດຜັກ ໂດຍການສ້າງຖານຂໍ້ມູນກຸ່ມຜະລິດ, ກຸ່ມທຸລະກິດເກັບຊື້ ແລະ ຖານຂໍ້ມູນດ້ານການຕະຫຼາດ.