ຮອງລັດຖະມົນຕີ ອຄ ລົງຊຸກຍູ້ຜູ້ປະກອບການທີ່ນໍາໃຊ້ເງິນສົ່ງເສີມ ທສວ

143

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ( ອຄ ) ທັງເປັນປະທານສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ຜູ້ປະກອບການທີ່ກູ້ຢືມເງິນຈາກກອງທຶນ ທສວ ເພື່ອທໍາການຜະລິດສະບຽງອາຫານຕອບສະໜອງຊົມໃຊ້ພາຍໃນ.

ພາບປະກອບຂ່າວເທົ່ານັ້ນ

ການລົງຢ້ຽມຢາມຄັ້ງນີ້ ມີຂຶ້ນໃນວັນທີ 29 ກໍລະກົດ 2020 ທີ່ບໍລິສັດເມືອງລາວສະໜອງ ສະບຽງອາຫານ ຢູ່ບ້ານທ່າ ສົ້ມມໍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ປູກພືດກະສິກໍາສະອາດ ເປັນຕົ້ນໝາກແຕງ, ໝາກເຫຼ່ນ, ໝາກເຜັດ ແລະ ພືດຜັກທີ່ເປັນໃບຈຳນວນໜຶ່ງ ແລະ ເຂົ້າ ແບບທັນສະໄໝ ໃນເນື້ອທີ່ທັງໝົດ 7 ເຮັກຕາ ເພື່ອຈໍາໜ່າຍໃຫ້ຕະຫຼາດສົດ ແລະ ຮ້ານອາຫານຈຳນວນໜຶ່ງ.

ພ້ອມນັ້ນ, ຍັງເຮັດການສົ່ງເສີມປະຊາຊົນປູກພືດກະສິກຳ ແລະ ຊ່ວຍຈັດສົ່ງໃຫ້ຜູ້ຊົມໃຊ້ສຸດທ້າຍ. ຜູ້ປະກອບກິດຈະການດັ່ງກ່າວໄດ້ຮັບການອະນຸມັດສິນເຊື່ອຈາກທະນາຄານພັດທະນາລາວ ໃນມູນຄ່າ 4 ຕື້ກີບ ເພື່ອເປັນທຶນຄົງທີ່ສໍາລັບການເຮັດເຮືອນຮົ່ມ ລວມທັງໝົດ 50 ຫຼັງ ແລະ ທຶນໝູນວຽນເພື່ອຊື້ແນວພັນພືດທີ່ນໍາເຂົ້າຈາກຕ່າງປະເທດ ແລະ ເກັບຊື້ຜົນຜະລິດຈາກຊາວສວນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ບຸນທ່ຽງ ລັດຕະນະວົງ ເຈົ້າຂອງກິດຈະການດັ່ງກ່າວ ໄດ້ມີຄຳເຫັນວ່າ: ການເຂົ້າເຖິງແຫຼ່ງທຶນບໍ່ແມ່ນເລື່ອງງ່າຍ ແຕ່ກໍບໍ່ຍາກຈົນເກີນໄປ ແຕ່ຕ້ອງສະແດງໃຫ້ເຫັນວ່າມີຄວາມຕັ້ງໃຈເຮັດແທ້ທໍາຈິງມີແຜນທຸລະກິດທີ່ສາມາດຈັບຕ້ອງໄດ້ ແລະ ທຶນທີ່ໄດ້ມານັ້ນແມ່ນນໍາໃຊ້ໃຫ້ຖືກເປົ້າໝາຍ, ສຳຄັນຕົນເອງແມ່ນໄດ້ຄົບເງື່ອນໄຂທີ່ ທສວ ວາງອອກ ໂດຍສະເພາະແມ່ນມີການຖືບັນຊີວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍ ແລະ ພ້ອມທີ່ຈະເຂົ້າຮ່ວມການຝຶກອົບຮົມເພື່ອຍົກລະດັບຄວາມຮູ້ດ້ານການດຳເນີນທຸລະກິດໃນຫົວຂໍ້ທີ່ຂະແໜງອຸດສາຫະກໍາ ແລະ ການຄ້າກຳນົດ, ສິ່ງຕ່າງໆທີ່ກ່າວມານັ້ນແມ່ນເຫດຜົນທີ່ທະນາຄານຕັດສິນໃຈອະນຸມັດສິນເຊື່ອໃຫ້.

ພາບປະກອບຂ່າວເທົ່ານັ້ນບໍ່ກ່ຽວກັບເຫດການໃນຂ່າວ

ທ່ານຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີຄຳເຫັນວ່າ “ ການລົງມາຕິດຕາມໃນຄັ້ງນີ້ ສ່ວນໜຶ່ງກໍເພື່ອເກັບກຳຂໍ້ມູນເຂົ້າໃນກອງປະຊຸມປະຈໍາປີ 2019 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ທົ່ວປະເທດ ແລະ ອີກສ່ວນໜຶ່ງກໍເພື່ອໃຫ້ເຫັນໄດ້ວ່າຜູ້ປະກອບກິດຈະການທີ່ໄດ້ຮັບທຶນກູ້ຢືມດອກເບ້ຍຕໍ່າຂອງ ທສວ ແມ່ນເຮັດແທ້ທຳຈິງ ບໍ່ແມ່ນເຮັດເພື່ອເປັນຮູບການ. ນອກຈາກເງິນສະໜອງສິນເຊື່ອແລ້ວ ທສວ ຍັງມີເງິນທຶນສົ່ງເສີມວິຊາການຈໍານວນໜຶ່ງ ເພື່ອຊຸກຍູ້ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( ຈວນກ ), ຖ້າຫາກວ່າຜູ້ປະກອບກິດຈະການຫາກມີຄວາມຕ້ອງການຮັບການຊຸກຍູ້ດ້ານວິຊາການຕື່ມ ກໍໃຫ້ສະເໜີໄປຍັງ ທສວ ໄດ້.

ພາບປະກອບຂ່າວເທົ່ານັ້ນ

ພ້ອມນັ້ນ, ທ່ານຍັງໄດ້ຝາກໄປເຖິງຜູ້ປະກອບກິດຈະການບໍ່ໃຫ້ຫຼົງເຊື່ອການຕົວະຍົວະຂອງນາຍໜ້າແລ່ນເງິນກູ້ຢືມທາງສື່ສັງຄົມອອນລາຍຕ່າງໆ ຫຼື ເສຍເງິນຫົວຄິວໃຫ້ທະນາຄານກ່ອນຈຶ່ງໄດ້ຮັບເງິນກູ້ ແລະ ກໍໄດ້ຝາກໃຫ້ທະນາຄານຖືລູກຄ້າເປັນຄູ່ຮ່ວມມື ບໍ່ແມ່ນເປັນລູກໜີ້ ”.

ໃນປີ 2020 ລັດຖະບານອະນຸມັດ ທສວ ມູນຄ່າ 200 ຕື້ກີບ ອັດຕາດອກເບ້ຍ 3% ຕໍ່ປີ ໃຫ້ ຈວນກ ທີ່ຄົບເງື່ອນໄຂ ຄື:

1 ຂຶ້ນທະບຽນວິສາຫະກິດຢ່າງຖືກຕ້ອງຕາມກົດໝາຍ.

2 ມີແຮງງານ 99 ຄົນລົງມາ ຫຼື ຊັບສິນທັງໝົດຕໍ່າກວ່າ 6 ຕື້ກີບ ຫຼື ມີຍອດລາຍຮັບປະຈຳປີຕໍ່າກວ່າ 6 ຕື້ກີບ.

3 ຖືບັນຊີຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍການບັນຊີ.

4 ຜ່ານການອົບຮົມໃນຫົວຂໍ້ ການວາງແຜນທຸລະກິດ ການວາງແຜນການເງິນ ແລະ ການບັນຊີເງິນສົດ.

5 ເປັນທຸລະກິດທີ່ມີຜົນຕອບແທນທາງທຸລະກິດ ແລະ ບໍ່ມີໜີ້ບໍ່ເກີດດອກອອກຜົນ ຫຼື NPL ຢູ່ທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ.

6 ນອນໃນຂະແໜງບຸລິມະສິດ ແລະ ຂົງເຂດບຸລິມະສິດຂອງລັດຖະບານ.

ພາບປະກອບຂ່າວເທົ່ານັ້ນ

ການປ່ອຍສິນເຊື່ອແມ່ນຜ່ານ 4 ທະນາຄານທຸລະກິດ ຄື: ທະນາຄານພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນລາວ, ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ທະນາຄານມາຣູຣານເຈແປນລາວ.

ຮອດເດືອນມິຖຸນາ 2020 ບັນດາທະນາຄານທຸລະກິດສາມາດປ່ອຍສິນເຊື່ອໃຫ້ ຈວນກ 13 ຫົວໜ່ວຍ, ຜູ້ປະກອບກິດຈະການແມ່ຍິງ ຈໍານວນ 6 ຫົວໜ່ວຍ ເປັນຈຳນວນເງິນທັງໝົດ 20 ຕື້ກີບ. ໃນນີ້, ຂະແໜງກະສິກຳ 10 ຫົວໜ່ວຍ, ຂະແໜງອຸດສາຫະກຳ 2 ຫົວໜ່ວຍ ແລະ ຂະແໜງຫັດຖະກໍາ 1 ຫົວໜ່ວຍ. ຈວນກ ທີ່ໄດ້ຮັບສິນເຊື່ອໃນບ້ວງນີ້ແມ່ນມາຈາກ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງຊຽງຂວາງ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງສາລະວັນ.