“ນ້ອງຢາກເປັນນັກວິທະຍາສາດ” ໂຄງການດີໆລົງສະຫວັນນະເຂດ ສົ່ງເສີມຄວາມຮູ້ໃໝ່ໃຫ້ຊາວໜຸ່ມ-ເຍົາວະຊົນ

144

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກິດຈະກຳ “ໂຄງການນ້ອງຢາກເປັນນັກວິທະຍາສາດ” ຂຶ້ນໃນວັນທີ 28 ກໍລະກົດ 2020 ທີ່ຜ່ານມາ, ທີ່ຫ້ອງວ່າການແຂວງສະຫວັນນະເຂດ ໂດຍເອົານ້ອງນ້ອຍຊາວໜຸ່ມ-ເຍົາວະຊົນ ຈາກຊັ້ນມັດທະຍົມພາຍໃນ ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ປະກອບມີ: ໂຮງຮຽນ ມສ ສະຫວັນ, ມສ ໂພນສະຫວັນ ແລະ ມສ ອຸດົງວິໄລ ລວມທັງໝົດ 50 ກວ່າຄົນ.

ການໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ກ່ຽວກັບ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເປັນວຽກງານໜຶ່ງທີ່ສໍາຄັນ ເພື່ອສ້າງຄວາມເຂົ້າໃຈ ແລະ ຊຸກຍູ້ສົ່ງເສີມ ໃຫ້ບັນດາຂະແໜງການ ກໍຄືທຸກຄົນໃນສັງຄົມຮູ້ໝູນໃຊ້ວຽກງານດັ່ງກ່າວເຂົ້າໃນຊີວິດປະຈໍາວັນ. ນອກນັ້ນ, ຍັງສາມາດສຶກສາ-ຄົ້ນຄວ້າໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າຊ່ວຍໃນການສ້າງລາຍຮັບ ເປັນຕົ້ນແມ່ນໃນຂົງເຂດການຜະລິດກະສິກໍາ, ບັນດາໂຮງຈັກໂຮງງານ ກໍຄືຫົວໜ່ວຍທຸລະກິດ ເພື່ອສ້າງຄວາມສະດວກສະບາຍ, ວ່ອງໄວ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດສິນຄ້າ ຊຶ່ງສິ່ງທີ່ກ່າວມານັ້ນແມ່ນປາສະຈາກບໍ່ໄດ້ໂດຍສະເພາະແມ່ນບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ.

ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອເປັນການໂຄສະນາເຜີຍແຜ່, ປູກຈິດສໍານຶກ ແລະ ຊຸກຍູ້ສົ່ງເສີມແນວຄິດຈິນຕະນາການໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ທາງດ້ານວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແນໃສ່ສ້າງຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ເພື່ອໃຫ້ເຂົາເຈົ້າມີຄວາມໄຝ່ຝັນທີ່ຈະເປັນນັກວິທະຍາສາດໃນອະນາຄົດ ໂດຍສະເພາະແມ່ນນັກຮຽນຊັ້ນປະຖົມ ຈົນເຖິງ ຊັ້ນມັດທະຍົມ ຊຶ່ງເປັນໄວທີ່ກໍາລັງສຶກສາຮຽນຮູ້ ແລະ ພວມກ້າວເຂົ້າສູ່ການເລືອກສາຂາວິຊາຮຽນ.

“ໂຄງການນ້ອງຢາກເປັນນັກວິທະຍາສາດ” ແມ່ນຈັດຕັ້ງປະຕິບັດໂດຍ ຫ້ອງການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ພະແນກຂ່າວສານ ແລະ ປະຊາສໍາພັນ) ໂດຍສົມທົບກັບ ຄະນະບໍລິຫານງານຊາວໜຸ່ມ ປປລ ກວຕ ແລະ ບັນດາກົມ, ສະຖາບັນ ພາຍໃນກະຊວງ ຊຶ່ງໄດ້ຮວບຮວມເອົາຜົນງານການຄົ້ນຄວ້າ, ວິໄຈ ແລະ ສາລະໜ້າຮູ້ທີ່ຕິດພັນກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເຊັ່ນ: ລະບົບນິເວດວິທະຍາ ແລະ ການທົດລອງສາທິດການສ້າງຫົວເຊື້ອຈຸລິນຊີ; ວຽກງານດາລາສາດ (ຮຽນຮູ້ລະບົບສຸລິຍະຈັກກະວານ ແລະ ສ້າງແບບຈໍາລອງດາວເຄາະ), ການທົດລອງ-ສາທິດການເກີດປະຕິກິລິຍາທາງເຄມີ, ຂໍ້ດີຂໍ້ເສຍຂອງການໃຊ້ສື່ສັງຄົມອອນລາຍ ແລະ ການນໍາໃຊ້ປື້ມແບບເອເລັກໂຕຼນິກ (E-Book) ເພື່ອເຜີຍແຜ່ ແລະ ສ້າງກິດຈະກໍາ ຖາມ-ຕອບ ພ້ອມທັງປະຕິບັດຕົວຈິງຮ່ວມກັບນ້ອງນ້ອຍເຍົາວະຊົນ.

ຊຶ່ງຜ່ານການຈັດກິດຈະກໍາໃນຄັ້ງນີ້ ເຫັນໄດ້ວ່າ ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນ ແມ່ນມີຄວາມສົນໃຈຫຼາຍຕໍ່ການນໍາສະເໜີ ແລະ ທົດລອງສາທິດກ່ຽວກັບ ວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມທັງເຂົ້າຮ່ວມການທົດລອງທາງດ້ານວິທະຍາສາດ ດ້ວຍບັນຍາກາດຟົດຟື້ນ.

ການຈັດກິດຈະກໍາ “ໂຄງການນ້ອງຢາກເປັນນັກວິທະຍາສາດ” ຄັ້ງນີ້ ມີນັກວິທະຍາກອນຈາກຫ້ອງການ, ກົມເຕັກໂນໂລຊີດິຈິຕອລ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ຫ້ອງການສະພາວິທະຍາສາດ ແຫ່ງຊາດ ແລະ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຼນິກ ເຂົ້າຮ່ວມບັນລະຍາຍ ແລະ ນໍາພາການທົດລອງ-ສາທິດ ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນໂອກາດດຽວກັນນີ້, ໂຄງການດັ່ງກ່າວຍັງໄດ້ຮັບກຽດເຂົ້າຢ້ຽມຊົມກິດຈະກໍາ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຄະນະປະຈຳແຂວງ, ຮອງເຈົ້າແຂວງໆ ສະຫວັນນະເຂດ ພ້ອມທັງມອບອຸປະກອນການຮຽນເພື່ອສ້າງແຮງບັນດານໃຈໃຫ້ແກ່ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນອີກດ້ວຍ.

ຂອບໃຈຂ່າວຈາກ: ໜັງສືພິມວິທະຍາສາດ ແລະພັດທະນາ