ສູນຝຶກທັກສະ ພ້ອມຮັບໃຊ້ສັງຄົມ ເນັ້ນຝຶກປະຕິບັດຕົວຈິງ

262

ສູນຝຶກທັກສະ ( TAKSA Training Center ) ໄດ້ເປີດຢ່າງເປັນທາງການ ໂດຍມີເປົ້າໝາຍຝຶກທັກສະດ້ານຄວາມຄິດ, ຄວາມຮູ້ສູ່ຄວາມສາມາດ ດ້ວຍການຝຶກແບບປະຕິບັດຕົວຈິງ.

ພິທີເປີດສູນຝຶກທັກສະ ໄດ້ມີຂຶ້ນໃນວັນທີ 31 ກໍລະກົດຜ່ານມາ ທີ່ອາຄານໃນໂຮງຮຽນສິລະປະແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີບັນດານັກເວົ້າ, ແຂກຖືກເຊີນບັນດາອົງກອນ ແລະ ຜູ້ທີ່ມີຄວາມສົນໃຈດ້ານການເວົ້າການພັດທະນາຕົນເອງເຂົ້າຮ່ວມ.

ທ່ານ ທອງດີ ພົມມະວົງສາ ຜູ້ອຳນວຍການສູນຝຶກທັກສະ ກ່າວວ່າ: ສູນຝຶກທັກສະເປັນວິສາຫະກິດເພື່ອສັງຄົມ ເນັ້ນຝຶກປະຕິບັດຕົວຈິງ ທັງເປັນບ່ອນສ້າງນັກເວົ້າ, ນັກໂຄສະນາ – ປະຊາສຳພັນ ແລະ ສ້າງໃຫ້ບຸກຄະລາກອນລາວກ້າເວົ້າຕໍ່ໜ້າມວນຊົນໃຫ້ຫຼາຍຂຶ້ນ ຈຶ່ງເປັນທີ່ມາຂອງສູນຝຶກທັກສະ.

ທ່ານຜູ້ອຳນວຍການສູນຝຶກທັກສະ ກ່າວຕື່ມວ່າ: ກ່ອນຈະມາເປັນສູກຝຶກທັກສະ ໃນປີ 2016 ຕົນເອງໄດ້ຢຸດດື່ມສ້າງສັນທ້າຍອາທິດ ເພື່ອຫັນມາອ່ານປຶ້ມຫັນມາຮ່ວມງານສຳມະນາຈາກຫຼາຍໆຄົນ ແລະ ໃຊ້ເວລາວ່າງທ້າຍອາທິດໄປບັນຍາຍການເວົ້າຕໍ່ໜ້າມວນຊົນ. ພ້ອມກັນນັ້ນ, ໄດ້ໄປຟັງນັກເວົ້າເກັ່ງໆທັງພາຍໃນ ແລະ ຕ່າງປະເທດ. ໃນທີ່ສຸດປີ 2018 ຈຶ່ງຫຼົງໄຫຼໃນທັກສະການເວົ້າຕໍ່ໜ້າມວນຊົນ ມີ ຄວາມສຸກທຸກຄັ້ງທີ່ຂຶ້ນເວທີ ດີໃຈທຸກຄັ້ງທີ່ໄດ້ປະກອບຄຳເຫັນໃນກອງປະຊຸມ ພູມໃຈທຸກຄັ້ງທີ່ໄດ້ແບ່ງປັນທັກສະທີ່ຕົນເອງມີໃຫ້ກັບຊາວໜຸ່ມລາວ ແລະ ບຸກຄະລາກອນລາວ.

ຕົກມາທ້າຍປີ 2019 ຫົວໃຈຈຶ່ງບອກໃຫ້ຂ້ອຍລາອອກຈາກວຽກຕຳແໜ່ງສູງ ເງິນເດືອນສູງ ສະຫວັດດີການດີ ມີກຽດ ແລ້ວມາເປີດສູນຝຶກທັກສະ ເຊິ່ງເປັນວິສາຫະກິດເພື່ອສັງຄົມ ໂດຍມີເປົ້າໝາຍຝຶກທັກສະດ້ານຄວາມຄິດ, ຄວາມຮູ້ສູ່ ຄວາມສາມາດດ້ວຍການຝຶກແບບປະຕິບັດຕົວຈິງ ເພື່ອອອກມາແລ່ນຕາມຫົວໃຈຝັນ ເຮັດໃນສິ່ງທີ່ມັກ ເມື່ອຍແຕ່ມ່ວນ ທັງມີປະໂຫຍດຕໍ່ການພັດທະນາບຸກຄະລາກອນລາວ. ດັ່ງນັ້ນຈຶ່ງໄດ້ເປີດສູນຝຶກທັກສະຢ່າງເປັນທາງການໃນວັນທີ 31 ກໍລະກົດ 2020.

ພາຍໃນງານນອກຈາກຈະເປັນການເປີດໂຕສູນທັກສະແລ້ວ ຍັງມີການເສວະນາ, ການບັນຍາຍ ແບ່ງປັນຄວາມຮູ້ຈາກບັນດາວິທະຍາກອນທີ່ມີຊື່ສຽງ ເຊັ່ນ: ການບັນຍາຍໃນຫົວຂໍ້ ທັກສະການເວົ້າຕໍ່ໜ້າມວນຊົນ ໂດຍ ທ່ານ ອາຈານ ທອງດີ ພົມມະວົງສາ; ປັບວິທີຄິດ ຊີວິດປ່ຽນ ໂດຍ ທ່ານ ນາງ ອາລັນ ຂຸນນະເສນ; ພະລັງແຫ່ງອິຄິໄກ ສ້າງຊີວິດໃຫ້ມີຄຸນຄ່າ ໂດຍ ທ່ານ ຫັດສະຫວັນ ແຮມະນີ ( ຄູເຊັ່ງ ); ທັກສະການສື່ສານກັບລູກໃນຍຸກ 4.0 ໂດຍ ທ່ານ ເພັດວຽງຄອນ ໄຊຍະສານ; ທັກສະການຂາຍ ໂດຍ ທ່ານ ລຳພຽງ ຂະຕິຍະລາດ ເຊິ່ງທຸກທັກສະນີ້ລ້ວນແຕ່ມີປະໂຫຍດ, ໃຫ້ຄວາມຮູ້, ແງ່ຄິດ ແກ່ການພັດທະນາຕົນເອງໄດ້ຈິງໃນການໃຊ້ຊີວິດ, ການງານ ແລະ ຄອບຄົວ.

ທ່ານ ທອງດີ ພົມມະວົງສາ ກ່າວຕື່ມວ່າ: ໃນຕໍ່ໜ້າສູນຝຶກທັກສະຈະສືບຕໍ່ໃນການເປີດຝຶກອົບຮົມທັກສະການເວົ້າຕໍ່ໜ້າມວນຊົນສຳລັບເຍົາວະຊົນ, ໄວໜຸ່ມ ແລະ ຜູ້ໃຫຍ່, ທັກສະການໂຄສະນາຊຸມຊົນ, ທັກສະການເປັນພິທີກອນ, ທັກສະການຂາຍ, ທັກສະການສື່ສານຂອງພໍ່ແມ່ ແລະ ລູກ, ທັກສະການສື່ສານລະຫວ່າງຜົວ – ເມຍ, ທັກສະການສ້າງບຸກຄະລິກກະພາບ ສຳລັບພະນັກງານຫ້ອງການ, ທັກສະການຂຽນແຜນການຕະຫຼາດ, ທັກສະການປັບຄວາມຄິດເພື່ອໃຫ້ຊີວິດປ່ຽນ ເພື່ອພັດທະນາຄົນກໍຄືພັດທະນາສັງຄົມ ແລະ ປະເທດຊາດ.