ນັກເຕະໃໝ່ຈາກພາກໃຕ້ 4 ຄົນໄດ້ທົດສອບກັບ ຢູ 19 ລາວ ນັດອຸ່ນເຄື່ອງຊະນະນັດທີ 2

161

ນັກເຕະໃໝ່ຈາກພາກໃຕ້ 4 ຈາກທັງໝົດ 8 ຄົນ ໄດ້ທົດສອບໃນນັດອຸ່ນເຄື່ອງກັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ເມື່ອທ້າຍອາທິດ ທີ່ຜ່ານມາ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ນັດທີ່ ຢູ 19 ລາວ ຊະນະ ເຄວສ ຢູໄນເຕັດ 2-1.

ນັດດັ່ງກ່າວຖຶືເປັນການອຸ່ນເຄື່ອງນັດທີ 2 ຂອງທີມຊາດລາວ ຢູ 19 ໃນປີ 2020 ໂດຍ ທ່ານ Sundram Moorthy ຫົວຫນ້າຄູູຝຶກ ທີມຊາດລາວ ຊາວ ສິງກະໂປ ໄດ້ສົ່ງນັກເຕະຫຼັກທີ່ເຄີຍຕິດທີມຊາດລາວ ລົງສະໜາມ ຍົກເວັ້ນ 1 ຕໍາແໜ່ງປີກຊ້າຍສົ່ງ ສິນນະກອນ ກູມະນີຄຳ ນັກເຕະໃໝ່ຈາກແຂວງຫຼວງພະບາງ ລົງສະໜາມເປັນຕົວຈິງ. ຢ່າງໃດກໍຕາມ ຄູຝຶກກໍຈັດໃຫ້ນັກເຕະແຕ່ລະຄົນໄດ້ລົງສະໜາມຢ່າງທົ່ວເຖິງກັນໃນນັດດັ່ງກ່າວ ເຊັ່ນດຽວກັບ 4 ນັກເຕະໃໝ່ຈາກພາກໃຕ້.

ນັດດັ່ງກ່າວປາກົດວ່າ: ເຄິ່ງເວລາທໍາ ທີມຊາດລາວ ຂຶ້ນນໍາ ເຄວສ ຢູໄນເຕັດ 2-0 ໂດຍໄດ້ປະຕູຈາກການຍິງຂອງ ກ້ວຍເຈັງ ຫນູພັັກດີ ແລະ ອາຄົມ ທໍລະນີນ, ສ່ວນເຄິ່ງເວລາທີ 2 ທີມຊາດລາວ ໄດ້ປ່ຽນຜູ້ຫຼິ້ນໜ້າໃໝ່ລົງສະໜາມ ກ່ອນທີ່ ເຄວສ ຢູໄນເຕັດ ມາໄດ້ປະຕູຈາກ ທໍ່ຕູ້ທາວ ເຈີເຈັງ ຈົບເກມ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ເອົາຊະນະ ເຄວສ ຢູໄນເຕັດ 2-1.

ຫຼັງຈົບການແຂ່ງຂັນ ວັນສະເຫຼີມ ລັດຕະນະຈານ ນັກເຕະຈາກພາກໃຕ້ ເປີດເຜີຍວ່າ: ປັດຈຸບັນນັກເຕະໃໝ່ຈາກພາກໃຕ້ທັງໝົດ 8 ຄົນແມ່ນຍັງເຫຼືອ 4 ຄົນ ເນື່ອງຈາກອີກ 4 ຄົນແມ່ນໄດ້ກັບບ້ານແລ້ວ ໂດຍ 4 ຄົນພວກນ້ອງປະກອບມີຄື ມີນ້ອງ, ໂຕລີ່ ບິວລາຊົງ, ຄອນສະໄໝ ສັນທະວີ ແລະ ທິວາກອນ ໂພທິລາດ ເຊິ່ງນັດນີ້ຖືເປັນນັດທີ 2 ທີ່ນ້ອງໄດ້ໂອກາດລົງຫຼິ້ນໃຫ້ກັບ ຢູ 19 ລາວ ແນ່ນອນນ້ອງມີຄວາມພູມໃຈຫຼາຍ ເພາະມັນເປັນອີກໜຶ່ງປະສົບການຄັ້ງສໍາຄັນຂອງນ້ອງ ແລະ ອີກບາດກ້າວສູ່ຄວາມຝັນຂອງນ້ອງ.

ຢູ 19 ລາວ ເລີ່ມການຝຶກຊ້ອມນັບຕັ້ງແຕ່ຕົ້ນເດືອນມິຖຸນາ ເປັນຕົ້ນມາ ແລະ ໃນຕົ້ນເດືອນກໍລະກົດ ມີນັກກິລາ ຕ່າງແຂວງທີ່ມາຈາກຫລາຍແຂວງທີ່ຖືກຄັດເລືອກເຊັ່ນ: ແຂວງຈຳປາສັກ, ແຂວງອັດຕະປື, ແຂວງເຊກອງ, ແຂວງສະຫວັນນະເຂດ, ແຂວງບໍລິຄຳໄຊ, ແຂວງວຽງຈັນ, ແຂວງຫລວງພະບາງ ແລະ ແຂວງບໍ່ແກ້ວ ໄດ້ມາເຂົ້າສູນເກັບຕົວຝຶກຊ້ອມຢູ່ທີ່ສູນຝຶກຊ້ອມ ສະໜາມກີລາແຫ່ງຊາດຫລັກ 16, ເຊິ່ງປັດຈຸບັນ ມີນັກກິລາທັງຫມົດ 45 ຄົນ ທາງຄູຝຶກ ຈະຕັດໂຕນັກກິລາອອກ ເປັນແຕ່ໄລຍະ ເພື່ອເລືອກແຕ່ລະຕໍາແໜ່ງທີ່ດີສຸດຈຳນວນ 23 ຄົນ.

ສໍາລັບ ຢູ 19 ກຽມທີມເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ປະເທດອຸດສະເບກິດສະຖານ ຮອບສຸດທ້າຍ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 14 – 31 ຕຸລາ 2020 ເຊິ່ງທີມທີ່ໄດ້ອັນດັບ 1-4 ແມ່ນຈະໄດ້ສິດເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊັມໂລກ ຮຸ່ນອາຍຸບໍ່ເກີນ 20 ປີ ໃນປີ 2021 ( FIFA U-20 World Cup Indonesia 2021 ) ທີ່ປະເທດອິນໂດເນເຊຍ.
ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ