ແບບຢ່າງທີ່ດີ ທັງໃນ ແລະ ນອກສະໜາມຂອງ ພິທັກ

100

ກາຍເປັນນັກເຕະແບບຢ່າງໄປເລີຍສໍາລັບ ພິທັກ ກອງມະທິລາດ ກອງກາງຕົວສໍາຄັນຂອງ ແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ຫຼ້າສຸດໄດ້ສ້າງ 2 ແບບຢ່າງທີ່ໜ້າຍົກຍ້ອງຄື ການທຸ່ມເທເພື່ອທີມ, ແຟນບານ ແລະ ເພື່ອຊາດໃນສະໜາມ, ສ່ວນອີກຢ່າງຄືການຊ່ວຍແບ່ງເບົາອະດີດເພື່ອນຮ່ວມທີມໃນນອກສະໜາມ.

ພິທັກ ກາຍເປັນນັກເຕະຄົນສໍາຄັນຂອງ ລາວໂຕໂຢຕ້າ ເອັຟຊີ ໄປທັນທີ ເພາະເປັນສ່ວນສໍາຄັນຊ່ວຍໃຫ້ກັບທີມຮັກສາສະຖິຕິບໍ່ເສຍຈັກນັດໃນ 4 ນັດທໍາອິດ ( ຊະນະ 3 ແລະ ສະເໝີ 1 ນັດ ) ຂອງ ເປບຊີ ລາວລີກ 1 ລະດູການ 2020 ໂດຍໃນນັ້ນ ພິທັກ ຍິງໄປແລ້ວ 3 ປະຕູ ຈາກ 8 ປະຕູທີ່ລາວໂຕໂຢຕ້າ ເອັຟຊີ ຍິງໄດ້ໃນລະດູການນີ້.

ສ່ວນອີກສິ່ງດີໆຈາກ ພິທັກ ນອກສະໜາມເມື່ອທ້າຍອາທິດສາມາດປະມູນເສື້ອທີມຊາດ ເບີ 10 ໄດ້ຍອດລວມເຖິງ 4 ລ້ານກີບ ເພື່ອນໍາໄປຊ່ວຍ ສຸວັນເພັງ ພັນທະວົງ ອະດີດຜູ້ຮັກສາປະຕູທີມຊາດລາວ ຊຸດທີ່ສ້າງປະຫວັດສາດຄວ້າອັນດັບທີ 4 ໃນຊີເກມ ຄັ້ງທີ 25 ຫຼື ວຽງຈັນ ເກມ 2009 ທັງເປັນຜູ້ຮັກປະຕູສະໂມສອນ ວຽງຈັນ ເອັຟທີ ປັດຈຸບັນ ທີ່ເກີດອຸບັດເຫດ ທີ່ເຂດບ້ານໂພນທັນ ( ລົດຈັກຕໍາລົດຈັກ ) ຫົວກະທົບພື້ນຖະໜົນຢ່າງຫຸ່ນແຮງ ເມື່ອເດືອນກໍລະກົດຜ່ານມາ ປັດຈຸບັນກໍາລັງພັກຟື້ນທີ່ໂຮງໝໍມິດຕະພາບ 150 ຕຽງ.

ກ່ອນທີ່ ພິທັກ ກອງມາທິລາດ ນໍາສະໂມສອນ ລາວ ໂຕໂຢຕ້າ ເອັຟຊີ ມີໄຊເໜືອ ປກສ ເອັຟຊີ ຂາດຮອຍ 4-0 ປະຕູ ເມື່ອວັນທີ 25 ກໍລະກົດຜ່ານມາ ກໍໄດ້ພາ ທ່ານ ພັນນົມພອນ ພານິວອນ ຜູ້ທີ່ສາມາດປະມູນເສື້ອທີມຊາດລາວ ໝາຍເລກ 10 ດ້ວຍຈໍານວນ ເງິນ 2 ລ້ານກີບ ໄປມອບໃຫ້ແກ່ ສຸວັນເພັງ ພັນທະວົງ  ທີ່ໂຮງໝໍມິດຕະພາບ 150 ຕຽງ. ນອກນັ້ນ ກໍຍັງມີ ທ່ານ ສິນໄຊ ຈຳນວນ 1,5 ລ້ານກີບ ແລະ ທ່ານ ໂບ້ 5 ແສນກີບ ກໍໄດ້ປະກອບສ່ວນເພີ່ມ ເຮັດໃຫ້ລວມຍອດຊ່ວຍເຫຼືອຄັ້ງນີ້ມີທັງໝົດ 4 ລ້ານກີບ.

ພິທັກ ເປີດໃຈວ່າ: ເວລາລົງສະໜາມແມ່ນເຮັດທຸກຢ່າງໃຫ້ດີທີ່ສຸດ ເພາະມັນຄືໂອກາດ, ສູ້ເພື່ອພິສູດຕົວເອງ, ສູ້ເພື່ອທີມ, ສູ້ເພື່ອແຟນບານ ແລະ ສູ້ເພື່ອຊາດ; ສ່ວນນອກສະໜາມນ້ອງກໍພະຍາຍາມຊ່ວຍເຫຼືອຄົນອື່ນຢູ່ເລື້ອຍໆ ເຖິງວ່າຈະເປັນສິ່ງນ້ອຍແຕ່ເຮັດແລ້ວເຮົາມີຄວາມສຸກ ແລະ ສາມາດເປັນກໍາລັງໃຈໃຫ້ພວກເຂົາສູ້ຕໍ່ໄປ ເຊິ່ງທີ່ຜ່ານມານ້ອງກໍໄດ້ປະມູນເສື້ອຊ່ວຍໄພພິບັດທໍາມະຊາດກໍຄືນໍ້າຖ້ວມທີ່ແຂວງພາກໃຕ້ໃນປີທີ່ຜ່ານມາ ແລະ ຫຼ້າສຸດກໍໄດ້ປະມູນເສື້ອທີມຊາດລາວ ທີ່ຕົວເອງເຄີຍໄປແຂ່ງຂັນທີ່ຜ່ານມາ ສາມາດປະມູນໄດ້ 2 ລ້ານກີບ ແລະ ມີອ້າຍອີກ 2 ຄົນມາສົມທົບເຮັດໃຫ້ຍອດລວມມີ 4 ລ້ານກີບເພື່ອໄປຊ່ວຍ ສຸວັນເພັງ ເຊິ່ງເປັນນັກເຕະທີ່ຜູກພັນກັນຫຼາຍຕອນຢູ່ກັບ ກອງທັບ ເອັຟຊີ ຮ່ວມງານກັນຜ່ານມາປະມານ 6-7 ປີ ແລະ ຮັກແພງກັນຄື ອ້າຍນ້ອງ.

ສໍາລັບ ພິທັກ ຍິງໄດ້ 3 ປະຕູຈາກ 2 ນັດຫຼ້າສຸດຄື: ຍິງໄດ້ 2 ປະຕູໃນນັດທີ່ລາວໂຕໂຢຕ້າ ເອັຟຊີ ຊະນະ ປກສ ເອັຟຊີ 4-0 ແລະ ຫຼ້າສຸດຍິງໄດ້ 1 ປະຕູໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ຕ໊ອກຢໍ້າໄຊຊະນະ ວຽງຈັນ ເອັຟທີ 3-0 ໃນອາທິດທີ່ຜ່ານມາ.

ສ່ວນນັດຕໍ່ໄປ ພິທັກ ຈະພາ ລາວໂຕໂຢຕ້າ ເອັຟຊີ ບຸກໄປຢາມ ນ້ອງໃໝ່ ວຽງຈັນ ເອັຟຊີ ໃນວັນທີ 2 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມໃນ ) ກ່ອນທີ່ຈະເປີດບ້ານພົບກັບ ເອັສຣາ ເອັຟຊີ ໃນວັນທີ 8 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມໃນ ) ເຊິ່ງເປັນນັດສຸດທ້າຍຂອງຮອບຂາໄປ.

ພິທັກ ປັດຈຸບັນອາຍຸ 24 ປີເລີ່ມຫຼິ້ນບານເຕະລາວພຣີເມຍລີກ ໃນປີ 2013 ກັບສະໂມສອນກອງທັບ ເອັຟຊີ ຈົນເຖິງປີ 2015 ຍ້າຍໄປຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ແລະ ລ້ານຊ້າງ ຢູໄນເຕັດ, ປີ 2017 ຄືນໄປຫຼິ້ນໃຫ້ກັບ ກອງທັບ ເອັຟຊີ ອີກຄັ້ງ, ປີ 2018 ໄປຫຼິ້ນໃຫ້ສະໂມສອນໃນລີກປະເທດໄທຄັ້ງທໍາອິດກັບ ອະຍຸດທະຍາ ຢູໄນເຕັດ ແລະ ທ້າຍປີ 2019 ຍ້າຍມາຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ຈົນເຖິງປັດຈຸບັນ, ສ່ວນໃນນາມທີມຊາດ ພິທັກ ຕິດຕັ້ງແຕ່ຊຸດເຍົາວະຊົນຈົນເຖິງຊຸດໃຫຍ່ ແລະ ເປັນນັກເຕະຄວາມຫວັງຂອງທີມຊາດລາວໃນປັດຈຸບັນ.

ຂ່າວ-ຮູບ: ຄໍາສອນ – ສອນໄຊ