ມາເລເຊຍ ຈະຈຳກັດການຈ້າງແຮງງານຕ່າງປະເທດ

67
Indonesian migrant workers who arrived from Malaysia exercise during quarantine to prevent the spread of coronavirus disease (COVID-19) at Soewondo air base in Medan, North Sumatra province, Indonesia, April 11, 2020 in this photo taken by Antara Foto. Antara Foto/Septianda Perdana via REUTERS ATTENTION EDITORS - THIS IMAGE WAS PROVIDED BY A THIRD PARTY. MANDATORY CREDIT. INDONESIA OUT.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານມາເລເຊຍຈະຈຳກັດແຮງງານຕ່າງຊາດ ທີ່ເຮັດວຽກຢູ່ມາເລເຊຍ ເພື່ອເປີດໂອກາດໃຫ້ແຮງງານພາຍໃນໄດ້ມີວຽກເຮັດງານທຳເພີ່ມຂຶ້ນ.

ທ່ານ ອາຫວັງ ຮາຊິມ ລັດຖະມົນຕີກະຊວງຊັບພະຍາກອນມະນຸດ ມາເລເຊຍ ລາຍງານຕໍ່ກອງປະຊຸມສະພາເມື່ອທ້າຍເດືອນກໍລະກົດຜ່ານມາວ່າ: ເພື່ອຫຼຸດຜ່ອນຜົນກະທົບຕໍ່ການຈ້າງງານໃນມາເລເຊຍ ໂດຍບໍ່ສົ່ງຜົນກະທົບຕໍ່ອຸດສາຫະກຳທີ່ສຳຄັນ ລັດຖະບານຈະອະນຸຍາດໃຫ້ຈ້າງແຮງງານຕ່າງຊາດສະເພາະຂະແໜງກໍ່ສ້າງ ແລະ ຂະແໜງກະສິກກຳ ໂດຍສະເພາະແມ່ນການປູກ – ລ້ຽງສັດເທົ່ານັ້ນ. ສ່ວນອຸດສາຫະກຳອື່ນໆໃຫ້ຈ້າງແຮງງານທ້ອງຖິ່ນ, ພ້ອມລະບຸວ່າ ຂະນະນີ້ ມາເລເຊຍ ມີແຮງງານຕ່າງຊາດທີ່ຖືກຕ້ອງຕາມກົດໝາຍປະມານ 2,1 ລ້ານຄົນ.

ມາເລເຊຍ ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 3 ຂອງອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ລາຄານໍ້າມັນໃນຕະຫຼາດໂລກຫຼຸດລົງ ແຕ່ຍັງມີອັດຕາການຈ້າງງານເພີ່ມຂຶ້ນ 5,3% ໃນເດືອນພຶດສະພາຜ່ານມາ, ຂະນະທີ່ພາກທຸລະກິດສ່ວນໃຫຍ່ໄດ້ຢຸດກິດຈະການຊົ່ວຄາວເປັນເວລາເກືອບ 3 ເດືອນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19.

ໃນຂະນະທີ່ທະນາຄານກາງຂອງມາເລເຊຍ ຄາດການວ່າ: ເສດຖະກິດຂອງມາເລເຊຍໃນໄຕມາດ 2 ອາດຍັງບໍ່ຟື້ນຕົວ ເນື່ອງຈາກຄວາມອ່ອນແອຂອງຕະຫຼາດແຮງງານ ແລະ ພຶດຕິກຳຂອງພາກຄົວເຮືອນ ແລະ ພາກທຸລະກິດທີ່ໃຊ້ຈ່າຍດ້ວຍຄວາມລະມັດລະວັງ.