ທະນາຄານຢູ່ເຊກອງ ປ່ອຍສິນເຊື່ອໄດ້ 2,6 ພັນຕື້ກີບ

124

ບັນດາສາຂາທະນາຄານຢູ່ແຂວງເຊກອງ ໄດ້ສຸມໃສ່ພັດທະນາລະບົບ, ຮູບແບບການບໍລິການ ແນໃສ່ລະດົມເງິນຝາກ ແລະ ຕອບສະໜອງການປ່ອຍສິນເຊື່ອ ເພື່ອປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ – ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງ ໂດຍໃນ 5 ປີ ສາມາດລະດົມເງິນຝາກໄດ້ 1,68 ພັນຕື້ກວ່າກີບ ແລະ ປ່ອຍສິນເຊື່ອໄດ້ 2,64 ພັນຕື້ກວ່າກີບ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ໃຫ້ຮູ້ວ່າ: ແຂວງເຊກອງ ມີສາຂາທະນາຄານທຸລະກິດລັດ ຈໍານວນ 4 ແຫ່ງ ແລະ ເອກະຊົນ 3 ແຫ່ງ ນັບແຕ່ປີ 2016 ເຖິງປັດຈຸບັນບັນດາສາຂາທະນາຄານຢູ່ພາຍໃນແຂວງສາມາດລະດົມເງິນຝາກໄດ້ທັງໝົດ 1.682,05 ຕື້ກີບ ທຽບໃສ່ປີ 2015 ເພີ່ມຂຶ້ນ 15,33% ລື່ນແຜນ 5 ປີ 68,20%; ສາມາດປ່ອຍສິນເຊື່ອເພື່ອການພັດທະນາໄດ້ 2.643,50 ຕື້ກີບ ທຽບໃສ່ປີ 2015 ເພີ່ມຂຶ້ນ 31,30% ລື່ນແຜນ 5 ປີກວ່າ 2 ເທົ່າຕົວ. ການລົງທຶນຂອງທະນາຄານນັ້ນລ້ວນແຕ່ປະກອບສ່ວນເຂົ້າໃນການພັດທະນາແຂວງເຊກອງ ຕົ້ນຕໍແມ່ນການປ່ອຍສິນເຊື່ອເຂົ້າໃນການຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ – ຂະໜາດກາງ ແລະ ການຜະລິດເປັນສິນຄ້າຂອງປະຊາຊົນບັນດາເຜົ່າ.

ພາບປະກອບຂ່າວເທົ່ານັ້ນ

ການປະກອບສ່ວນຂອງບັນດາສາຂາທະນາຄານ ຖືເປັນສ່ວນໜຶ່ງສໍາຄັນທີ່ເຮັດໃຫ້ແຂວງເຊກອງມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະໃນຂົງເຂດເສດຖະກິດປະຊາຊົນຈໍານວນໜຶ່ງໄດ້ຫັນຈາກການຜະລິດແບບທໍາມະຊາດມາຜະລິດເປັນສິນຄ້ານັບມື້ຫຼາຍຂຶ້ນເປັນຕົ້ນໃນຂົງເຂດກະສິກໍາຂະຫຍາຍຕົວເພີ່ມຂຶ້ນ 6,77%; ອຸດສາຫະກໍາເພີ່ມຂຶ້ນ 8,38% ແລະ ການບໍລິການເພີ່ມຂຶ້ນ 8,24% ລາຍຮັບສະເລ່ຍຂອງປະຊາຊົນພາຍໃນແຂວງໄດ້ 1.728 ໂດລາສະຫະລັດຕໍ່ຄົນຕໍ່ປີ, ຈາກຈຸດດັ່ງກ່າວຈຶ່ງເຮັດໃຫ້ເສດຖະກິດຂອງແຂວງໃນ 5 ປີຜ່ານມາ ຂະຫຍາຍຕົວຢູ່ໃນລະດັບ 7,7%, ທ່ານຮອງເຈົ້າ ແຂວງເຊກອງ ກ່າວ.

[ ຂ່າວ: ສັນຍາ ]