ສໍາເລັດການຍົກລະດັບສື່ມວນຊົນ ນໍາສະເໜີຂ່າວໃນສື່ອອນລາຍ

157

ກອງປະຊຸມປະຈໍາປີວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັກ, ຄົນລາວຮຸ່ນປີ 2030 ຂຶ້ນ ແລະ ການປ້ອງກັນພະຍາດໂຄວິດ – 19 ໄດ້ດໍາເນີນມາເປັນເວລາ 2 ວັນເຄິ່ງ, ຫຼ້າສຸດວັນທີ 31 ກໍລະກົດ 2020 ກອງປະຊຸມດັ່ງກ່າວສິ້ນສຸດລົງ ໂດຍໄດ້ສົ່ງຕໍ່ຄວາມຮູ້ຫຼາຍຢ່າງແກ່ສື່ມວນຊົນລາວ ພ້ອມຮ່ວມກຸ່ມປະຕິບັດຕົວຈິງ.

ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງຂໍ້ມູນຄວາມຮູ້ຫຼາຍຢ່າງຈາກວິທະຍາກອນທັງ 5 ທ່ານ ໂດຍສະເພາະແມ່ນການຂຽນຂ່າວຜ່ານສື່ອອນລາຍ ພ້ອມແບ່ງກຸ່ມລົງສໍາພາດຕົວຈິງຫຼາຍຂະແໜງການ ແລ້ວນໍາຂໍ້ມູນມາເຮັດບົດຂ່າວ ແລະ ວິດີໂອຂ່າວ ສົ່ງແກ່ວິທະຍາກອນໃຫ້ຄວາມເຫັນ ເພື່ອປັບປຸງວິທີການຂຽນຂ່າວຂອງບັນດາສື່ມວນຊົນໃຫ້ມີປະສິດທິພາບດີຂຶ້ນ.

ທ່ານ ນາງ ກິນດາວັນ ອ້ວນນາຄູ ນັກຂ່າວໜັງສືພິມສາລະວັນ ໃຫ້ຮູ້ວ່າ: ພາຍຫຼັງທີ່ເຂົ້າຮ່ວມກອງປະຊຸມ ພ້ອມລົງພື້ນທີ່ສໍາພາດຕົວຈິງນັ້ນ ເຮັດໃຫ້ຕົນເອງໄດ້ຮູ້ກວ້າງຫຼາຍຂຶ້ນ ກ່ຽວກັບການຂຽນຂ່າວລົງສື່ອອນລາຍ ໂດຍແນໃສ່ການຕັ້ງຫົວຂໍ້ໃຫ້ໜ້າສົນໃຈ, ມີເນື້ອໃນສັ້ນກະທັດຮັດ ແຕ່ຄົບຖ້ວນດຶງດູດຜູ້ອ່ານໄດ້; ໄດ້ຮັບຮູ້ເຖິງການຂຽນຂ່າວກ່ຽວກັບເດັກ ແລະ ແມ່ຍິງ, ສິດທິການປົກປ້ອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ພ້ອມຮູ້ໄດ້ວິທີນໍາສະເໜີຂ່າວທີ່ກ່ຽວຂ້ອງກັບເຂົາເຈົ້າ ເພື່ອໃຫ້ເກີດປະໂຫຍດສູງສຸດ. ນອກຈາກ ນີ້, ສິ່ງສໍາຄັນແມ່ນໄດ້ແລກປ່ຽນບົດຮຽນການຂຽນຂ່າວ ແລະ ຂໍ້ມູນ – ຂ່າວສານຈາກສື່ມວນຊົນໃນທົ່ວປະເທດ.

ທ່ານ ສົມປະສົງ ສິດທິໄຊ ຮອງຂະແໜງຖະແຫຼງຂ່າວ ພະແນກຖະແຫຼວງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ອຸດົມໄຊ ກ່າວວ່າ: ຜ່ານການເຂົ້າຮ່ວມປະຊຸມ ແລະ ຖອດຖອນບົດຮຽນໃນຄັ້ງນີ້ໄດ້ບົດຮຽນຫຼາຍໆຢ່າງ ໂດຍສະເພາະແມ່ນການຜະລິດສື່ອອນລາຍຈາກບັນດາສື່ຕ່າງໆໃນທົ່ວປະເທດ ເຊິ່ງເປັນບົດຮຽນທີ່ສໍາຄັນຫຼາຍຕໍ່ການຜະລິດສື່ໃນຍຸກສະໄໝນີ້ ເນື່ອງຈາກປັດຈຸບັນສື່ອອນລາຍແມ່ນສາມາດເຂົ້າເຖິງທຸກຊັ້ນຄົນ, ການບໍລິໂພກຂ່າວກໍກວ້າງຂວາງຂຶ້ນ. ດັ່ງນັ້ນ, ການແຂ່ງຂັນຂອງບັນດາສື່ຍິ່ງສູງຂຶ້ນ ນັ້ນໝາຍຄວາມວ່າຄຸນນະພາບຂອງຂ່າວຈາກສື່ຕ່າງໆຕ້ອງແໜ້ນແຕ່ປະຢັດເວລາ ແລະ ໃຫ້ຂໍ້ມູນທີ່ຄົບຖ້ວນແກ່ຜູ້ບໍລິໂພກຂ່າວ.

[ ຂ່າວ: ເອຢິບ ]