ສາລະວັນ ຫາລືຕ້ານແລ້ງຕ້ານຖ້ວມ ສໍາເລັດ 4 ເມືອງ

141

ໃນວັນທີ 28 – 29 ກໍລະກົດ 2020 ທ່ານ ອະນຸສັກ ຈຳປາຄໍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວຈັດກອງປະຊຸມປຶກສາຫາລືກ່ຽວກັບບັນຫາການຮັບມືມາດຕະການການຕ້ານແລ້ງຕ້ານຖ້ວມ ສຳເລັດໃນ 4 ເມືອງ ຄື: ເມືອງວາປີ, ເມືອງຄົງເຊໂດນ, ເມືອງລະຄອນເພັງ ແລະ ເມືອງຕະໂອ້ຍ.

ທ່ານ ກິພະຈັນ ໂພສາລີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ກ່າວວ່າ: ການຜະລິດເຂົ້ານາປີຢູ່ພາຍໃນແຂວງສາລະວັນ ຍັງເຫັນວ່າບໍ່ທັນມີຄວາມຮັບປະກັນຢ່າງໜັກແໜ້ນ ໂດຍສະເພາະເຂດພື້ນທີ່ທຳການຜະລິດເຂົ້າລຽບຕາມແຄມນໍ້າເຊໂດນ ຫຼື ເຂດທົ່ງພຽງເຊໂດນ ເປັນເຂດສ່ຽງຕໍ່ໄພແຫ້ງແລ້ງ ແລະ ນໍ້າຖ້ວມເກີດຂຶ້ນໃນທຸກໆປີ, ມີເນື້ອທີ່ເຂົ້າເສຍຫາຍສະເລ່ຍໃນແຕ່ລະປີ 3 – 5 ພັນເຮັກຕາ ຫຼື ຄິດເປັນເຂົ້າເປຶອກ 10 ພັນໂຕນ – 15 ພັນໂຕນຕໍ່ລະດູການ ເປັນຕົ້ນກໍແມ່ນເມືອງລຽບຕາມແຄມນໍ້າເຊໂດນ ແລະ ສາຂາຕ່າງໆຂອງແມ່ນໍ້າເຊໂດນ ເຊິ່ງມີ 5 ເມືອງ, ມີເນື້ອທີ່ 35 ພັນກວ່າເຮັກຕາ, ທີ່ມີຄວາມສ່ຽງຕໍ່ໄພແຫ້ງແລ້ງ ຄື: ເມືອງສາລະວັນ, ວາປີ, ຄົງເຊໂດນ, ລະຄອນເພັງ, ເມືອງຕຸ້ມລານ ແລະ ຈຸດສ່ຽງຕໍ່ໄພນຳຖ້ວມປະມານ 15 ພັນກວ່າເຮັກຕາ ມີ 4 ເມືອງຄື, ເມືອງສາລະວັນ, ເມືອງວາປີ, ເມືອງຄົງເຊໂດນ ແລະ ເມືອງລະຄອນເພັງ.

ປັດຈຸບັນນີ້, ທົ່ວແຂວງມີເນື້ອທີ່ກະສິກຳຮັບປະກັນການຕ້ານແລ້ງ – ຕ້ານຖ້ວມທັງໝົດ 31.440 ເຮັກຕາ, ໃນນັ້ນນາປີ 18.180 ເຮັກຕາ ກວມເອົາ 21,64%, ນາແຊງ 13.260 ເຮັກຕາ ກວມເອົາ 15,78% ສຳລັບເນື້ອທີ່ທຳການຜະລິດໃນລະດູຝົນປີນີ້ໃນທົ່ວແຂວງມີທັງໝົດ 145 ພັນເຮັກຕາ.

ພະແນກກະສິກໍາ ແລະ ປ່າໄມ້ແຂວງ ກໍໄດ້ມີຄວາມກຽມພ້ອມ ເປັນຕົ້ນແນວພັນເຂົ້າໜຽວ ຈຳນວນ 27 ໂຕນ ຢູ່ສູນໜອງແດງ ແລະ ຂະແໜງປູກຝັງ, ກອງທຶນແນວພັນເຂົ້າໄພພິບັດປີ 2019 ທີ່ໄດ້ຮັບຈາກສູນກາງ ຈຳນວນ 132 ໂຕນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຈຳນວນ 10,6 ໂຕນ ທີ່ໄດ້ແຈກຢາຍໃຫ້ກຸ່ມຊາວນາ ເພື່ອສະສົມເປັນກອງທຶນແນວພັນຂອງແຕ່ລະເມືອງ.

[ ຂ່າວ – ຮູບ: ສິດຕາ ເພັດວົງສາ ]