ສຳເລັດກອງປະຊຸມປະຈຳປີ 2019 ຂອງຂະແໜງ ອຄ ແລະ ແຜນວຽກຈຸດສຸມ ປີ 2020

205

ກອງປະຊຸມປະຈຳປີ 2019 ຂອງຂະແໜງ ອຄ ແລະ ແຜນວຽກຈຸດສຸມ ປີ 2020 ໄດ້ສຳເລັດລົງດ້ວຍຜົນສຳເລັດ ເຊິ່ງທີ່ປະຊຸມໄດ້ຮັບຟັງບົດສະເໜີ ແລະ ການປະກອບຄຳເຫັນຕໍ່ 7 ຫົວຂໍ້ວຽກງານພົ້ນເດັ່ນປະຈຳປີຂອງຂະແໜງການ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ປະທານກອງປະຊຸມ ປະຈຳປີ 2019 ຂອງຂະແໜງ ອຄ ແລະ ແຜນວຽກຈຸດສຸມ ປີ 2020 ກ່າວວ່າ: ກອງປະຊຸມຂອງພວກເຮົາໄດ້ດໍາເນີນມາເປັນເວລາສອງວັນເຕັມ ຄືວັນທີ 30 – 31 ກໍລະກົດ 2020, ມາຮອດເວລານີ້ກອງປະຊຸມໄດ້ສຳເລັດລົງຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ພິເສດກອງປະຊຸມຄັ້ງນີ້ແມ່ນເປັນກອງປະຊຸມທາງໄກຄັ້ງທຳອິດຂອງຂະແໜງ ອຄ, ເປັນປາກົດການໃໝ່ທີ່ບໍ່ເຄີຍມີມາ ແລະ ສາມາດເປັນຕົວແບບຖອດຖອນບົດຮຽນໃຫ້ແກ່ຂະແໜງການອື່ນໆ ເຊິ່ງເປັນການຫັນປ່ຽນໄປສູ່ທິດທັນສະໄໝ ປັບຕົວເຂົ້າກັບສະພາບປົກກະຕິແບບໃໝ່ ( New normal ). ເຖິງວ່າກອງປະຊຸມຄັ້ງນີ້ພວກເຮົາທັງໝົດຈະບໍ່ໄດ້ນັ່ງຮວມກັນ, ແຕ່ເຫັນວ່າບັນຍາກາດຂອງກອງປະຊຸມແມ່ນຟົດຟື້ນ.

ບັນດາທ່ານຜູ້ຕາງໜ້າຈາກບັນດາກົມ, ບັນດາພະແນກ ອຄ ແຂວງ ແລະ ນະຄອນຫຼວງ ໄດ້ພ້ອມກັນສຸມຈິດໃຈ ແລະ ສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄຳຄິດ – ຄຳເຫັນຕໍ່ການສະຫຼຸບການເຄື່ອນໄຫວປະຕິບັດພາລະບົດບາດໜ້າທີ່ການເມືອງ ກໍຄືການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ອຄ ໃນໄລຍະ 1 ປີເຄິ່ງທີ່ຜ່ານມາຢ່າງກົງໄປກົງມາ, ເລິກເຊິ່ງ, ຖີ່ຖ້ວນ ແລະ ດ້ວຍຄວາມຮັບຜິດຊອບສູງ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວຕື່ມອີກວ່າ: ຄຽງຄູ່ກັບຜົນງານ ແລະ ດ້ານດີ, ຜູ້ແທນກອງປະຊຸມພວກເຮົາຍັງໄດ້ພ້ອມກັນລົງເລິກໄຈ້ແຍກໃຫ້ເຫັນຢ່າງພາວະວິໄສຕໍ່ບັນດາດ້ານອ່ອນຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຍັງເປັນອຸປະສັກຕໍ່ການພັດທະນາ ແລະ ການຄຸ້ມຄອງມະຫາພາກຂອງຂະແໜງການ, ພ້ອມທັງໄດ້ສະເໜີກົນໄກ, ວິທີການ ແລະ ມາດຕະການແກ້ໄຂໃນຫຼາຍແງ່ມຸມທີ່ມີຄຸນຄ່າ ແລະ ເປັນປະໂຫຍດ, ເຊິ່ງຄຳຄິດຄຳເຫັນ ແລະ ຂໍ້ສະເໜີທັງໝົດຂອງບັນດາທ່ານຜູ້ແທນກອງປະຊຸມ ກອງເລຂາບັນທຶກເນື້ອໃນກອງປະຊຸມຂອງພວກເຮົາໄດ້ເກັບກຳສັງລວມ ແລະ ຈະໄດ້ນຳໄປປັບປຸງເຂົ້າໃນບົດສະຫຼຸບ ແລະ ແຜນການໃນຕໍ່ໜ້າໃຫ້ຄົບຖ້ວນ.

ນອກຈາກນີ້, ກອງປະຊຸມໄດ້ຮັບຟັງບົດສະເໜີ ແລະ ການປະກອບຄຳເຫັນຕໍ່ 7 ຫົວຂໍ້ວຽກງານພົ້ນເດັ່ນປະຈຳປີຂອງຂະແໜງການ ເຊິ່ງເປັນວຽກງານທີ່ກົມການເມືອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ລວມທັງພາກທຸລະກິດ ແລະ ປະຊາຊົນທົ່ວໄປມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ຄວາມເອົາໃຈໃສ່ເປັນພິເສດ ໂດຍສະເພາະວຽກທີ່ຕິດພັນກັບ:

1 ການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ;

2 ການສົ່ງເສີມການຜະລິດເປັນສິນຄ້າ ແລະ ຫຼຸດຜ່ອນການນໍາເຂົ້າ;

3 ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ;

4 ການອໍານວຍຄວາມສະດວກທາງດ້ານການຄ້າ;

5 ຄວາມຄືບໜ້າ ແລະ ແຜນການຫຼຸດຜ່ອນຂັ້ນຂອດໃນການສ້າງຕັ້ງທຸລະກິດ;

6 ບາງບັນຫາທີ່ຍົກຂຶ້ນໃນກອງປະຊຸມທຸລະກິດລາວທີ່ຍັງແກ້ບໍ່ຕົກ ພ້ອມຂໍ້ສະເໜີແນະ;

7 ການລາຍງານຂອງ ພາກທຸລະກິດໃນນາມຕົວແບບທີ່ດີ ໃນການຜະລິດເປັນສິນຄ້າຂອງແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ.

ກອງປະຊຸມໄດ້ເປີດເວທີໃຫ້ບັນດາກົມກ່ຽວຂ້ອງຈຳນວນໜຶ່ງຂຶ້ນສະເໜີຊີ້ແຈງ ແລະ ຕອບຂໍ້ຂ້ອງໃຈຂອງບັນດາພະແນກ ອຄ ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ຕິດພັນກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນ 1 ປີເຄິ່ງຜ່ານມາ ລະຫວ່າງ ສູນກາງກັບທ້ອງຖິ່ນ, ລະຫວ່າງ ທ້ອງຖິ່ນດ້ວຍກັນ ( ແຂວງ, ເມືອງ, ບ້ານ ) ແລະ ລະຫວ່າງບັນດາຂະແໜງການ, ທີ່ມີທັງຂໍ້ສະເໜີລວມ ແລະ ຂໍ້ສະເໜີສະເພາະ ເຊິ່ງບັນຫາຈຳນວນໜຶ່ງກໍໄດ້ຮັບຄຳຕອບ – ການຊີ້ແຈງທີ່ຂ້ອນຂ້າງລະອຽດຊັດເຈນພໍສົມຄວນແລ້ວ ຈາກບັນດາກົມ ແລະ ພາກສ່ວນກ່ຽວຂ້ອງ.

ກອງປະຊຸມປະຈຳປີ 2019 ຂອງຂະແໜງ ອຄ ຄັ້ງນີ້ ໄດ້ຄົ້ນຄວ້າເປັນເອກະພາບໃນຫຼາຍບັນຫາທີ່ສຳຄັນຕໍ່ການພັດທະນາຂະແໜງ ອຄ ກໍຄືການເພີ່ມທະວີບົດບາດຄຸ້ມຄອງມະຫາພາກຂອງຂະແໜງການເປັນພຽງໝາກຜົນເບື້ອງຕົ້ນ, ແຕ່ການຈະປະຕິບັດວຽກງານດັ່ງກ່າວໃຫ້ເປັນຮູບປະທຳຕົວຈິງນັ້ນ ລຳພັງພຽງຝ່າຍດຽວແມ່ນບໍ່ສາມາດເປັນໄປໄດ້ ເຊິ່ງມັນຮຽກຮ້ອງໃຫ້ມີການປະກອບສ່ວນການປະສານສົມທົບຮ່ວມມືກັນ ແລະ ຄວາມເປັນເອກະພາບຂອງຫຼາຍພາກສ່ວນ ນັບທັງອົງກອນທີ່ເຮັດວຽກຄຸ້ມຄອງມະຫາພາກຂັ້ນຕ່າງໆ ແລະ ທຸກພາກສ່ວນເສດຖະກິດ – ສັງຄົມ ພ້ອມກັນຈັດຕັ້ງປະຕິບັດ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວອີກວ່າ: ອີກບັນຫາໜຶ່ງທີ່ຂ້າພະເຈົ້າຢາກຂໍຝາກນຳຫ້ອງການ, ບັນດາກົມ, ສະຖາບັນ, ແລະ ພະແນກ ອຄ ແຂວງ ແລະ ນະຄອນຫຼວງ, ປີນີ້ກໍເປັນປີມ້ວນທ້າຍສະໄໝຂອງການຈັດຕັ້ງປະຕິບັດວຽກງານ 3 ສ້າງ 5 ປີ ( 2016 – 2020 ). ສະນັ້ນ, ເພື່ອເຮັດໃຫ້ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງຂະແໜງ ອຄ ມີເນື້ອໃນຖືກກັບເປົ້າໝາຍຂອງຂັ້ນເທິງ ແລະ ສາມາດສ່ອງໄດ້ບັນດາຜົນງານລວມໄປເຖິງການຕີລາຄາບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ພວກເຮົາມີ ຈຶ່ງຂໍຮຽກຮ້ອງມາຍັງບັນດາທ່ານ ພາຍຫຼັງກອງປະຊຸມນີ້ຈົ່ງພ້ອມກັນກັບຄືນເມືອກະກຽມສະຫຼຸບຕີລາຄາວຽກງານດັ່ງກ່າວ.

ນອກຈາກນັ້ນ, ກໍຂໍໃຫ້ບັນດາພະແນກ ອຄ ແຂວງ ແລະ ນະຄອນຫຼວງ ຈົ່ງສຸມຈິດສຸມໃຈເຂົ້າໃສ່ການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ຂໍໃຫ້ເຂົ້າຮ່ວມໃນຂະບວນການປະເມີນດັ່ງກ່າວ ນຳຄະນະພັກ ຄະນະນຳຂັ້ນແຂວງ ຕາມສາຍຂວາງຂອງຕົນດ້ວຍ ຄວາມຮັບຜິດຊອບ. ຂໍເນັ້ນໜັກວ່າການປະເມີນ ແລະ ຕີລາຄາຕ້ອງອີງໃສ່ມາດຖານທີ່ກະຊວງພາຍໃນກຳນົດອອກຢ່າງມີວິທະຍາສາດ ແລະ ພາວະວິໄສ.