ແນະນຳໂຄງການ ວຽງຈັນໂລຈິສຕິກ ພາກ ໃຫ້ແກ່ຫົວໜ່ວຍນັກທຸລະກິດຍີ່ປຸ່ນ ທີ່ລົງທຶນຢູ່ ສປປ ລາວ

230

ບໍລິສັດວຽງຈັນ ໂລຈິສຕິກ ພາກ ຈໍາກັດ ( VLP ) ຮ່ວມກັບອົງການເຈັດໂຕຣ ( JETRO ) ຈັດກອງປະຊຸມສຳມະນາແນະນຳໂຄງການເຂດໂລຈິສຕິກນະຄອນຫຼວງວຽງຈັນ ໃຫ້ແກ່ນັກທຸລະກິດຍີ່ປຸ່ນ ທີ່ສໍານັກງານໃຫຍ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ. ໂຄງການດັ່ງກ່າວຫາກໍສໍາເລັດການວາງສີລາລືກ ແລະ ເຊັນສັນຍາສໍາປະທານກັບລັດຖະບານ ເມື່ອວັນທີ 3 ກໍລະກົດ 2020 ຜ່ານມາ ຖືວ່າໄດ້ຮັບຄວາມສົນໃຈຈາກນັກທຸລະກິດພາຍໃນ ລວມເຖິງນັກລົງທຶນຕ່າງປະເທດຢ່າງຫຼວງຫຼາຍ.

ເຂດໂລຈິສຕິກນະຄອນຫຼວງວຽງຈັນ ເປັນໂຄງການຂະໜາດໃຫຍ່ທີ່ນອນໃນແຜນຍຸດທະສາດການພັດທະນາໂລຈິສຕິກແຫ່ງຊາດ ປີ 2016 – 2020 ໂດຍຈະຫັນຈາກປະເທດບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງກັບອະນຸພາກພື້ນ ແລະ ສາກົນ ເຊິ່ງຈະສ້າງຄວາມສະດວກໃຫ້ແກ່ການຄ້າ – ການຂົນສົ່ງໄດ້ເປັນຢ່າງດີ; ເປັນສ່ວນໜຶ່ງຂອງຍຸດທະສາດການພັດທະນາໂລຈິສຕິກລາວ ທີ່ລວມເອົາຂະແໜງການຂົນສົ່ງທາງບົກທຸກຊະນິດມາໄວ້ບ່ອນດຽວ ເຊິ່ງລັດຖະບານມອບໃຫ້ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ເປັນຜູ້ສຶກສາສໍາຫຼວດ ຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການດັ່ງກ່າວ ປະກອບມີ: ການພັດທະນາທ່າເຮືອວຸ່ງອ່າງ ສສ ຫວຽດນາມ, ໂຮງງານຜະລິດໄຟຟ້າບໍ່ຖ່ານຫີນຢູ່ແຂວງຄຳມ່ວນ ໃກ້ກັບຊາຍແດນລາວ – ຫວຽດນາມ, ໂຄງການກໍ່ສ້າງທາງລົດໄຟທ່າແຂກ – ວຸ່ງອ່າງ, ເຂດໂລຈິສຕິກເມືອງທ່າແຂກແຂວງຄຳມ່ວນ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ.

ສໍາລັບໂຄງການທ່າບົກ – ທ່ານາແລ້ງ ແມ່ນສະຖານີຂົນສົ່ງສາກົນ ທີ່ໄດ້ຮັບການອະນຸມັດຈາກ UNESCAP ໂດຍຜ່ານມະຕິເລກທີ 69/7 ວ່າດ້ວຍຂໍ້ຕົກລົງລະຫວ່າງລັດຖະບານກ່ຽວກັບທ່າ ບົກ – ທ່ານາແລ້ງ ທີ່ໄດ້ຮັບຮອງເອົາຢູ່ບາງກອກໃນວັນທີ 1 ພຶດສະພາ 2013 ປະກອບດ້ວຍການກໍ່ສ້າງຕຶກອາຄານບໍລິຫານ, ເຂດການຄ້າ, ສະຖານີຂົນສົ່ງສິນຄ້ານາໆຊາດ, ສາງເກັບມ້ຽນສິນຄ້າ, ສາງ 6 ແຫ່ງມີລະບົບເກັບມ້ຽນສິນຄ້າຄົບວົງຈອນ, ຈຸດພັກເກັບຮັກສາຕູ້ສິນຄ້າເຢັນ 100 ຈຸດ, ສະຖານີບັນຈຸສິນຄ້າເຂົ້າ – ອອກຕູ້ ( CFS ), ເນື້ອທີ່ເຂດບໍລິການ 20 ເຮັກຕາ ແລະ ພ້ອມດ້ວຍອຸປະກອນຈັດການຍົກຍໍຄ່ຽນຖ່າຍຕູ້ຄອນເທັນເນີທີ່ເໝາະສົມ, ມີຄວາມອາດສາມາດໃນເບື້ອງຕົ້ນແມ່ນ 200 TEU ຕໍ່ມື້ ແລະ ຮອງຮັບລົດບັນທຸກ 500 ຄັນຕໍ່ມື້.

ໂຄງການທ່າບົກ – ທ່ານາແລ້ງ ຈະເປັນຈຸດເຊື່ອມຕໍ່ທາງລົດໄຟ ແລະ ທາງລົດຂົນສົ່ງສິນຄ້າທາງບົກໃນເຂດອະນຸພາກພື້ນແມ່ນໍ້າຂອງ ( GMS ) ແລະ ເປັນສູນກາງຂົນສົ່ງທາງອາກາດທີ່ເຊື່ອມກັບສະໜາມບິນສຸວັນນະພູມ ( ປະເທດໄທ ) ແລະ ສະໜາມບິນໂນຍບາຍ ( Noi Bai ) ຂອງ ສສ ຫວຽດນາມ. ນອກນັ້ນ, ຍັງເປັນຈຸດຄ່ຽນຖ່າຍສິນຄ້າສຳລັບລົດໄຟລາວ – ຈີນ ແລະ ລາວ – ໄທ ໂດຍເນື້ອທີ່ເຂດບໍລິການ 20 ເຮັກຕາ.

ເຂດໂລຈິສຕິກນະຄອນຫຼວງວຽງຈັນ ມີຈຸດພິເສດເປັນເຂດທີ່ແຕກຕ່າງຈາກເຂດເສດຖະກິດພິເສດອື່ນໆ; ເນື່ອງຈາກເປັນຈຸດສູນກາງຂອງການຄ້າ, ການຂົນສົ່ງ, ການຫຸ້ມຫໍ່ສິນຄ້າເພື່ອສົ່ງອອກ ເຊິ່ງຖືວ່າເປັນທີ່ສົນໃຈຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ ເພາະມີການບໍລິການປະຕູດຽວ ແລະ ບໍລິການອື່ນໆແບບຄົບວົງຈອນ.

ການສຳມະນາດັ່ງກ່າວຖືກຈັດຂຶ້ນເມື່ອວັນທີ 31 ກໍລະກົດ 2020 ຜ່ານມາ ທີ່ຫ້ອງປະຊຸມ ໃຫຍ່ ບໍລິສັດ ປີໂຕຣລ້ຽມເທຣດ ດິ້ງ ລາວ ມະຫາຊົນ ນະຄອນຫຼວງວຽງຈັນ, ແຕ່ເນື່ອງຈາກມີຂໍ້ຈໍາກັດດ້ານໂຄວິດ – 19 ຈຶ່ງເຮັດການສໍາມະນາຜ່ານທາງອອນລາຍ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 50 ກວ່າຄົນ ແລະ ນັກທຸລະກິດລົງທະບຽນເຂົ້າຮ່ວມທາງອອນລາຍຜ່ານລະບົບ Zoom ຈຳນວນ 33 ຄົນ.

ງານດັ່ງກ່າວໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາ ສໍານັກງານນາຍົກລັດຖະມົນຕີ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ທ່ານ ທາເກວາກະ ເຄໂຊ ( Takewaka Keizo ) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາລາວ, ທ່ານ Katsuichi iwakami ຫົວໜ້າອົງການເຈັດໂຕຣ ປະຈໍາລາວ, ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຈິສຕິກ ພາກ ຈໍາກັດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.