ນ້ຳຖ້ວມບໍ່ແຕນເຂົ້າມື້ທີສອງແລ້ວ ເປັນກຳລັງໃຈໃຫ້ທຸກຄົນ

196

ຈາກພະຍຸຊີນລາກູ ທີ່ເຄື່ອນຕົວມາຈາກຫວຽດນາມເຂົ້າທາງພາກເໜືອຂອງລາວ ລົງຫາພາກກາງຈະເຮັດໃຫ້ມີຝົນຕົກໜັດຫາໜັກຫຼາຍ ກົມອຸຕຸຈິ່ງຝາກເຕືອນພໍ່ແມ່ພີ່ນ້ອງທຸກແຂວງແຕ່ແຕ່ຜົ້ງສາລີລົງຮອດບັນດາແຂວງພາກກາງໃຫ້ມີສະຕິ ຕໍ່ບັນຫານ້ຳຖ້ວມດິນຊຸທີ່ອາດເກີດຂຶ້ນ.

ຕາມລາຍງານຈາກປະຊາຊົນ ທີ່ບ້ານຕົ້ນຕານ ແລະ ປະຊາຊົນບ້ານເໜືອງ ເມືອງບໍ່ແຕນ,​ ໄຊຍະບູລີ ນ້ຳໄດ້ໄຫຼເຂົ້າຖ້ວມມາແຕ່ວັນທີ 2 ສິງຫາເປັນຕົ້ນມາ.

ເຊັ່ນດຽວກັນບ້ານນາກອກ ເມືອງບໍ່ແຕນ ແຂວງໄຊຍະບູລີ ກໍ່ໄດ້ຮັບຜົນກະທົບບໍ່ໜ້ອຍ ຮອດວັນທີ 3 ສິງຫາ 2020 ກໍ່ຄືຕອນເຊົ້າມື້ນີ້ເຮືອນຊັ້ນດຽວເຂດຕ່ຳແມ່ນຖ້ວມເຄິ່ງເຮືອນແລ້ວ.

ຕາມການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃນ ວັນທີ 02/08/2020 ບອກວ່າ: ພາຍຸຊິນລາກຸ (Sinlaku) ຫົວທີ 3 ໃນເວລາ 7   ໂມງເຊົ້າ ຂອງວັນທີ 02 ສິງຫາ 2020, ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.2 ອົງສາ ເໜືອ ແລະ ເສັ້ນແວງທີ 106.1 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫົວນີ້ຈະເຄື່ອນເຂົ້າພາກເໜືອຂອງ ສສ ຫວຽດນາມໃນຕອນເຊົ້າຂອງມື້ນີ້ ແລະ ຈະສືບຕໍ່ຜ່ານເຂດແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸົດມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ບໍລິຄຳໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ນັບທັງນະຄອນຫຼວງວຽງຈັນ.

ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ຕົກໜັກຫຼາຍຢູ່ເຂດພາກເໜືອ ຫາ ພາກກາງຂອງປະເທດລາວ, ສ່ວນພາກໃຕ້ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ, ອົງການປົກຄອງທຸກພາກສ່ວນໃຫ້ມີສະຕິລະມັດລະວັງຕໍ່ສະພາບລົມພັດແຮງ, ຝົນຕົກໜັກທີ່ຈະເຮັດໃຫ້ເກີດມີ ຟ້າຜ່າ, ນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນໃນໄລຍະ ວັນທີ 2 ຫາ 4 ສິງຫາ 2020. ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.