ຊົມເຊຍເຈົ້າໜ້າທີ່ ເມືອງຕະໂອ້ຍ ຍຶດ-ທຳລາຍສິນຄ້າໝົດອາຍຸມູນຄ່າຫຼາຍກວ່າ 4 ລ້ານກີບ

142

ຖືວ່າເປັນຂ່າວດີ ທີ່ຂະແໜງການກ່ຽວຂ້ອງຂອງແຂວງສາລະວັນ ໄດ້ເອົາໃຈໃສ່ຕໍ່ຜູ້ບໍລິໂພກ ໂດຍການລົງໄປກວດກາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງ ເພື່ອຕິດຕາມສິນຄ້າທີ່ບໍ່ໄດ້ຄຸນນະພາບ, ສິນຄ້າຕ້ອງຫ້າມທີ່ເປັນອັນຕະລາຍຕໍ່ສຸຂະພາບ.

ໃນວັນທີ 30 ກໍລະກົດ 2020 ຂະແໜງອາຫານ ແລະ ຢາ ຫ້ອງການສາທາລະນະສຸກເມືອງຕະໂອ້ຍ ແຂວງສາລະວັນ ພ້ອມດ້ວຍຄະນະກໍາມະການຄຸ້ມຄອງອາຫານ ແລະ ຢາຂັ້ນແຂວງ ໄດ້ລົງກວດກາສິນຄ້າອາຫານສົດ ແລະ ອາຫານສໍາເລັດຮູບໃນຕະຫຼາດເທດສະບານເມືອງ, ຕະຫຼາດຊຸມຊົນບ້ານປະຈູດອນ ແລະ ບ້ານກົກບົກ ເມືອງຕະໂອ້ຍ
ໂດຍທ່ານໄຊສົງຄາມ ກ້ອນສະຫວັດດີ ຮອງຫົວໜ້າສາທາລະນະສຸກເມືອງ ຜູ້ຊີ້ນໍາຂົງເຂດຂະແໜງອາຫານ ແລະ ຢາ ເມືອງຕະໂອ້ຍໃຫ້ຮູ້ວ່າ: ໃນການລົງກວດກາຮ້ານອາຫານສົດ ແລະ ຮ້ານສໍາເລັດຮູບຂາຍຍົກ – ຂາຍຍ່ອຍ ໄດ້ຈັດແບ່ງອອກເປັນ 2 ທີມລົງຕົວຈິງ; ແບ່ງອອກເປັນ 3 ຈຸດຄື: ຕະຫຼາດເທດສະບານເມືອງ, ຕະຫຼາດຊຸມຊົນບ້ານປະຈູດອນ ແລະ ບ້ານກົກບົກ ໃນຈໍານວນທັງໝົດມີ 29 ຮ້ານ.

ໃນການລົງກວດກາຕົວຈີງຮ້ານອາຫານສົດມີ 3 ຮ້ານ (ບໍ່ພົບສານປົນເປື້ອນ) ຮ້ານສໍາເລັດຮູບຂາຍຍົກ – ຂາຍຍ່ອຍ ຂອງຄົນລາວຈໍານວນ 14 ຮ້ານ ແລະ ຮ້ານປະຊາຊົນຊາວຫວຽດນາມທັງໝົດມີ 12 ຮ້ານ. ພົບເຫັນສິນຄ້າບາງລາຍການທີ່ໝົດອາຍຸການນໍາໃຊ້ທັງໝົດມີ 10 ຮ້ານ. ໃນນັ້ນ, ຮ້ານຄົນລາວມີ 4 ຮ້ານ ແລະ ຮ້ານຊາວຫວຽດນາມທັງໝົດມີ 6 ຮ້ານ; ລວມມີ 8 ລາຍການປະກອບມີ: ເຂົ້າໜົມ 400 ກວ່າຖົງ, ໝີ່ໄວໆ 3 ແກັດ, ດີ້ໂດ້ 30 ແກັດ, ແລັກຕາຊອຍ 3 ແກັດ, ເປັບຊີ 6 ແກັດ, ເຊເວັນອັບ 3 ແກັດ, ນົມແປ້ງ 2 ແກັດ ແລະ ໂກໂກ້ໂຄກ 2 ແກັດ. ສິນຄ້າໃນມູນຄ່າ 4.312.000 ກີບ. ເຊິ່ງສິນຄ້າດັ່ງກ່າວ ແມ່ນໄດ້ຢຶດມາທໍາລາຍຖິ້ມກັບທີ່.

ການລົງກວດກາສິນຄ້າໃນຄັ້ງນີ້, ກໍເພື່ອເປັນການປົກປ້ອງຜູ້ຊົມໃຊ້ໃຫ້ໄດ້ຮັບການບໍລິໂພກສິນຄ້າທີ່ມີຄຸນະພາບເພື່ອຫຼີກລ້ຽງບໍ່ໃຫ້ເກີດຜົນອັນຕະລາຍຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງປະຊາຊົນ ພ້ອມທັງເປັນການປະຕິບັດໜ້າທີ່ວຽກງານຂະແໜງອາຫານ ແລະ ຢາ ໃຫ້ຖືກຕ້ອງຕາມແຜນການທີ່ວາງໄວ້ ແລະ ໃຫ້ສອດຄ່ອງກັບລະບຽບຫຼັກການຂອງຂັ້ນເທິງ ທັງເປັນການເຕືອນສະຕິຊາວຄ້າຂາຍໄປໃນຕົວ.