ພະຍາດທີ່ມັກລະບາດໃນໝາກເຜັດ ແລະ ວິທີປ້ອງກັນ

234

ຊາວສວນຫຼາຍຄົນທີ່ປູກໝາກເຜັດຄົງຈະເຄີຍພົບບັນຫາພະຍາດລະບາດໃນໝາກເຜັດ, ເຮັດໃຫ້ໝາກເຜັດເນົ່າກ່ອນສຸກ. ຄໍລຳກະສິກຳວັນນີ້ຈະມາສະເໜີພະຍາດທີ່ມັກລະບາດໃນໝາກເຜັດມີ 2 ພະຍາດ ພ້ອມວິທີປ້ອງກັນ ແລະ ກຳຈັດ ຄື: ພະຍາດກຸ້ງແຫ້ງແທ້ ຫຼື ພະຍາດແອນແທຣຄໂນສ ແລະ ພະຍາດໜອນ ດັ່ງລຸ່ມນີ້.


1. ພະຍາດກຸ້ງແຫ້ງແທ້ ຫຼື ພະຍາດແອນແທຣຄໂນສ: ຈະເລີ່ມຈາກຮອຍແຜນ້ອຍໆ ແລະ ຂະຫຍາຍວົງກວ້າງ, ເປັນແຜຊ້ຳຄືຖືກນ້ຳຮ້ອນລວກ ແຕ່ພາບນີ້ຖືກສີດພົ່ນດ້ວຍຊຸດລາພະຍາດຮ້າຍໄປແລ້ວ ແຜທີ່ເປັນຮອຍຊ້ຳ ຮອຍເນົ່າຈະຍຸບ ແລະ ແຫ້ງໄປ. ພະຍາດນີ້ເປັນໄດ້ທຸກລະດູ ແລະ ຈະເປັນຫຼາຍໃນໄລຍະລະດູຝົນ ແລະ ລະດູໜາວ ເຊິ່ງມີຄວາມຊຸ່ມສູງ, ນ້ຳຄ້າງຫຼາຍຝົນແຮງ ປັດໄຈເຮັດໃຫ້ເຊື້ອພະຍາດນີ້ຈະເລີນເຕີບໂຕໄດ້ໄວ ແລະ ການກຳກັດພະຍາດ ຈຶ່ງເປັນໄປດ້ວຍຄວາມຍາກລຳບາກ.
ວິທີການປ້ອງກັນ ແລະ ກໍາຈັດພະຍາດກຸ້ງແຫ້ງ: 1). ຄວນໃຫ້ແຄລຊຽມແກ່ພືດທັງທາງດິນ ແລະ ທາງໃບຢ່າງຕໍ່ເນື່ອງ ເພື່ອຫຼຸດຄວາມອ່ອນແອຂອງຜະໜັງເຊລທີ່ໝາກ; 2). ເມື່ອເລີ່ມມີອາການໃຫ້ເກັບໝາກເຜັດທີ່ເປັນອອກທັງໝົດ ເພື່ອຫຼຸດອັດຕາການຂະຫຍາຍເຊື້ອແລ້ວສີດພົ່ນດ້ວຍສານກຳຈັດພະຍາດ.


ຫາກເກີດການລະບາດແຮງໃຫ້ເຮັດດັ່ງນີ້: 1). ເກັບໝາກເຜັດທີ່ເປັນ ແລະ ກຳລັງເລີ່ມເປັນທັງໝົດອອກໄປຖິ້ມນອກບ່ອນປູກ; 2). ສີດພົ່ນສານກຳຈັດພະຍາດໃຫ້ທົ່ວຕັ້ງແຕ່ເຂດບໍລິເວນເຫງົ້າຈົນຮອດຍອດຂອງຕົ້ນໝາກເຜັດໃນໄລຍະເຊົ້າ ອັດຕາ 20 – 30 ຊີຊີ ຕໍ່ນ້ຳ 20 ລິດ; 3). ຈະຕ້ອງຢຸດການໃສ່ປຸ໋ຍ ຫຼື ຮໍໂມນຕ່າງໆໃນລະຫວ່າງການຮັກສາ; 4). ເຮັດແບບນີ້ຢ່າງໜ້ອຍ 2 ຄັ້ງ ຫ່າງກັນ 3 – 4 ວັນ ຕໍ່ 1 ຄັ້ງ.


2. ພະຍາດໜອນ: ເກີດຈາກການທີ່ແມງວັນທອງມາວາງໄຂ່ໄວ້ຕັ້ງແຕ່ຕອນເປັນເມັດອ່ອນ ໝາກເຜັດໃຫຍ່ຂຶ້ນໄຂ່ກໍຟັກຕົວເປັນໜອນທີ່ກິນເນື້ອໝາກເຜັດຢູ່ພາຍໃນໝາກນັ້ນ, ຈຸດສັງເກດ ທີ່ບໍລິເວນຂອງໝາກເຜັດ ຈະມີຮູນ້ອຍໆຢ່າງນ້ອຍ 1 ຈຸດ ກໍສັນນິຖານໄດ້ເລີຍທັນທີວ່າເກີດຈາໜອນແມງວັນທອງ ຮອຍທີ່ຄ້າຍການເນົ່າຄືການທີ່ໜອນກິນເນື້ອຂອງໝາກເຜັດ ເຮັດໃຫ້ຜິວບາງກວ່າສ່ວນອື່ນ, ສີຜິດປົກກະຕິ ເມື່ອຈີກເມັດອອກກໍຈະເຫັນໜອນຢູ່ພາຍໃນ.


ວິທີປ້ອງກັນ ແລະ ກຳຈັດໜອນແມງວັນທອງ ຫຼາຍຄົນມັກຈະໄປແກ້ກັນທີ່ປາຍເຫດຄືກຳຈັດໜອນ ແຕ່ຄວາມຈິງແລ້ວວິທີປ້ອງກັນທີ່ດີທີ່ສຸດກໍຄືແຂວນສານລໍ້ແມງວັນທອງໄວ້ໃຫ້ທົ່ວບໍລິເວນທີ່ເຮົາປູກຕົ້ນໝາກເຜັດ ເຊິ່ງສານລໍ້ຫຼັກໆກໍມີຢູ່ 2 ແບບ ຄື: ແບບລໍ້ເພດ ແລະ ແບບລໍ້ອາຫານ ສ່ວນການປ້ອງກັນອື່ນໆ ເຊັ່ນ: ການປູກດາວເຣືອງ, ການໃຊ້ໃບກະເພົາ ຫຼື ວິທີອື່ນໆກໍສຸດແລ້ວ ແຕ່ສິ່ງທີ່ຫາໄດ້ ຫຼື ປະສົບການຂອງແຕ່ລະຄົນ ເຊິ່ງສາມາດຊ່ວຍໄດ້ ແລະ ລອງເອົາໄປປະຕິບັດຕາມເບິ່ງ.