ໂອກາດດີໆ ສຳລັບຜູ້ຢາກຝຶກເປັນນັກພັດທະນາຊຸມຊົນ

111

ສູນພັດທະນາ ການຮຽນຮູ້ແບບມີສ່ວນຮ່ວມ ໄດ້ເປີດຮັບສະໝັກນັກຮຽນ ຜູ້ທີ່ສົນໃຈຢາກເປັນນັກພັດທະນາຊຸມຊົນ ເພື່ອສົ່ງເສີມການສຶກສາໃຫ້ໄວໜຸ່ມໄດ້ມີການພັດທະນາທັກສະທີ່ຈຳເປັນຕໍ່ການພັດທະນາຕົນເອງ, ຊຸມຊົນ ແລະ ສັງຄົມ ໃຫ້ມີທັດສະນະທີ່ຖືກຕ້ອງ ແລະ ມີຄວາມເປັນຜູ້ນຳທີ່ດີ.

ດັງນັ້ນ, ທາງສູນຈຶ່ງໄດ້ຈັດການຝຶກອົບຮົມໃນຫົວຂໍ້: “ ນັກພັດທະນາຊຸມຊົນແບບມີສ່ວນຮ່ວມ ” ດ້ວຍການປະກາດເປີດຮັບສະໝັກນັກຮຽນທີ່ມີຄວາມສົນໃຈໃນດ້ານນີ້ໄດ້ມີໂອກາດຮຽນຮູ້ ຕັ້ງແຕ່ມື້ນີ້ຈົນເຖິງວັນທີ 7 ສິງຫາ 2020

ເປົ້າໝາຍຫຼັກຂອງການຝຶກອົບຮົມແມ່ນ ເພື່ອພັດທະນາທັກສະການເຮັດວຽກພັດທະນາຊຸມຊົນ, ມີທັດສະນະທີ່ຖືກຕ້ອງ ແລະ ມີຄວາມເປັນມືອາຊີບ ເວລາໃນການຝຶກອົບຮົມເເມ່ນປະມານ 4 ເດືອນ (1 ກັນຍາ 2020 – 31 ທັນວາ 2020) ກຸ່ມເປົ້າໝາຍແມ່ນ ໄວໜຸ່ມຍິງ, ໄວໜຸ່ມຊົນເຜົ່າ ແລະ ນັກຮຽນທີ່ມາຈາກຕ່າງແຂວງ ຈະໄດ້ຮັບພິຈາລະນາເປັນພິເສດ.

ສຳລັບນັກຮຽນທີ່ມາຈາກຕ່າງແຂວງ ຖ້າໄດ້ຮັບການຄັດເລືອກ ທາງສູນມີອັດຕາກິນ ເເລະ ທີ່ພັກໃຫ້ ໂດຍອີງຕາມເງື່ອນໄຂຂອງໂຄງການ ຜູ້ທີ່ສົນໃຈ ແລະ ມີເງື່ອນໄຂສະໝັກ ສາມາດເບີ່ງລາຍລະອຽດເພີ່ມຕື່ມຕາມໃບປະກາດລຸ່ມນີ້ເລີຍ

ວິທີສະໝັກ:

ປະກອບເອກະສານຄົບຖ້ວນຕາມທີ່ລະບຸໄວ້ຄື:

1 ເເບບຟອມສະໝັກ ຕາມລິ້ງນີ້ ໂຫຼດຟອມ

2 ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ 1 ໃບ

3 ສຳເນົາໃບປະກາດຈົບຊັ້ນມ 7 ຫຼື ຊັ້ນສູງ ຫຼື ປະລິນຍາຕີ 1 ໃບ

4 ໃບຢັ້ງຢືນຕ່າງໆ (ຖ້າມີ), ຕົວຢ່າງ: ໃບຢັ້ງຢືນເຂົ້າຮ່ວມຝຶກອົບຮົມ, ໃບຢັ້ງຢືນເຂົ້້າຮ່ວມກິດຈະກໍາ ອາສາສະໝັກ, ແລະ ອື່ນໆ ປະກອບເອກະສານ ແລະ ສົ່ງເອກະສານ ລະບຸຫົວຂໍ້ອີເມລວ່າ: “ສະໝັກເປັນນັກພັດທະນາຊຸມຊົນເເບບມີສ່ວນຮ່ວມ” ແລ້ວສົ່ງອີເມວມາທີ່: noutsabai@gmail.com ຫຼື singkham1000@gmail.com ຫຼື ທ່ານສາມາດມາສົ່ງໃບສະໝັກດ້ວຍຕົນເອງໄດ້ທີ່: ສູນຝຶກອົບຮົມການຮຽນຮູ້ແບບມີສ່ວນຮ່ວມ (ສຮຮ) ຕັ້ງຢູ່ ບ້ານ ໂພນພະເນົາ, ຮ່ອມ 10, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ແຜນທີ່:

ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່

020 54538569 (ທ້າວ ສິງຄໍາ)

020 55947474 (ນາງ ນຸດສະໃບ)