ຢາກໃຫ້ທ່ານໄດ້ລອງຂີ່ຊິບລາຍ ແລະ ຄ້າງຄືນທີ່ເຮືອນຕົ້ນໄມ້ ໃນເຂດປ່າສະຫງວນດົງຫົວສາວ ເມືອງປາກຊ່ອງ

258

ການຂີ່ສະລິງ ຫຼື ພາສາພື້ນບ້ານເຮົາເອີ້ນວ່າ: ສາຍກາບ ຫຼື ເປັນພາສາອັງກິດແມ່ນ: ຊິບລາຍ ( Zip-Line ) ຄິດວ່າຫຼາຍທ່ານຄົງໄດ້ທົດລອງຂີ່ແລ້ວ ເນື່ອງຈາກປັດຈຸບັນມີສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ ແລະ ໃກ້ກັບເທສະບານເມືອງ ຫຼື ແຂວງໃຫ້ທ່ານໄດ້ສໍາຜັດບັນຍາກາດໃນວັນພັກຜ່ອນເສົາ – ອາທິດ.
ສໍາລັບຊິບລາຍທີ່ຈະນໍາສະເໜີຕໍ່ໄປນີ້ແມ່ນຢູ່ເຂດເມືອງປາກຊ່ອງ ແຂວງຈໍາປາສັກ ເຊິ່ງເປັນສະຖານທີ່ທ່ອງທ່ຽວອັນລືຊື່ອີກແຫ່ງໜຶ່ງທີ່ຫຼາຍຄົນເຄີຍໄດ້ຍິນນັບແຕ່ປີ 2011 ເປັນຕົ້ນມາ.

ເນື່ອງຈາກ ບໍລິສັດ ທ່ອງທ່ຽວກຣີນ ດິສໂຄເວີຣີລາວ ( Green discovery Laos ) ໄດ້ພັດທະນາຈຸດທ່ອງທ່ຽວແບບຜະຈົນໄພທີ່ເຂດປ່າສະຫງວນດົງຫົວສາວ ນັ້ນກໍຄືການຂີ່ຊິບລາຍ ( Zip-Line ) ຈາກຟາກໜຶ່ງໄປຫາອີກຟາກໜຶ່ງນັ້ນເອງ ນັບວ່າເປັນວິທີການທ່ອງທ່ຽວອີກແບບໜຶ່ງທີ່ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ມັກໃນສິ່ງທ້າທາຍ, ທັງເປັນການສ້າງຄວາມສົນໃຈໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວໃນບ່ອນນີ້ໃຫ້ຫຼາຍຂຶ້ນເລື້ອຍໆ.

ໃນກໍລະນີ, ຫາກທ່ານເດີນທາງມາຮອດສະຖານທີ່ດັ່ງກ່າວກໍຈະໄດ້ພົບກັບຄວາມຕື່ນເຕັ້ນ ນັ້ນກໍຄືຈະໄດ້ຂີ່ເຊືອກສາຍຊິບລາຍທີ່ສຳຜັດດ້ວຍຕົນເອງ ເມື່ອເຫັນທຳອິດທ່ານອາດຈະຮູ້ສຶກຕົກໃຈຢ່າງໃຈຫາຍໃຈຂວໍ້າກັບຄວາມສູງຂອງມັນບວກກັບຕົ້ນໄມ້ໃຫຍ່ສູງຊັນສີຂຽວອຸ່ມທຸ່ມທາງດ້ານລຸ່ມເປັນຕົວຊີ້ວັດ ເພາະທ່ານຈະໄດ້ຜ່ານປາຍໄມ້ເຫຼົ່ານັ້ນໄປ, ແຕ່ກໍບໍ່ເປັນຫຍັງເພາະວ່າສາຍລວດນັ້ນຮັບປະ¬ກັນຢ່າງເຕັມທີ່ຢູ່ແລ້ວ, ເມື່ອທ່ານໃສ່ຊຸດຮຽບຮ້ອຍແລ້ວກໍໂດດລົງຈະຜ່ານຮ່ອມພູທີ່ສູງຊັນວົນໄປວຽນມາຈາກຂ້າງນີ້ໄປຫາຂ້າງນັ້ນ ນັບວ່າເປັນການຜະຈົນໄພທີ່ຕື່ນເຕັ້ນທີ່ສຸດ, ພໍໄປຮອດຕໍ່ໜ້າຂອງນ້ຳຕົກຕາດຂະມຶດ ແລະ ຕາດເສືອທ່ານຈະຮູ້ສຶກໜາວ ເພາະອາຍນ້ຳມັນຟົ້ງອອກມາເປັນບາດໆ.

ນອກນັ້ນ, ຈະເຫັນພາບທິວທັດຂອງຮຸ້ງກິນນ້ຳ ແລະ ສຽງນ້ຳຕົກຄ້າຍຄືກັນກັບຟ້າຮ້ອງ ທ່ານຈະຮູ້ສຶກມ່ວນຊື່ນກັບທິວທັດທຳມະຊາດບວກກັບຜູ້ເຝົ້າຄອຍເບິ່ງແຍງຂອງຜູ້ນຳທ່ຽວທີ່ຊຳນານງານຢ່າງຮອບຄອບ.
ສໍາລັບການເດີນທາງໄປບ່ອນນັ້ນກໍບໍ່ໄກຈາກນະຄອນປາກເຊຫຼາຍປານໃດ? ພຽງຂີ່ລົດໄປທາງປາກຊ່ອງເຂົ້າເຂດພູພຽງບໍລະເວນ ເຊິ່ງເປັນບ່ອນປູກກາເຟບ່ອນທີ່ມີຊື່ສຽງທາງພາກໃຕ້ທີ່ສ້າງລາຍຮັບໃຫ້ກັບປະຊາຊົນທ້ອງຖິ່ນຫຼາຍສົມຄວນໃນແຕ່ລະປີ. ເມື່ອຫົວລົດເລີ່ມຕັ້ງໜ້າຂຶ້ນຕາມທາງລຽບ ແລະ ທາງເນີນຂຶ້ນໄປຮອດເທສະບານເມືອງປາກຊ່ອງ ( ປະມານ 50 ກິໂລແມັດ ) ແລ້ວສືບຕໍ່ໄປອີກປະມານ 1 ກິໂລແມັດ ກໍມີປ້າຍຊີ້ບອກລ້ຽວຂວາລົງຕາມທາງດິນແດງເຂົ້າຫາບ້ານໜອງຫຼວງ ພ້ອມກັບໄດ້ເຫັນໝູ່ບ້ານຂອງປະຊາຊົນທີ່ຕັ້ງລຽບຕາມແຄມສາຍທາງເຂົ້າ ແລະ ກໍມີຜູ້ນຳທ່ຽວລໍຖ້າຢູ່ສະຖານທີ່ແຫ່ງນັ້ນ.

ແຕ່ກ່ອນຈະເຂົ້າປ່າຜູ້ນຳທ່ຽວໄດ້ແນະນຳໃຫ້ຮູ້ກ່ອນລ່ວງໜ້າ ແລະ ຕ້ອງກຽມອຸປະກອນທີ່ຈຳເປັນ ເພື່ອຮັບປະກັນຄວາມປອດໄພໄວ້ກ່ອນ. ສ່ວນການເດີນທາງຈະໄດ້ຂຶ້ນໂນນພູຜ່ານສວນຜັກ ແລະ ສວນກາເຟທີ່ຖືກບົວລະບັດເປັນຢ່າງດີຂອງຊາວສວນໃນເຂດນັ້ນ. ພິເສດຕະຫຼາດການເດີນທາງເຂົ້າໄປທ່ານຈະໄດ້ພົບກັບຜາສູງຊັນ, ປ່າຕຶບໜາ ແລະ ວິວທຳມະຊາດເຕັມອີ່ມ.

■ ຄ້າງຄືນທີ່ເຮືອນຕົ້ນໄມ້ບ່ອນພັກທີ່ແປກໃໝ່ຂອງປ່າທໍາມະຊາດ:

ນອກຈາກຈະຕື່ນເຕັ້ນໃນການຂີ່ຊິບລາຍຜ່ານຍອດຕົ້ນໄມ້ໃຫຍ່, ປ່າດົງ ແລະ ນ້ຳຕົກຕາດທຳມະຊາດໃນເຂດສາຍພູດົງຫົວສາວກັນຢ່າງມ່ວນຊື່ນແລ້ວ ອາດຈະເຮັດໃຫ້ພວກເຮົາຊັກຊ້າຈົນລືມເວລາກັບ ພາຍຫຼັງທີ່ໄດ້ຜ່ານຈັດກິດຈະກໍາການຜະຈົນໄພຢ່າງເຕັມທີ່, ສຸດທ້າຍກໍແມ່ນການເດີນທາງຍ່າງກັບຄືນທາງເກົ່າ ເນື່ອງຈາກວ່າຕອນກັບກໍອາດຈະຄ່ຳພໍດີ ຈຶ່ງແນະນຳໃຫ້ນອນພັກແຮມຄືນທີ່ໂຮງແຮມໃນປ່າ ນັ້ນກໍຄືເຮືອນຕົ້ນໄມ້ ຫຼື ພາສາຊາວບ້ານແມ່ນຕູບຮັງນົກທຳມະຊາດນັ້ນເອງ.

ຕູບຮັງນົກທຳມະຊາດທີ່ວ່ານີ້ເປັນເຮືອນພັກທີ່ຢູ່ເທິງຕົ້ນໄມ້ ໃຫຍ່ມຸງດ້ວຍຫຍ້າ, ແອ້ມດ້ວຍໄມ້,ເຊິ່ງບາງຕູບກໍແອ້ມດ້ວຍໄມ້ເຮ້ຍທີ່ມີການຕົກແຕ່ງປະດັບປະດາພາຍໃນຢ່າງຄັກແນ່, ນຳໃຊ້ອຸປະກອນເຄື່ອງໃຊ້ທີ່ທັນສະໄໝເໝືອນກັບເຮືອນພັກທົ່ວໄປ. ຕ່າງແຕ່ມັນຢູ່ໃນປ່າເທົ່ານັ້ນ, ເວົ້າລວມແລ້ວແມ່ນເຮັດດ້ວຍໄມ້ທັງໝົດນັບແຕ່ຂັ້ນໄດທາງຂຶ້ນ; ຈາກການສັງເກດຈະມີຢູ່ປະມານ 5 – 6 ຫຼັງ ເຊິ່ງຕັ້ງຢູ່ຕາມຮ່ອມພູ ນັບວ່າເປັນບ້ານແບບນະວະນິຍາຍທີ່ແສນຈະໂລແມນຕິກ ເພາະມີແສງສະຫວ່າງຂອງແມງຫິງຫ້ອຍອອກມາປະດັບເອ້ປ່າແຫ່ງນີ້ບວກກັບແສງໄຟຟ້າທີ່ຜະລິດດ້ວຍຈັກປັ່ນໄຟໃນຕອນກາງຄືນ.

ສ່ວນອາຫານຄ່ຳຂອງຮ້ານອາຫານປະຈຳທີ່ນີ້ໄດ້ມີບໍລິການແບບເປັນກັນເອງ ບໍ່ວ່າຈະເປັນອາຫານພື້ນບ້້ານແບບລາວໆ ແລະ ອາຫານສາກົນຄວບຄູ່ກັນໄປຕາມສັ່ງ. ສໍາລັບເວລານອນຕູບບາງຫຼັງໄດ້ປິ່ນໜ້າໃສ່ນ້ຳຕົກຕາດທີ່ມະຫັດສະຈັນ ຫຼື ບາງຫຼັງແມ່ນປິ່ນເຂົ້າປ່າກໍມີ ເຊິ່ງທິວທັດທຳມະຊາດຈາກບ່ອນພັກຫາທົ່ງພຽງ ອາດຈະໄກປະມານ 25 ກິໂລແມັດ. ເວົ້າສະເພາະໃນຍາມນອນທ່ານໄດ້ຮັບກິ່ນຫອມຈາກຕົ້ນໄມ້ບໍລິສຸດ ຫຼື ດອກໄມ້ປ່າທີ່ສົ່ງອາຍຂອງມັນມາພ້ອມໆກັບສາຍລົມເຢັນໆພັດຜ່ານ ເຮັດໃຫ້ທ່ານຮູ້ສຶກຜ່ອຍຄາຍໄປໃນຕົວແຖມຍັງນອນຫຼັບສະບາຍນຳອີກ.
ຂະນະທີ່ຫ້ອງນ້ຳເຖິງຈະບໍ່ແມ່ນຫ້ອງນ້ຳສ່ວນຕົວກໍຕາມ, ແຕ່ສາມາດນຳໃຊ້ໄດ້ທັງນ້ຳຮ້ອນ ແລະ ນ້ຳເຢັນທີ່ຕັ້ງຢູ່ໃກ້ຮ້ານອາຫານດ້ວຍຈັກໄຟຟ້າຂະໜາດນ້ອຍທີ່ຕັ້ງເຊື່ອງໄວ້ຢູ່ໃກ້ບ່ອນນ້ຳຕົກໄດ້ສົ່ງກະແສໄຟຟ້າ ແລະ ແສງສະຫວ່າງ ເພື່ອອຳນວຍຄວາມສະດວກຕ່າງໆໃຫ້ແກ່ຕູບ ແລະ ເຂດຄ້າຍພັກແຮມ.

ເມື່ອຕື່ນຂຶ້ນມາໃນຕອນເຊົ້າທ່ານຈະໄດ້ຍິນສຽງນ້ຳຕົກດັງຮື່ນໆເປັນບາດ ບວກກັບໝອກທີ່ປົກຄຸມໄປທຸກພື້ນທີ່ແນມຈົນບໍ່ເຫັນກັນ ແລະ ມັນກໍຈາງເມື່ອແດດອອກ; ນີ້ເປັນພຽງມຸມໜຶ່ງທີ່ໄດ້ພົບຄວາມງຽບສະຫງັດທີ່ມີຄວາມຊົງຈຳໃນຍາມເຊົ້າທີ່ເຮົາໄດ້ພັກຜ່ອນ ແລະ ທ່ຽວອ້ອມສະຖານທີ່ເພື່ອຊົມສິ່ງທີ່ມີຊີວິດຕົວນ້ອຍໆຕາມພຸ່ມໄມ້. ຫາກສັງເກດເບິ່ງອ້ອມຮອບຍັງມີສີສັນປະດັບໄປດ້ວຍແມງກະເບື້ອ, ດອກໄມ້ ແລະ ກິ່ນອາຍຂອງປ່າໄມ້ອີກດ້ວຍ. ກ່ອນຈະກິນເຂົ້າເຊົ້າຢ່າລືມລົງສະລອຍນ້ຳທຳມະຊາດ ເຮັດໃຫ້ພວກເຮົາຮູ້ສຶກສະບາຍຈາກຫ້ວຍນ້ຳໃນປ່າດ້ວຍຄວາມດີໃຈ ພ້ອມກັບສົ່ງສຽງຫົວຢອກໄຍຢ່າງມ່ວນຊື່ນປະສານກັບສຽງນ້ຳຕົກຕາດທີ່ຢູ່ບໍລິເວນນັ້ນຍາກທີ່ຈະພັນລະນາ.