ດຸເດືອດ ທັງການເມືອງ ແລະການຄ້າ ເທັນເຊັນຂອງຈີນ ມາແຮງ ແຊງເຟສບຸ໊ກ

166

ເວັບໄຊ CNBC ລາຍງານວ່າ: ມູນຄ່າຕະຫຼາດຂອງ ບໍລິສັດ ເທັນເຊັນ ( Tencent ) ເຊິ່ງເປັນບໍລິສັດຍັກໃຫຍ່ດ້ານເກມ ແລະ ສື່ສັງຄົມອອນລາຍຂອງ ສປ ຈີນ ຢູ່ທີ່ 5,15 ລ້ານລ້ານໂດລາຮົງກົງ ຫຼື ປະມານ 664.500 ລ້ານໂດລາສະຫະລັດ ເມື່ອວັນທີ 29 ກໍລະກົດຜ່ານມາ, ຂະນະທີ່ມູນຄ່າຕະຫຼາດຂອງເຟສບຸ໊ກຍັກໃຫຍ່ໂຊຊຽວມີເດຍຂອງສະຫະລັດ ຢູ່ທີ່ 656.150 ລ້ານໂດລາສະຫະລັດ ຫຼັງປິດຕະຫຼາດເມື່ອວັນທີ 28 ກໍລະກົດຜ່ານມາ.

ປະທານໃຫຍ່ບໍລິສັດເທັນເຊັນ

ບໍລິສັດ ເທັນເຊັນ ເປັນທີ່ຮູ້ຈັກໃນຖານະຄ້າຍເກມມືຖືຍອດນິຍົມ ແລະ ຍັງບໍລິການ “ ວີແຊັດ ( WeChat )” ແອັບພລິເຄຊັນ ລາຍໃຫຍ່ຂອງຈີນ ເຊິ່ງມີຜູ້ໃຊ້ງານເຖິງ 1 ພັນລ້ານລາຍ.

ປັດຈຸບັນວີແຊັດ ມີຟີເຈີ ສັງຄົມອອນລາຍທີ່ເອີ້ນກັນວ່າ “ ໂມເມັນ ( Moments )” ທີ່ໃຫ້ຜູ້ໃຊ້ງານສາມາດໂພສຮູບ, ວິດີໂອ ແລະ ລິ້ງຕ່າງໆ ໂດຍເທັນເຊັນມີລາຍໄດ້ຈາກການໂຄສະນາຜ່ານໂມເມັນ. ນອກຈາກນີ້, ບໍລິສັດ ເທັນເຊັນຍັງບໍລິການສົ່ງຂໍ້ຄວາມທີ່ເອີ້ນວ່າ “ QQ ” ເຊິ່ງລາຍໄດ້ຈາກເຄືອຄ່າຍສັງຄົມອອນລາຍກວມ 23% ຂອງລາຍໄດ້ທັງໝົດຂອງເທັນເຊັນ.

ນັບແຕ່ປີ 2020 ເປັນຕົ້ນມາຈົນຮອດປັດຈຸບັນ ຫຸ້ນຂອງເທັນເຊັນເພີ່ມຂຶ້ນປະມານ 43%, ໃນຂະນະທີ່ເຟສບຸ໊ກເພີ່ມຂຶ້ນ 12% ເຮັດໃຫ້ມູນຄ່າຕະຫຼາດຂອງເທັນເຊັນເພີ່ມຂຶ້ນປະມານ 201.440 ໂດລາສະຫະລັດ ໂດຍປີນີ້ບໍລິສັດເທັນເຊັນ ໄດ້ປະໂຫຍດຈາກມາດຕະການກັກຕົວຢູ່ເຮືອນ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຜູ້ໃຊ້ງານມີເວລາຫຼິ້ນເກມ ແລະ ເຂົ້າແອັບພລິເຄຊັນເພີ່ມຂຶ້ນ.