ແຈ້ງເຕືອນຝົນຕົກໜັກ ວັນທີ 31-4 ສິງຫານີ້, 11 ແຂວງເຝົ້າລະວັງ

315

ແຈ້ງເຕືອນສົດໆມື້ນີ້ໄລຍະວັນທີ 2 ຫາ 4 ສິງຫານີ້ ຈະມີຝົນຕົກເປັນບໍລິເວນກວ້າງ, ພ້ອມຈະມີລົມພັດແຮງໃນຂອບເຂດທົ່ວປະເທດ ໂດຍສະເພາະ 11 ແຂວງ ຂໍໃຫ້ປະຊາຊົນເຝົ້າລະວັງບັນຫານ້ຳຖ້ວມດິນຊຸ.

ກົມອຸຕຸນິຍົມ ແລະ ອຸທົບກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງເລກທີ 1025/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 31 ກໍລະກົດ 2020 ເຕືອນໄພຝົນຕົກໜັກ ວັນທີ 31 ກໍລະກົດ ຫາ 4 ສິງຫາ 2020 ນີ ເນື່ອງຈາກພາຍຸດີເປຣຊັ້ນ ໄດ້ກໍ່ໂຕຢູ່ທະເລຈີນໃຕ້, ໃນເວລາ 7:00 ໂມງເຊົ້າຂອງວັນທີ 31 ກໍລະກົດ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 16.9 ອົງສາເໜືອ ແລະ ເສັ້ນແວງທີ 113.1 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ, ພ້ອມດຽວກັນມໍລະສູມຕາເວັນຕົກສ່ຽງໃຕ້ມີກໍາລັງແຮງເພີ່ມຂື້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.

ໃນໄລຍະວັນທີ 31 ກໍລະກົດ ຫາ 1 ສິງຫາ 2020 ຈະມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື.

ໃນໄລຍະວັນທີ 2 ຫາ 4 ສິງຫາ 2020 ຈະມີຝົນຕົກເປັນບໍລິເວນກວ້າງ, ພ້ອມຈະມີລົມພັດແຮງໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ, ທີ່ຈະເຮັດໃຫ້ເກີດມີຟ້າຜ່າ, ນ້ຳຖ້ວມຊູ, ຖ້ວມອັ່ງ ແລະ ດິນເຈື່ອນ ຢູ່ບັນດາແຂວງທີ່ໄດ້ລະບຸໄວ້ນັບທັງນະຄອນຫຼວງວຽງຈັນ.