ນາໂຕສະເທືອນ ອາເມຣິກາ ຖອນທະຫານອອກຈາກເຢຍລະມັນ

104

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເມື່ອວັນທີ 29 ກໍລະກົດຜ່ານມາ ກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາ ເດີນໜ້າຖອນທະຫານອອກຈາກເຢຍລະມັນ ຈໍານວນ 11.900 ຄົນ, ເຮັດໃຫ້ທະຫານສະຫະລັດຍັງປະຈຳການຢູ່ເຢຍລະມັນຫຼຸດລົງເຫຼືອພຽງ 24.000 ຄົນ.

ແຜນການຖອນທະຫານອອກຈາກເຢຍລະມັນ ເຊິ່ງເປັນຊາດພັນທະມິດຂອງກຸ່ມ “ ນາໂຕ ” ເຮັດໃຫ້ເກີດມີກະແສຕໍ່ຕ້ານຢ່າງໜັກຈາກພັກເດໂມແຄຣັດ ແລະ ຣີພັບລີກັນ ເນື່ອງຈາກມີຄວາມກັງວົນວ່າການຫຼຸດບົດບາດໃນການປົກປ້ອງເອີຣົບ ຈະເຮັດໃຫ້ຣັດເຊຍມີອິດທິພົນຂຶ້ນອີກລະດັບໜຶ່ງ.
ໃນຂະນະທີ່ປະທານາທິບໍດີ ໂດນັນ ທຣໍາ ກ່າວວ່າ: ການຫຼຸດຈຳນວນທະຫານທີ່ປະຈຳການຢູ່ເຢຍລະມັນລົງ ເນື່ອງຈາກລັດຖະບານເຢຍລະມັນບໍ່ຍອມຈ່າຍງົບປ້ອງກັນປະເທດໃຫ້ອົງການສົນທິສັນຍາແອັດແລນຕິກເໜືອ ( ນາໂຕ ) ຕາມເປົ້າໝາຍຄື 2% ຂອງຈີດີພີ. ນອກຈາກນີ້, ຍັງເອົາປຽບດ້ານການຄ້າ ແລະ ການທະຫານນຳອີກ.

ແນວໃດກໍຕາມ, ທ່ານ ມາກ ເອສເປີ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວໃນວັນທີ 28 ກໍລະກົດຜ່ານມາວ່າ: ການຖອນທະຫານອອກຈາກເຢຍລະມັນໃນຄັ້ງນີ້ ເພື່ອເສີມຄວາມເຂັ້ມແຂງໃຫ້ແກ່ນາໂຕ ແລະ ເປັນໄປຕາມແຜນຍຸດທະສາດທີ່ວາງໄວ້ ບໍ່ໄດ້ມີຜົນມາຈາກເຢຍລະມັນບໍ່ຈ່າຍງົບໃຫ້ນາໂຕ ຕາມເປົ້າໝາຍແຕ່ຢ່າງໃດ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວອີກວ່າ: ການຖອນທະຫານຈຳນວນ 11.900 ຄົນອອກຈາກເຢຍລະມັນຄັ້ງນີ້ ທະຫານຈຳນວນ 6.400 ຄົນ ຈະກັບຄືນປະເທດ, ສ່ວນທີ່ເຫຼືອຈະຖືກສົ່ງໄປຍັງປະເທດອື່ນໃນເອີຣົບ ລວມເຖິງອິຕາລີ ແລະ ແບນຊິກ ເຊິ່ງເປັນປະເທດທີ່ຈ່າຍງົບປະມານປ້ອງກັນປະເທດໃຫ້ແກ່ນາໂຕໜ້ອຍກວ່າປະເທດອື່ນໆໃນບັນດາປະເທດສະມາຊິກ.

ພົນເອກ ທ໊ອດ ວອລເຕີ ຜູ້ບັນຊາການກອງບັນຊາການເອີຣົບ ( EUCOM ) ຂອງສະຫະລັດ ກ່າວວ່າ: ສະຫະລັດຈະຍ້າຍສຳນັກງານໃຫຍ່ຂອງ EUCOM ຈາກເຢຍລະມັນ ໄປຍັງປະເທດແບນຊິກ ແລະ ຈະສົ່ງກອງພັນປືນໃຫຍ່ຕໍ່ຕ້ານຍານອາກາດ ແລະ ກອງພັນຊ່າງແສງໄປປະຈຳການຢູ່ແບນຊິກ.