ວິທີເຮັດ ກະດູກຂ້າງໝູອົບນ້ຳເຜິ້ງ ເມນູທີ່ຄົນມັກແຫ້ນກະດູກຕ້ອງຖືກໃຈ

122

ເມນູ ກະດູກຂ້າງໝູອົບນ້ຳເຜິ້ງ ເປັນເມນູທີ່ໃຊ້ວັດຖຸດິບທີ່ຫາຊື້ໄດ້ງ່າຍບໍ່ຫຍຸ້ງຍາກ ສາມາດເຮັດເອງໄດ້ງ່າຍໆ ຢູ່ບ້ານ ເຮົາມາເບິ່ງວັດຖຸດິບຂອງເມນູນີ້ກັນເລີຍ.

ວັດຖຸດິບ

ກະດູກຂ້າງໝູ 700 ກຣາມ

ສະອິວຂາວ 5 ບ່ວງແກງ

ນ້ຳເຜິ້ງແທ້ ½ ຖ້ວຍຕວງ

ຊັອດໝາກເລັ່ນ 7 ບ່ວງແກງ

ເຫຼົ້າຈີນ 1 ບ່ວງແກງ

ເກືອ 1 ບ່ວງຊາ

ຂັ້ນຕອນການປຸງແຕ່ງ

1 ເອື້ອບກະດູກຂ້າງໝູ ໂດຍເອົາກະດູກຂ້າງມາລ້າງໃຫ້ສະອາດແລ້ວພັກໄວ້ ຕໍ່ມາປະສົມເຄື່ອງປຸງເອື້ອບກະດູກຂ້າງ ໂດຍເອົາເກືອ ສະອິວຂາວ ນ້ຳເຜິ້ງແທ້ ຊັອດໝາກເລັ່ນ ແລະ ເຫຼົ້າຈີນໃສ່ລົງໄປແລ້ວຄົນໃຫ້ເຂົ້າກັນ ປ່ະໄວ້ເປັນເວລາ 3 ຊົ່ວໂມງ.

2 ກຽມອົບກະດູກຂ້າງໝູທີ່ເອື້ອບໄວ້ຈົນຄົບ 3 ຊົ່ວໂມງ ໂດຍຕັ້ງໝໍ້ໃສ່ນ້ຳຊຸບໃຫ້ຖ້ວມກະດູກຂ້າງ ອົບໂດຍໃສ່ໄຟອ່ອນໆ ໃຊ້ເວລາປະມານ 30 ນາທີ ຫຼື ເບິ່ງຈົນກວ່ານ້ຳຊຸບຈະບົກລົງ.

3 ກຽມຈັດໃສ່ຈານເສີບໄດ້ເລີຍ ຫຼື ຈະຕົບແຕ່ງດ້ວຍການໃສ່ຜັກຫອມປ້ອມ ເທົ່ານີ້ກໍເປັນອັນກິນໄດ້ແລ້ວ.