ລັດຖະມົນຕີເສດຖະກິດ ອາຊຽນ – ຍີ່ປຸ່ນ ຫາລືການຮັບມືພະຍາດໂຄວິດ – 19

110

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດລັດຖະມົນຕີເສດຖະກິດອາຊຽນ ແລະ ຍີ່ປຸ່ນ ເພື່ອແລກປ່ຽນທັດສະ ນະ ແລະ ຄວາມຄິດເຫັນຕໍ່ກັບການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ຮັບມືກັບການລະບາດຂອງພະຍາດໂຄວິດ – 19.
ກອງປະຊຸມທາງໄກສະໄໝພິເສດຄັ້ງນີ້, ໄດ້ດໍາເນີນໄປພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເຈິນ ຕ່ວນ ແອັງ ລັດຖະມົນຕີກະຊວງ ອຄ ສສ ຫວຽດນາມ, ໃນຖານະປະທານໝູນວຽນອາຊຽນ ປີ 2020 ແລະ ທ່ານ ຄາຈິຢາມະ ຮິໂຣຊິ ລັດຖະມົນຕີເສດຖະກິດການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີເສດຖະກິດຈາກປະເທດອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ.

ໃນກອງປະຊຸມບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ຍີ່ປຸ່ນ ໄດ້ແລກປ່ຽນຂໍ້ ມູນ – ຂ່າວສານກ່ຽວກັບສະພາບການ ແລະ ມາດຕະການຂອງປະເທດຕົນ ເພື່ອພ້ອມກັນຮັບມື ແລະ ຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ. ພ້ອມນັ້ນ, ຍັງໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ – ຍີ່ປຸ່ນ ວ່າດ້ວຍການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ( ASEAN-Japan Economic Resilience Action Plan ) ເຊິ່ງເປັນເອກະສານທີ່ສໍາຄັນໃນການຜັນຂະຫຍາຍຖະແຫຼງການຮ່ວມລັດຖະມົນຕີເສດຖະກິດອາຊຽນ – ຍີ່ປຸ່ນ ວ່າດ້ວຍຂໍ້ລິເລີ່ມດ້ານເສດຖະກິດ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ໄດ້ຮັບຮອງໂດຍລັດຖະມົນຕີເສດຖະກິດອາຊຽນ – ຍີ່ປຸ່ນ ໃນວັນທີ 22 ເມສາ 2020 ຜ່ານມາ.

ສໍາລັບແຜນປະຕິບັດງານນີ້ ໄດ້ເນັ້ນເຖິງຄວາມໝາຍໝັ້ນຂອງອາຊຽນ ແລະ ຍີ່ປຸ່ນ ທີ່ຈະເຮັດວຽກຮ່ວມກັນ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງທາງດ້ານເສດຖະກິດ ລວມທັງເລັ່ງຈັດຕັ້ງປະຕິບັດສັນຍາການຄ້າເສລີອາ ຊຽນ – ຍີ່ປຸ່ນ ໃຫ້ມີປະສິດທິຜົນຍິ່ງຂຶ້ນ; ການອອກມາດຕະການເພື່ອຮັບປະກັນຄວາມຕໍ່ເນື່ອງຂອງຕ່ອງໂສ້ການສະໜອງ ໂດຍສະເພາະການສະໜອງດ້ານສະບຽງອາຫານ, ຢາປົວພະຍາດ ແລະ ອຸປະກອນການແພດ, ການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ສົ່ງເສີມການຄ້າດ້ານເອເລັກໂຕຣນິກ ເພື່ອຫຼຸດຜ່ອນຜົນກະທົບຂອງໂຄວິດ – 19.
ໂອກາດນີ້, ກອງປະຊຸມຍັງໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການຈັດຕັ້ງປະຕິບັດບັນດາມາດຕະການໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ – 19 ຂອງແຕ່ລະປະເທດສະມາຊິກ ກໍຄືມາດຕະການລວມພາຍໃຕ້ຂອບການຮ່ວມມືອາຊຽນ – ຍີ່ປຸ່ນ.

ສໍາລັບ ສປປ ລາວ ກໍໄດ້ແຈ້ງກ່ຽວກັບສະພາບການ ແລະ ມາດຕະການໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕໍ່ສູ້ກັບການແຜ່ລະບາດພະຍາດໂຄວິດ – 19 ແລະ ກໍຖືໂອກາດນີ້ສະແດງຄວາມຂອບໃຈຕໍ່ບັນດາປະເທດເພື່ອນມິດອາຊຽນ ແລະ ຍີ່ປຸ່ນ ທີ່ໄດ້ສົ່ງຊ່ຽວຊານດ້ານການແພດ, ອຸປະກອນການແພດ ແລະ ຢາປິ່ນປົວໃຫ້ແກ່ ສປປ ລາວ ແລະ ສປປ ລາວ ພ້ອມທີ່ຈະຮ່ວມມືຢ່າງໃກ້ຊິດກັບບັນດາປະເທດອາຊຽນ ແລະ ຍີ່ປຸ່ນ ໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ – 19.
ກອງປະຊຸມທາງໄກສະໄໝພິເສດລັດຖະມົນຕີເສດຖະກິດອາຊຽນ ແລະ ຍີ່ປຸ່ນ ຈັດຂຶ້ນໃນຕອນບ່າຍວັນທີໃນວັນທີ 29 ກໍລະກົດ 2020 ໂດຍຜ່ານທາງອອນລາຍຂອງແຕ່ລະປະເທດ.