ວຽງຈັນ ເອັຟຊີ ນ້ອງໃໝ່ຈາກແຂວງວຽງຈັນ ສ້າງປະຫວັດສາດຊະນະໃນລີກສູງສຸດຂອງລາວ ໄດ້ແລ້ວ

80

ວຽງຈັນ ເອັຟຊີ ສະໂມສອນໜຶ່ງດຽວຈາກຕ່າງແຂວງ ແລະ ນ້ອງໃໝ່ ເປບຊີ ລາວລີກ 1 ລະດູການ 2020 ສ້າງປະຫວັດສາດຊະນະໃນລີກສູງສຸດຂອງ ສປປ ລາວ ໄດ້ສໍາເລັດໃນວັນທີ 30 ມິຖຸນາ 2020 ດ້ວຍການເອົາຊະນະ ເອັສຣາ ເອັຟຊີ 1-0 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ນັດດັ່ງກ່າວ ວຽງຈັນ ເອັຟຊີ ຫຼິ້ນໄດ້ໂດດເດັ່ນ ສາມາດຈັບທາງຂອງ ເອັສຣາ ເອັຟຊີ ຈົນເຮັດໃຫ້ ເອັສຣາ ເອັຟຊີ ສ້າງເກມບຸກໄດ້ຢ່າງລໍາບາກ ກ່ອນທີ່ ສຸກພະຈັນ ນັກເຕະຕົວເກັ່ງຂອງ ວຽງຈັນ ເອັຟຊີ ຈະມາຍິງປະຕູໄຊໃຫ້ກັບທີມໃນນາໆທີ 65 ເອົາຊະນະ ເອັສຣາ ເອັຟຊີ ໄປຫວຸດຫວິດ

ຫຼັງຈົບການແຂ່ງຂັນມີການເປີດເຜີຍສະຖິຕິປາກົດວ່າ: ທັງສອງທີມມີໂອກາດຍິງ 7 ຄັ້ງເທົ່າກັນ, ແຕ່ເປັນ ວຽງຈັນ ເອັຟຊີ ຍິງເຂົ້າເປົ້າ 2 ຄັ້ງເປັນປະຕູ 1 ໜ່ວຍ, ສ່ວນ ເອັສຣາ ເອັຟຊີ ຍິງເຂົ້າເປົ້າພຽງ 1 ຄັ້ງ ບໍ່ເປັນປະຕູ.

ຈາກຜົນດັ່ງກ່າວເຮັດໃຫ້ ວຽງຈັນ ເອັຟຊີ ເກັບເພີ່ມເປັນ 4 ຄະແນນແຊງຂຶ້ນມາຢູ່ອັນດັບ 4 ຂອງຕາຕະລາງຄະແນນລວມ ຕາມຫຼັງ ລາວໂຕໂຢຕ້າ ເອັຟຊີ ທີມນໍາ 6 ຄະແນນ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ