ການລົງທຶນໃນເຂດກວມລວມໄຊເສດຖາມີ 80 ກວ່າຫົວໜ່ວຍ ສ້າງວຽກເຮັດງານທຳໄດ້ 10 ພັນກວ່າຄົນ

408

ເຂດເສດຖະກິດກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ລົງທຶນປັບປຸງໂຄງລ່າງພື້ນຖານ ມູນຄ່າກວ່າ 1,2 ຕື້ໂດລາ ເຮັດໃຫ້ສາມາດດຶງດູດການລົງທຶນຈາກພາກທຸລະກິດ ພາຍໃນ ແລະ ຕ່າງປະເທດ 81 ຫົວໜ່ວຍ ມູນຄ່າການຜະລິດ 1,8 ຕື້ໂດລາ ສ້າງວຽກເຮັດງານທໍາໄດ້ 10ພັນກວ່າຄົນ.


ໃນວັນທີ 30 ກໍລະກົດ 2020, ທ່ານ ຄໍາພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການພັດທະນາຢູ່ເຂດພັດທະນາ ກວມລວມໄຊເສດຖາ ນະຄອນຫຼວງວຽງຈັນໂດຍມີ ທ່ານ ຈໍາປາ ຄໍາສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ, ພ້ອມມີຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ຜູ້ພັດທະນາເຂົ້າຮ່ວມຕ້ອນຮັບ.


ໃນໂອກາດນີ້. ທ່ານ ຫຼີວ ຫູ່ ອຳນວຍການ ບໍລິສັດ ຮ່ວມທຶນລາວ – ຈີນ ໄດ້ຕາງໜ້າຜູ້ພັດທະນາຂຶ້ນລາຍງານສະພາບການພັດທະນາເຂດ ບາງຕອນກ່າວວ່າ: ການພັດທະນາເຂດກວມລວມໄຊເສດຖາ ແມ່ນມີເປົ້າໝາຍພັດທະນາເປັນຂົງເຂດອຸດສາຫະກຳໃນເບື້ອງຕົ້ນ, ສ້າງ ແລະ ພັດທະນາເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ ແຜນການລົງທຶນທັງໝົດລວມ 3 ຕື້ໂດລາ, ປັດຈຸບັນເຂດພັດທະນາກວມລວມໄຊເສດຖາ ໃນໄລຍະທີ 1 ໄດ້ສຳເລັດພື້ນຖານໂຄງລ່າງເປັນທີ່ຮຽບຮ້ອຍແລ້ວໃນຂອບເຂດເນື້ອທີ່ 4 ກິໂລຕາແມັດ.

ໃນປີ 2019 ນີ້ ໄດ້ປັບປຸງແຜນແມ່ບົດພັດທະນາເຂດຕື່ມ ອີງຕາມແຜນພັດທະນາໃໝ່ເຂດພັດທະນາກຳລັງສຸມການລົງທຶນໃສ່ການກໍ່ສ້າງເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນກາຍເປັນການພັດທະນາໃໝ່ຮອບດ້ານ, ຂະແໜງອຸດສາຫະກຳສົ່ງເສີມຕົວເມືອງ ແລະ ຕົວເມືອງສົ່ງເສີມອຸດສາຫະກຳແບບປະສົມປະສານ, ປັດຈຸບັນສຳເລັດການລົງທຶນແລ້ວ 1,2 ຕື້ໂດລາ ສຳເລັດການພັດທະນາໂຄງລ່າງພື້ນຖານແບບຄົບຊຸດ ແລະ ພວມກ້າວເຂົ້າສູ່ໄລຍະແຫ່ງການດຶງດູດການລົງທຶນ. ມາຮອດເດືອນມິຖຸນາ 2020 ມີຫົວໜ່ວຍວິສາຫະກິດທີ່ຈົດທະບຽນເຂົ້າມາລົງທຶນໃນເຂດລວມທັງໝົດມີ 81 ຫົວໜ່ວຍ ຄາດວ່າບັນດາທຸລະກິດພ້ອມດຳເນີນການຜະລິດ ໝົດ ສະເລ່ຍມູນຄ່າການຜະລິດພາຍໃນປີແມ່ນ 1,8 ຕື້ໂດລາ ແລະ ສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານໄດ້ຫຼາຍກວ່າ 10 ພັນກວ່າຄົນ ຢູ່ພາຍໃນເຂດ.


ພາຍຫຼັງຮັບຟັງການລາຍງານສະພາບການດຳເນີນທຸລະກິດຈາກຕາງໜ້າບໍລິສັດຕ່າງໆແລ້ວ ທ່ານ ຄໍາພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວສະແດງ ຄວາມຊົມເຊີຍຕໍ່ຜູ້ພັດທະນາໃນການເອົາໃຈໃສ່ທຸ່ມເທທຶນຮອນເພື່ອມາພັດທະນາເຂດກວມລວມໄຊເສດຖາ ເຖິງວ່າຜ່ານມາຈະມີຄວາມຫຍຸ້ງຍາກຫຼາຍດ້ານ ບໍ່ວ່າຈະເປັນດ້ານພື້ນຖານໂຄງລ່າງ, ຖະໜົນຫົນທາງທີ່ມີຄວາມຫຍຸ້ງຍາກ ແຕ່ທາງບໍລິສັດຜູ້ພັດທະນາຍັງຕັ້ງໜ້າບຸກເບີກ ເຮັດໃຫ້ມີຫຼາຍໜ້າວຽກທີ່ມີຄວາມຄືບໜ້າ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງຕ່າງໆ ເຮັດໃຫ້ເຂດກວມລວມໄຊເສດຖາກາຍເປັນຈຸດທີ່ດຶງດູດເອົາການລົງທຶນຈາກຕ່າງປະເທດເຂົ້າມາລົງທຶນເປັນຈຳນວນຫຼາຍ ອັນເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ເປັນຈຳນວນຫຼາຍ. ນອກຈາກເຂດກວມລວມໄຊເສດຖາແລ້ວ ໂຄງການທາງດ່ວນວຽງຈັນ – ວັງວຽງ ແລະ ແຜນກໍ່ສ້າງແຕ່ວັງວຽງ – ບໍ່ເຕັນ ຫາກສຳເລັດກໍຈະເປັນເສັ້ນທາງໜຶ່ງທີ່ເຊື່ອມໂຍງການຂົນສົ່ງລາວໄປຈີນ ພ້ອມຍັງເຊື່ອມຕໍ່ກັບໂຄງການທາງລົດໄຟຄວາມໄວສູງອີກ.


ຫຼັງຈາກນັ້ນ ຄະນະທັງໝົດກໍໄດ້ລົງເບິ່ງຕົວຈິງອ້ອມຮອບໂຄງການ ແລະ ຢ້ຽມຢາມເບິ່ງການພັດທະນາ, ການສ້າງໂຮງງານຈໍານວນໜຶ່ງພາຍໃນເຂດ ເປັນຕົ້ນແມ່ນ ບໍລິສັດ ເປໂຕເຄມີລາວ ຈໍາກັດ ທີ່ເປັນໂຮງກັ່ນນໍ້າມັນທີ່ມີກຳລັງການຜະລິດ 1 ຫາ 3 ລ້ານລິດຕໍ່ປີ, ເຊິ່ງຄາດວ່າຈະສາມາດເລີ່ມທົດລອງທໍາການຜະລິດໃນທ້າຍປີນີ້.

[ ຂ່າວ: ຄຳນ້ອຍ; ຮູບ: ທະນັນເສນ ]