ທ່ານນາຍົກລົງເຮັດວຽກຢູ່ສະຖານີຄ່ຽນຖ່າຍສິນຄ້າທາງລົດໄຟ ແລະເຂດວຽງຈັນໂລກຈິດສະຕິກ

292

ໃນຕອນເຊົ້າ ຂອງວັນທີ 30 ກໍລະກົດ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ສະຖານີຄ່ຽນຖ່າຍສິນຄ້າທາງລົດໄຟ ຢູ່ເຂດທ່ານາແລ້ງ (CY) ແລະ ເຂດວຽງຈັນໂລຈິດສະຕິກ ນະຄອນຫລວງວຽງຈັນ.

ໃນໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຈິດສະຕິກ ນະຄອນຫລວງວຽງຈັນ, ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນ ໂລຈິດສະຕິກ ພຣາກ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວ, ຈະສ້າງເຂດໂລຈິດສະຕິກ ທີ່ເປັນຕົວເມືອງສີຂຽວ ເນັ້ນທໍາມະຊາດເປັນສ່ວນຫຼາຍ, ເປັນຕົວເມືອງທີ່ທັນສະໄໝ ແລະ ສີວິໄລ ເຊິ່ງແຜນແມ່ບົດລວມຂອງໂຄງການດັ່ງກ່າວ ຍັງມີການສ້າງສະຖານີຄ່ຽນຖ່າຍສິນຄ້າ ທ່າບົກ-ທ່ານາແລ້ງ ທີ່ເຊື່ອມຈອດກັບທາງລົດໄຟລາວ – ຈີນ ແລະ ທາງລົດໄຟ ລາວ-ໄທ ໂດຍມີພາລະກິດຫລັກໃນການແກ້ໄຂບັນຫາຄວາມແອອັດ, ຂັ້ນຕອນຫຍຸ້ງຍາກໃນການຂົນສົ່ງສິນຄ້າຂ້າມແດນ ເພື່ອໃຫ້ເປັນພື້ນຖານໂຄງລ່າງແຫ່ງຊາດລະດັບສາກົນ.


ໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຈິດສະຕິກ ປັດຈຸບັນແມ່ນສຳເລັດການສຳຫລວດ ແລະ ຈະເລີ່ມກໍ່ສ້າງສໍານັກງານຫ້ອງການ ໃນເດືອນສິງຫານີ້, ຄາດວ່າຈະເລີ່ມໃຫ້ບໍລິການໃນເດືອນມີນາ 2021. ສ່ວນການພັດທະນາເຂດໂລຈິດສະຕິກ ນະຄອນຫລວງວຽງຈັນ ທີ່ຈະກາຍເປັນຕົວເມືອງໃໝ່ນັ້ນ ຄາດວ່າຈະເລີ່ມໃຫ້ບໍລິການໃນເດືອນຕຸລາ 2021.

ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບການສ້າງແຜນລວມຂອງໂຄງການໄດ້ສຳເລັດ ແລະ ໄດ້ເນັ້ນໃຫ້ບໍລິສັດວຽງຈັນ ໂລຈິດສະຕິກ ພຣາກ ກັບ ບໍລິສັດທາງລົດໄຟ ລາວ – ຈີນ ສືບຕໍ່ເຮັດວຽກຮ່ວມກັນໃຫ້ກົມກ່ຽວ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເຊິ່ງໂຄງການນີ້ ຈະເປັນສູນກາງທາງດ້ານໂລຈິດສະຕິກ ທີ່ໃຫຍ່ທິ່ສຸດ ຕ້ອງສ້າງສິ່ງອື່ນໆມາຊ່ວຍໜູນເປັນຕົ້ນແມ່ນຮ້ານຄ້າ, ຮ້ານອາຫານ, ການບໍລິການອື່ນໆ ຖ້າບໍ່ມີໂຄງການແມ່ນຈະບໍ່ສາມາດສໍາເລັດໄດ້ ແລະ ຕ້ອງສ້າງເຂດໂລຈິດສະຕິກ ຕາມແຜນແມ່ບົດທີ່ຈະມີຕົວເມືອງໃໝ່ ທີ່ເປັນຕົວເມືອງສີຂຽວ, ທັນສະໄໝ, ສີວິໄລໄດ້ຢ່າງຖືກຕ້ອງ.

ສຳລັບຢູ່ສະຖານີລົດໄຟ ນະຄອນຫລວງວຽງຈັນ, ທ່ານ ສ້ຽວ ຊຽນເຫວິນ (Xiao Qianwen) ຜູ້ອໍານວຍການໃຫຍ່ ບໍລິສັດທາງລົດໄຟ ລາວ – ຈີນ ໄດ້ລາຍງານໃຫ້ຮູ້ ກ່ຽວກັບຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ,ມາຮອດປັດຈຸບັນ ໄດ້ສຳເລັດການເຈາະອຸໂມງ 71 ອຸໂມງ ຈາກທັງໝົດ 75 ອຸໂມງ, ສໍາເລັດການກໍ່ສ້າງຂົວ 88%, ທາງ 100%, ການວາງລາງລົດໄຟ ສໍາເລັດ 21,4% ຄາດວ່າທ້າຍປີນີ້ ຈະວາງລາງຮອດແຂວງຫລວງພະບາງ ແລະ ສຳເລັດການຕິດຕັ້ງເສົາໄຟແຮງສູງ 57,4% ແຕ່ຍັງມີບາງສະຖານີ ທີ່ຍັງບໍ່ທັນໄດ້ລົງມືກໍ່ສ້າງ ຍ້ອນຖືກຜົນກະທົບອັນໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19 ແລະ ມີບາງພື້ນທີ່ຍັງຢູ່ໃນຂັ້ນຕອນໄກ່ເກ່ຍກັບປະຊາຊົນ.

ພາຍຫລັງຮັບຟັງການລາຍງານແລ້ວ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍບໍລິສັດດັ່ງກ່າວ, ຕໍ່ການກໍ່ສ້າງທາງລົດໄຟ ທີ່ໄດ້ມີຄວາມຄືບໜ້າມາເລື້ອຍໆ ພ້ອມທັງໄດ້ເນັ້ນໃຫ້ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງໄກ່ເກ່ຍກັບປະຊາຊົນ ແຕ່ສະຖານີນະຄອນຫລວງວຽງຈັນ ໄປຫາສະຖານີ ທ່ານາແລ້ງ ໃນໄລຍະທາງ 12,7 ກິໂລແມັດ, ໃຫ້ແກ້ໄຂຢ່າງມີລະບົບບໍ່ໃຫ້ເກີດມີບັນຫາ ແລະ ການຈັດຕັ້ງປະຕິບັດການກໍ່ສ້າງທາງລົດໄຟລາວ – ຈີນ ຕ້ອງເຮັດຖືກຕ້ອງຕາມການລົງນາມຂອງລັດຖະບານລາວ ແລະ ລັດຖະບານຈີນ. ພ້ອມນັ້ນ, ທ່ານນາຍົກ ຍັງໄດ້ສະເໜີໃຫ້ ບໍລິສັດທາງລົດໄຟລາວ-ຈີນ ພິຈາລະນາ ແລະ ອະນຸຍາດ ໃຫ້ພາກສ່ວນອື່ນເຂົ້າມາມີສ່ວນຮ່ວມ ຖ້າເຂົາເຈົ້າມີຄວາມສົນໃຈມາລົງທຶນນຳ ຫລື ພັດທະນາດ້ານອື່ນໆ ຕາມແລວທາງລົດໄຟ ເພື່ອໃຫ້ມີສ່ວນຮ່ວມໃນການພັດທະນາໃຫ້ຫລາຍຂຶ້ນ.
ຂອບໃຈຮູບຈາກ: ກອງຄຸ້ມຄອງທາງລົດໄຟ
ຂ່າວຈາກ: ຂປລ