1-31 ສິງຫາລັດໃຫ້ຢຸດຊົ່ວຄາວ ການອະນຸຍາດໃຫ້ຍົນເຊົ່າເໝົາລຳເຂົ້າ-ອອກປະເທດ

183

ໃນວັນທີ 30 ກໍລະກົດ 2020 ຄະນະສະເພາະກິດໄດ້ຈັດພິທີຖະແຫຼງ ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະແຕ່ ວັນທີ 01- 31 ສິງຫາ 2020 ຂຶ້ນ ທີ່ກະຊວງສາທາລະນະສຸກ, ໂດຍການຖະແຫຼງຂອງທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງວ່າ: ຜ່ານການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ, ພວກເຮົາ ສາມາດສືບຕໍ່ຄວບຄຸມການແພ່ລະບາດໄວ້ໄດ້ ໂດຍບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ ເປັນເວລາ 3 ເດືອນກວ່າເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆ ໄດ້ກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂໃໝ່ ເກືອບວ່າປົກກະຕິເປັນສ່ວນໃຫຍ່ມາໄລຍະໜຶ່ງ.


ເຖິງຢ່າງໃດກໍຕາມ, ພວກເຮົາ ຈະບໍ່ໄດ້ເຜີຕົວ ແລະ ປະໝາດຢ່າງເດັດຂາດ ເນື່ອງຈາກໃນຕໍ່ໜ້າ ຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍ ທີ່ຈະເກີດມີການລະບາດອີກຮອບໃໝ່ ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ສາມາດຢັບຢັ້ງການລະບາດ ຂອງພະຍາດດັ່ງກ່າວໄດ້ເທື່ອ.ພ້ອມກັນນັ້ນ ຖ້າພວກເຮົາບໍ່ຄຸ້ມຄອງການເດີນທາງ ເຂົ້າ-ອອກປະເທດ ຢ່າງຮັດກຸມ ກໍຈະມີຄວາມສ່ຽງໃນການນຳເຂົ້າເຊື້ອ ໂດຍຜູ້ທີ່ເດີນທາງມາຈາກຕ່າງປະເທດ ຄືດັ່ງທີ່ມີກໍລະນີ ເຂົ້າມາໃນກາງເດືອນກໍລະກົດ ຕາມທີ່ໄດ້ແຈ້ງໃຫ້ພີ່ນ້ອງຊາວລາວຊາບແລ້ວນັ້ນ.ສະນັ້ນ, ຈຶ່ງມີຄວາມຈໍາເປັນ ຕ້ອງໄດ້ສືບຕໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດ ຂອງພະຍາດ COVID-19, ລັດຖະບານ ໄດ້ຕົກລົງ ແລະ ຊີ້ນໍາ ດັ່ງນີ້:


1. ໃຫ້ສືບຕໍ່ຂະຫຍາຍ ການຈັດຕັ້ງປະຕິບັດມາດຕະການຜ່ອນ ຜັນ ແລະ ຄວບຄຸມ ຕາມເນື້ອໃນ ທີ່ໄດ້ກຳນົດ ໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມິຖຸນາ 2020 ແລະ ບາງມາດຕະການເພີ່ມເຕີມ ດັ່ງນີ້: 1) ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍ ຂອງພະຍາດ ໂຄວິດ-19.ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍ່ໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.


2) ເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນທີ່ໄດ້ກໍານົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ສະບັບເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020 ແລະ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມິຖຸນາ 2020. 3) ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ດັ່ງນີ້:

1).ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ;
2). ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປິດສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ;


3). ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບ ບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ ໂຄວິດ-19.ສຳລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ,ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີ ຈາກຄະນະສະເພາະກິດ. ສຳລັບ ຂັ້ນຕອນໃນການປະຕິບັດຕົວຈິງ ຄະນະສະເພາະກິດ ຈະອອກຄໍາແນະນໍາສະເພາະຕ່າງຫາກ.


2. ໃຫ້ຢຸດຊົ່ວຄາວ ການອະນຸຍາດໃຫ້ຍົນເຊົ່າເໝົາລຳກ່ອນ ແລະ ໃຫ້ຄະນະສະເພາະກິດ ສົມທົບກັບ ລັດວິສາຫະກິດການບິນລາວ ອອກມາດຕະການໃໝ່ ທີ່ຮັດກຸມ ແລະ ສະເໜີມາຍັງລັດຖະບານເພື່ອຂໍອະນຸມັດກ່ອນ ຈຶ່ງດຳເນີນການໄດ້. ໃຫ້ລັດວິສາຫະກິດການບິນລາວ ເຈລະຈາຄືນ ກັບສາຍການບິນຕ່າງປະເທດ ທີ່ໄດ້ດຳເນີນການຜ່ານມາ ຕື່ມອີກ.

ທ່ານກ່າວຕື່ມວ່າ: ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານ ກໍລະນີມີຜູ້ຕິດເຊື້ອເກີດຂຶ້ນ ຢູ່ໃນແຂວງໃດແຂວງໜຶ່ງ ຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະ ການຕ່າງໆ ຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະເພາະກິດແຂວງນັ້ນ ຈະເປັນຜູ້ພິຈາລະນາ;ຖ້າຫາກເກີດມີຜູ້ຕິດເຊື້ອ ເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆ ທີ່ໄດ້ກຳນົດໃນຄໍາສັ່ງ ສະບັບເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ;ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ກວດກາຄືນບັນດານິຕິກຳ, ຄຳແນະ ນຳຕ່າງໆຂອງຕົນ ເພື່ອປັບປຸງໃຫ້ສອດຄ່ອງ ກັບມາດຕະການຜ່ອນຜັນຂ້າງເທິງ ແລະ ຜັນຂະຫຍາຍເປັນອັນລະອຽດເພື່ອມີຄວາມເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ໃຫ້ການຖະແຫຼງຂ່າວ ຊີ້ແຈງອະທິບາຍ ບັນຫາທີ່ສັງຄົມມີຄວາມສົນໃຈ ຫຼື ບໍ່ເຂົ້າໃຈແຈ້ງ.


ພ້ອມກັນນັ້ນ ກໍ່ໃຫ້ສົ່ງນິຕິກຳ, ຄຳແນະນຳສະບັບປັບປຸງ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອໂຄສະນາເຜີຍແຜ່ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ;ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄະນະສະເພາະກິດ ແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ, ຮັກສາຄວາມສະຫງົບຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດມາດຕະການ, ນິຕິກຳ ທີ່ວາງອອກ ຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີການລະບາດ ຂອງພະຍາດ ໂຄວິດ-19 ຂຶ້ນມາໃໝ່ ພາຍຫຼັງມີການຜ່ອນຜັນ.


ກໍລະນີມີການລະເມີດ ແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ດຳເນີນມາດຕະການຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ; ສະເໜີໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີການຕິດຕາມ ເຝົ້າລະວັງການຕິດເຊື້ອພະຍາດ ໂຄວິດ-19 ແລະ ພະຍາດຕາມລະດູການອື່ນໆ, ລາຍງານກໍລະນີສົງໄສ ໃຫ້ໄວ ພ້ອມທັງ ຕິດຕາມກໍລະນີສຳຜັດໃກ້ຊິດຜູ້ຕິດເຊຶ້ອ ໃນຊຸມຊົນ ຮ່ວມກັບຂະແໜງສາທາລະນະສຸກ ຢ່າງເຂັ້ມງວດ;ມາດຕະການທີ່ກໍານົດໄວ້ຂ້າງເທິງນີ້ ມີຜົນສັກສິດ ນັບແຕ່ວັນທີ 1 ຫາ 31 ສິງຫາ 2020.


ໃນພາກປະຕິບັດຕົວຈິງ ຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບ ໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.  ຂໍໃຫ້ພົນລະເມືອງລາວທຸກຄົນ ພ້ອມດ້ວຍ ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະ ທຳມາຫາກິນ ຢູ່ ສປປ ລາວ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈ ເປັນເຈົ້າຂອງປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວກັນ ສືບຕໍ່ຕັ້ງໜ້າເຂົ້າຮ່ວມ ປະຕິ ບັດບັນດາມາດຕະການ, ນິຕິກຳ ທີ່ວາງອອກ ເພື່ອເຮັດໃຫ້ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ ໂຄວິດ-19 ໃນປະເທດເຮົາ ໃຫ້ໄດ້ຮັບຜົນດີ.