ກອງປະຊຸມໃຫຍ່ຄັ້ງ VIII ຂອງອົງຄະນະພັກແຂວງ ຫລວງນໍ້າທາ ເລືອກເອົາສະຫາຍ ຄຳໄຫຼ ສີປະເສີດ ເປັນເລຂາພັກແຂວງ

355

ກອງປະຊູມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຫລວງນໍ້າທາ ໄດ້ສຳເລັດລົງດ້ວຍໝາກຜົນໃນວັນທີ 30 ກໍລະກົດ 2020 ຢູ່ທີ່ຫໍວັດທະນະທໍາແຂວງ ໂດຍການເປັນປະທານຂອງ ສະຫາຍ ເພັດຖາວອນ ພິລະວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫລວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຜູ້ແທນຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍອາດີດການນຳແຂວງ, ນັກປະຕິວັດຜູ້ຊົງຄຸນວຸດທິ, ບັນດາສະຫາຍຜູ້ແທນສົມບູນຕາງຫນ້າໃຫ້ສະມາຊິກພັກໃນທົ່ວແຂວງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ເພັດຖາວອນ ພິລະວັນ ກຳມະການສູນກາງ ພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫລວງນໍ້າທາ ກໍ່ໄດ້ຜ່ານບົດລາຍງານການເມືອງໄລຍະ 5 ປີຜ່ານມາ ສາມາດຮັກ ສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍເສດຖະກິດ-ສັງ ຄົມໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ຊີວິດ ການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາດີຂື້ນ.

ໄລຍະ 5 ປີຜ່ານມາເສດຖະກິດຂອງແຂວງມີທ່າຂະຫຍາຍ ຕົວຢ່າງ ຕໍ່ເນື່ອງ ແລະ ຖືກທິດໃນລະດັບສະເລ່ຍ 8,56%ຕໍ່ປີ, ມູນຄ່າລ ວມຍອດຜະລິດຕະພັນພາຍໃນບັນລຸໄດ້ 3.114,42 ຕື້ກີບ, ທຽບໃສ່ 5 ປີຜ່ານມາເພີ່ມຂື້ນ 958,2 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1897,51 ໂດລາສະຫະລັດ, ທຽບໃສ່ປີ 2015 ເພີ່ມຂື້ນ 403,51 ໂດລາສະຫະລັດ,ໃນນີ້ຂົງເຂດກະສິກຳ-ປ່າໄມ້ຂະຫຍາຍຕົວໃນລະດັບ 8,84%, ກວມເອົາ 49,95%, ຂົງເຂດອູດສາຫະກຳ 7,87%, ກວມເອົາ 20,38%, ຂົງເຂດບໍລິການ 3,10%ກວມເອົາ 28,15%ຂອງ GDP, ພາສີ-ອາກອນຜະລິດຕະພັນເພີ່ມຂື້ນ 1,53%ກວມ 1,52 ຂອງ GDP.


ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນພິຈາລະນາ ຢ່າງເລີກເຊິງ ແລະ ເປັນເອກະສັນກັນຮັບຮອງເອົາບົດລາຍງານ ການເມືອງ ແລະ ເປັນເອກະພາບຕໍ່ການຕີລາຄາດ້ານອ່ອນ-ຂໍ້ຄົງຄ້າງ,ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ທີ່ຍົກໃຫ້ເຫັນໃນບົດ ລາຍງານ ການເມືອງ ແລະ ແຜນພັດທະນາເສດຖະກິິດ-ສັງຄົມໄດ້ເປັນເ ອກະ ພາບຮັບຮອງເອົາບັນດາຄາດໝາຍລວມ, ທິດທາງ, ໜ້າທີ່ລວມ, ຄາດໝາຍສູ້ຊົນໃນ 5 ປີ ແຕ່ນີ້ຮອດປີ 2025. ໃນກອງປະຊຸມບັນ ດາຜູ້ແທນສົມບູນກໍ່ໄດ້ໃຊ້ສິດປະຊາທິປະໄຕເພື່ອປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເຊິ່ງມີຜູ້ສະໜັກທັງໝົດ 36 ສະຫາຍ, ຍິງ 5 ສະຫາຍ ເລືອກເອົາ 31 ສະຫາຍ, ຍິງ 4 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກແຂວງຫຼວງນ້ຳທາຄັ້ງທີ VIII ໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງ 9 ສະຫາຍ.


ກອງປະຊຸມໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ຄຳໄຫຼ ສີປະເສີດ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳຟອງ ອິນມະນີ ເປັນຮອງເລຂາພັກແຂວງ,ສະຫາຍ ຈັນທອງ ແກ້ວປະເສີດ ເປັນຮອງເລຂາພັກແຂວງ ແລະ ສະຫາຍ ສີວິໄລ ປັນແກ້ວ ເປັນປະ ທານກວດກາພັກແຂວງພ້ອມດ້ວຍຄະນະ 3 ສະຫາຍ. ເພື່ອເປັນຫຼັກ ແຫຼ່ງແກ່ນສານສຶບຕໍ່ນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງກໍ່ຄືພາລະກິດປົກປັກຮັກສາສ້າງສາພັດທະນາໃນຕໍ່ໜ້າ.


ໂອກາດດັ່ງກ່າວສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກຳມະ ການກົມການເມືອງ ສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະ ເທດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມຄັ້ງນີ້ພ້ອມທັງເໜັນ ໜັກໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ເປັນແຜນງານໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເພື່ອຈັດຕັ້ງເຜີຍແຜ່ເຊື່ອມຊື່ມ, ຕັ້ງໜ້າປຸກລະດົມທຸກກຳລັງແຮງ ຂອງ ປວງຊົນໃຫ້ເຂົ້້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາແຂວງຫລວງນໍ້າທາໃຫ້ບັນລຸຜົນສຳເລັດຕາມຄາດຫມາຍທີ່ວາງໄວ້.
ຂ່າວ: ກິ່ນນາລົມ