ນ້ຳຖ້ວມຢູ່ອິນເດຍ ເສຍຊີວິດ 110 ກວ່າຄົນ

133

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ກໍລະກົດຜ່ານມາວ່າທາງການອິນເດຍ ແຈ້ງວ່າ: ເກີດມີຝົນຕົກໜັກຈົນເຮັດໃຫ້ນ້ຳຖ້ວມຫຼາຍເຂດໃນລັດອັດສຳ ແລະ ລັດພິຫານ ເຊິ່ງເປັນສອງລັດທຸກຍາກທີ່ສຸດໃນປະເທດອິນເດຍ ເຮັດໃຫ້ປະຊາຊົນປະມານ 8 ລ້ານຄົນຕ້ອງເດືອດຮ້ອນ, ໃນຂະນະດຽວກັນກໍມີຜູ້ເສຍຊີວິດເຖິງ 111 ຄົນ, ສ່ວນສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ກໍຍັງຮຸນແຮງຂຶ້ນນັບມື້.


ຂະນະທີ່ ແມ່ນ້ຳ ບຣາມາພູຕຣາ ( Brahmaputra ) ໃນລັດອັດສຳ ທາງຕາເວັນອອກສ່ຽງເໜືອຂອງປະເທດມີລະດັບນ້ຳສູງເກີນລະດັບອັນຕະລາຍແລ້ວໃນຫຼາຍພື້ນທີ່, ສ່ວນລັດພິຫານທີ່ຕັ້ງຢູ່ທາງທິດຕາເວັນອອກຍັງມີຝົນຕົກໜັກຕໍ່ເນື່ອງ, ສຳນັກງານອຸຕຸນິຍົມວິທະຍາອິນເດຍ ເປີດເຜີຍວ່າ: ຕັ້ງແຕ່ເຂົ້າສູ່ລະດູມໍລະສຸມ ໃນວັນທີ 1 ມິຖຸນາເປັນຕົ້ນມາ ລັດອັດສຳ ແລະ ລັດພິຫານມີຝົນຕົກຫຼາຍກວ່າເກນປົກກະຕິ ຈຶ່ງເຮັດໃຫ້ເກີດນ້ຳຖ້ວມຫຼາຍຄັ້ງ.