ຢຸດບໍ່ຢູ່ ຟອມຂອງ ແຊັມເກົ່າ ເລີ່ມເຂົ້າທີ່ເຂົ້າທາງ ຜ່ານງານໜັກມາແລ້ວ 3 ນັດ

84

ສະໂມສອນ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼ້າສຸດສາມາດເອົາຊະນະ ວຽງຈັນ ເອັຟທີ ໄປແບບສະບາຍໆ 3-0 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ນັດກາງອາທິດເມື່ອວັນທີ 28 ກໍລະກົດ 2020 ພ້ອມທັງຮັກສາສະຖິຕິບໍ່ເສຍ 4 ນັດລວດ ພ້ອມທັງຜ່ານງານຢາກມາແລ້ວ 3 ນັດກ່ອນໜ້ານີ້ ເຮັດໃຫ້ເພີ່ມໂອກາດປ້ອງກັນແຊັມ.

ກ່ອນໜ້ານີ້ ລາວໂຕໂຢຕ້າ ເອັຟຊີ ລົງສະໜາມ 3 ນັດທໍາອິດນ້ອງພົບກັບງານໜັກທັງໝົດ ແຕ່ກໍສາມາດຜ່ານໄດ້ ໂດຍນັດທໍາອິດສະເໝີກັບ ມາສເຕີ 7 ເອັຟຊີ ຮອງແຊັມເກົ່າ 1-1, ນັດທີ 2 ສາມາດພິກເອົາຊະນະ ຊ້າງນ້ອຍ ເອັຟຊີ 2-1 ແລະ ຖະຫຼົ່ມ ປກສ ເອັຟຊີ 4-0 ຖືວ່າຜ່ານງານໜັກ ແລະ ເກັບຄວາມໄດ້ປຽບໄວ້ໃນມືໃນຮອບຂາໄປ ຕ້ອງລໍຖ້າວັດກັນອີກຄັ້ງໃນຮອບຂາກັບ.

ຫຼ້າສຸດ ລາວໂຕໂຢຕ້າ ເອັຟຊີ ລົງສະໜາມນັດທີ 4 ສາມາດເອົາຊະນະ ນ້ອງໃໝ່ ວຽງຈັນ ເອັຟທີ 3-0 ໂດຍໄດ້ປະຕູຈາກ LAERCIO GOMES COSTA ນາທີ 35, YOUSSOUF MORY BAMBA ນາທີ 57 ແລະ ພິທັກ ກອງມະທິລາດ ນາທີ 84 ໂດຍນັດດັ່ງກ່າວ ແຊັມເກົ່າສ້າງໂອກາດໄດ້ເຖິງ 9 ຄັ້ງ ແລະ ຍິງເຂົ້າເປົ້າເຖິງ 5 ຄັ້ງ ເປັນປະຕູ 3 ໜ່ວຍ.

ຈາກຜົນດັ່ງກ່າວ ເຮັດໃຫ້ ລາວໂຕໂຢຕ້າ ເອັຟຊີ ເກັບໄປແລ້ວ 10 ຄະແນນຈາກ 4 ນັດ (ຊະນະ 3 ແລະ ສະເໝີ 1 ນັດ ) ຢຶດທີມນໍາຕາຕະລາງຄະແນນລວມ ພ້ອມເກັບໂອກາດປ້ອງກັນແຊັມໄວ້ໃນມືຢ່າງເຕັມຕົວ ໂດຍມີ ເອັສຣາ ເອັຟຊີ ນ້ອງໃໝ່ໄຟແຮງລົງສະໜາມ 3 ນັດມີ 5 ຄະແນນໄລ່ຫຼັງມາ, ສ່ວນ ມາສເຕີ 7 ເອັຟຊີ ລົງແຂ່ງຂັນໄປແລ້ວ 2 ນັດມີ 4 ຄະແນນ ກໍຍັງມີລຸ້ນແຊັມຢ່າງເຕັມຕົວ.

ສໍາລັບ ແດນໜ້າຄວາມຫວັງຂອງ ລາວໂຢຕ້າ ເອັຟຊີ ໃນຕອນນີ້ທີ່ເຫັນໄດ້ຊັດເປັນ LAERCIO GOMES COSTA ນັກເຕະຊາວບຣາຊິລ ທີ່ຍັງປະຕູໄດ້ 3 ນັດລວດແລ້ວ ແລະ ຍັງເປັນກອງໜ້າທີ່ສ້າງຄວາມໜັກໃຈໃຫ້ກັບຄູ່ແຂ່ງຕະຫຼອດການແຂ່ງຂັນ. ນອກນັ້ນ ລາວໂຕໂຢຕ້າ ເອັຟຊີ ກໍຍັງ ພິທັກ ຫົວໜ້າທີມ ທີ່ຍ້າຍຈາກທີມໃນປະເທດໄທ ມາຫຼິ້ນໃຫ້ກັບທີມໃນລະດູການນີ້ ແລະ ຟອມເລີ່ມໂດດເດັ່ນຍິງໄດ້ 3 ປະຕູຈາກ 2 ນັດຫຼ້າສຸດ ເຮັດໃຫ້ປັດຈຸບັນ ລາວໂຕໂຢຕ້າ ເອັຟຊີ ເລີ່ມຫຼິ້ນເຂົ້າກັນ ແລະ ຟອມດີຂຶ້ນຕາມລໍາດັບ.

ການແຂ່ງຂັນນັດຕໍ່ໄປຂອງ ລາວໂຕໂຢຕ້າ ເອັຟຊີ ຈະບຸກໄປຢາມ ນ້ອງໃໝ່ ວຽງຈັນ ເອັຟຊີ ໃນວັນທີ 2 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມໃນ ) ກ່ອນທີ່ຈະເປີດບ້ານພົບກັບ ເອັສຣາ ເອັຟຊີ ໃນວັນທີ 8 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເຊິ່ງເປັນນັດສຸດທ້າຍຂອງຮອບຂາໄປ.