ຮູ້ຈັກ ສາຍຊົນ ກອງຫຼັງຄົນທໍາອິດຍິງປະຕູໃນລາວລີກ 1 ປີ 2020 ແລະເປັນປະຕູທໍາອິດກັບທີມໃໝ່

88

ນອກຈາກຈະກາຍເປັນປະຕູສຸດງາມໃນ ເປບຊີ ລາວລີກ 1 ລະດູການ 2020 ປະຈໍາອາທິດທີ 3 ແລ້ວຍັງກາຍເປັນປະຕູທໍາອິດຈາກກອງຫຼັງ ແລະ ປະຕູທໍາອິດກັບຕົ້ນສັງກັດໃໝ່ຢ່າງ ມາສເຕີ 7 ເອັຟຊີ ສໍາລັບ ສາຍຊັນ ຂຸນສໍານານ ທີ່ຍິງປະຕູໄດ້ຈາກລູກຟຣີຄິກ ໄລຍະ 20 ກວ່າແມັດ ໃນນັດທີ່ພາທີມເອົາຊະນະ ຊ້າງນ້ອຍ ເອັຟຊີ 2-1.

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ມີປະຕູງົດງາມເກີດຂຶ້ນຫຼາຍປະຕູແລ້ວ ຫຼ້າສຸດໃນວັນເສົາທີ 25 ກໍລະກົດ 2020 ສາຍຊົນ ຂຸນສໍານານ ກອງຫຼັງຂອງ ມາສເຕີ 7 ເອັຟຊີ ອາສາຂຶ້ນມາຍິງລູກຟຣີຄິກ ( ລູກໄໝ ) ໄລຍະ 20 ກວ່າແມັດ ຍິງດ້ວຍຂວາບານພຸ່ງສວນປາຍມືຂອງ ຜູ້ຮັກສາປະຕູ ຊ້າງນ້ອຍ ເຂົ້າປະຕູໄປຢ່າງສວຍງາມ ພ້ອມເຮັດໃຫ້ ມາສເຕີ 7 ເອັຟຊີ ຂຶ້ນນໍາ 1-0 ໃນນາທີໆ 7 ກ່ອນທີ່ຈະຈົບດ້ວຍຜົນ ມາສເຕີ 7 ເອັຟຊີ ເອົາຊະນະ ຊ້າງນ້ອຍ ໄປ 2-1.

ປະຕູດັ່ງກ່າວຂອງ ສາຍຊົນ ເປັນປະຕູທໍາອິດຂອງຕົວເອງ ໃນເປບຊີ ລາວລີກ 1 ປະຈໍາລະດູການ 2020 ແລະ ເປັນປະຕູທໍາອິດຂອງຕົວເອງກັບ ມາສເຕີ 7 ເອັຟຊີ ອີກ. ພິເສດປະຕູດັ່ງກ່າວຍັງຖືເປັນປະຕູທໍາອິດຂອງຜູ້ຫລິ້ນຕໍາແໜ່ງກອງຫຼັງ ໃນລີກລະດູການນີ້ນຳອີກ. ສ່ວນປະຕູທີ 2 ຈາກກອງຫຼັງ ໃນລາວລີກລະດູການນີ້ເປັນຂອງ ຈິດປະສົງ ລັດທະຈັກ ຍິງໄດ້ໃນນາທີໆ 45 ໃນນັດທີ ມາສເຕີ 7 ຊະນະ ຊ້າງນ້ອຍ ເອັຟຊີ 2-1 ເຊິ່ງນັດດັ່ງກ່າວ ຈິດປະສົງ ຖືກຈັບໃຫ້ຫຼິ້ນກອງໜ້າ.

ສາຍຊົນ ໃຫ້ສໍາພາດຫຼັງຈົບການແຂ່ງຂັນວ່າ: ປະຕູດັ່ງກ່າວເປັນປະຕູທໍາອິດກັບທີມໃໝ່ຢ່າງ ມາສເຕີ 7 ເອັຟຊີ ແນ່ນອນມີຄວາມພາກພູມໃນຫຼາຍ ແລະ ຂໍຍົກຜົນງານນີ້ໃຫ້ກັບແຟນບານ ພ້ອມດ້ວຍເພື່ອນຮ່ວມທີມ ທີ່ໄດ້ຊ້ອມກັນຢ່າງໜັກມາ 2 ອາທິດ ເພື່ອລົງແຂ່ງຂັນໃນນັດນີ້ໂດຍສະເພາະ ເນື່ອງຈາກຊ້າງນ້ອຍ ເອັຟຊີ ເປັນທີມທີ່ແຂງແກ່ນ ທັງນີ້ພວກເຮົາຈະສືບຕໍ່ເຮັດວຽກໜັກ ແລະ ລົງແຂ່ງຂັນທຸກໆນັດຄືກັບນັດຊີງຊະນະເລີດ.

ສາຍຊົນ ເລົ່າເຖິງປະຫວັດການເປັນນັກເຕະຂອງຕົວເອງວ່າ: ນ້ອງກໍເປັນອີກ 1 ນັກເຕະປັ້ນຂອງ ເອັສຣາ ເອັຟຊີ ນັບຕັ້ງແຕ່ຮຸ່ນອາຍຸບໍ່ເກີນ 12 ປີ(ປີິ 2004) ຈົນສາມາດຕິດທີມຊາດລາວ ຮຸ່ນ 12 ຈົນເຖິງຊຸດໃຫຍ່, ສ່ວນເສັ້ນທາງກ້າວສູ່ບານເຕະລີກສູງສຸດຂອງລາວ ແມ່ນເລີ່ມກັບ ປກສ ເອັຟຊີ ນັບຕັ້ງແຕ່ປີ 2010-2014 ເຄີຍຍາດໄດ້ແຊັມໃນປີ 2012 ກ່ອນຈະຍ້າຍມາຫຼິ້ນໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ໃນປີ 2014 ພາທີມຈົບອັນດັບທີ 2 ເຊິ່ງຈາກປີ 2014-2019 ໄດ້ຢູ່ກັບ ລາວໂຕໂຢຕ້າ ເອັຟຊີ ສາມາດຍາດໄດ້ແຊັມລີກສູງສຸດຂອງ ສປປ ລາວ ກັບທີມ 4 ສະໄໝ ກ່ອນທີ່ລະດູການ 2020 ຈະຍ້າຍມາຢູ່ກັບ ມາສເຕີ 7 ເອັຟຊີ.

ສາຍຊົນ ກ່າວອີກວ່າ: ແນ່ນອນການມາຢູ່ກັບ ມາສເຕີ 7 ເອັຟຊີ ນັ້ນກໍຢາກພາທີມເປັນແຊັມລາວລີກ ໃນປີ 2020 ໃຫ້ໄດ້ ພ້ອມກັບສິດໄປແຂ່ງຂັນລາຍການ ເອເອັຟຊີ ຄັບ ໃນລະດູການໜ້າ. ຢ່າງໃດກໍຕາມ ປີນີ້ມີຫຼາຍທີມທີ່ມີຄວາມແຂ່ງແກ່ນ ແລະ ແນ່ນອນຕ້ອງໄດ້ເຮັດວຽກໜັກຂຶ້ນ ເພື່ອສູ່ຈຸດໝາຍດັ່ງກ່າວ.
ສ່ວນເຄັດລັບການເປັນນັກເຕະຂອງນ້ອງນັ້ນ ຕ້ອງມີສະຖິຕິປັນຍາ, ພາລະກໍາລັງ, ທັກສະ ແລະ ການຝຶກຜົນ ຈົນເຮັດໃຫ້ນ້ອງມາຢູ່ໃນຈຸດນີ້ໄດ້, ສ່ວນຄວາມຫວັງໃນອະນາຄົດກໍຢາກເປັນຄູຝຶກ ເພື່ອຮັບໃຊ້ສະໂມສອນ ແລະ ທີມຊາດລາວ, ສາຍຊົນກ່າວ.

ສາຍຊົນ ຂຸນສໍານານ ປັດຈຸບັນເປັນກອງຫຼັງດ້ານຂວາຕົວຫຼັກຂອງ ມາສເຕີ 7 ເອັຟຊີ ເຊິ່ງຜົນງານໃນເລີ່ມຕົ້ນໃນ ເປບຊີ ລາວລີກ 1 ລະດູການ 2020 ຖືວ່າໜ້າປະທັບໃຈ ພາ ມາສເຕີ 7 ເອັຟຊີ ລົງສະໜາມ 2 ນັດຊະນະ 1 ແລະ ສະເໝີ 1 ນັດມີ 4 ຄະແນນຢູ່ອັນດັບທີ 3 ຂອງຕາຕະລາງຄະແນນລວມ ພ້ອມທັງຍັງຍິງໄດ້ 1 ປະຕູສໍາຄັນ.