ລັດຖະມົນຕີລົງຄຳມ່ວນ ຊີ້ນຳແຂວງໃຫ້ເອົາໃຈໃສ່ກວດກາຄຸນນະພາບສິນຄ້າໃນຂົງເຂດຮັບຜິດຊອບ

152

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ພະແນກ ພວຕ ແຂວງຄຳມ່ວນ ຍົກລະດັບຕິດຕາມກວດກາຄຸນນະພາບນ້ຳມັນ, ກວດກາກົງເຕີໄຟຟ້າ, ນ້ຳປະປາ ແລະ ຄຸນນະພາບຂອງສິນຄ້າ ເພື່ອໃຫ້ໄດ້ຕາມມາດຕະຖານ ແລະ ວຽກງານອື່ນໆ.

ທ່ານ ນາງ ແຕງອ່ອນ ລິນສົມພູ ຮັກສາການຫົວໜ້າ ພວຕ ແຂວງຄຳມ່ວນ ລາຍງານການຈັດຕັ້ງປະຕິບັດວຽກງານຂອງ ພວຕ ແຂວງຄຳມ່ວນ ໃນໄລຍະຜ່ານມາຕໍ່ທ່ານລັດຖະມົນຕີກະຊວງ ກວຕ ວ່າ: ການຈັດຕັ້ງປະຕິບັດວຽກງານໃນການລົງຕິດຕາມກວດກາຄຸນນະພາບຂອງນ້ຳມັນ, ກວດກາກົງເຕີໄຟຟ້າ, ນ້ຳປະປາ ແລະ ຄຸນນະພາບຂອງສິນຄ້າ ເພື່ອໃຫ້ໄດ້ຕາມມາດຕະຖານ ແລະ ວຽກງານອື່ນໆ. ພ້ອມນັ້ນ, ພວຕ ແຂວງ ຄຳມ່ວນ ຍັງສະເໜີເຖິງກະຊວງເພື່ອຊ່ວຍຝຶກອົບຮົມ – ຍົກລະດັບຄວາມຮູ້ທາງວິຊາການໃຫ້ແກ່ພະນັກງານຂອງພະແນກ ແລະ ການສະໜອງອຸປະກອນທີ່ຈຳເປັນ ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ແລະ ວຽກງານອື່ນໆທີ່ມີຄວາມຈໍາເປັນຕໍ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະໃໝ່.

ໃນຕອນທ້າຍຂອງພິທີ, ທ່ານລັດຖະມົນຕີ ກວຕ ຍັງໄດ້ເນັ້ນໜັກ ພວຕ ແຂວງ ເອົາໃຈໃສ່ຍົກລະດັບຄວາມຮູ້, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານທີ່ຮັບຜິດຊອບ ໂດຍສະເພາະແມ່ນຍຸກການພັດທະນາອຸດສາຫະກຳ 4.0.
ນອກນັ້ນ, ຍັງຕ້ອງໄດ້ເອົາໃຈໃສ່ໃນການປູກຈິດສຳນຶກໃຫ້ນັກຮຽນ, ນັກສຶກສາ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນໃຫ້ຮັບຮູ້ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີຢ່າງກວ້າງຂວາງ ເພື່ອນຳໃຊ້ຜົນສຳເລັດຂອງການຄົ້ນຄວ້າ, ບັນດາເຕັກໂນໂລຊີທີ່ທັນສະໄໝ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕ່າງໆໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ. ພິທີດັ່ງກ່າວຈັດຂຶ້ນໃນ ຕອນບ່າຍວັນທີ 27 ກໍລະກົດ 2020 ຜ່ານມາ ທີ່ພະແນກ ພວຕ ແຂວງຄໍາມ່ວນ.