ນະຄອນຫຼວງຈະສຸມໃສ່ຂະຫຍາຍຂະແໜງກະສິກຳ ໃຫ້ສາມາດກຸ້ມຕົນເອງໄດ້

214

ມາດຕະການຟື້ນຟູ ແລະ ຜ່ານຜ່າວິກິດຈາກໂຄວິດ – 19 ໃນໄລຍະ 6 ເດືອນທ້າຍປີ ຂອງນະຄອນຫຼວງວຽງຈັນ ຈະສຸມໃສ່ຂະຫຍາຍການຜະລິດກະສິກໍາ ໂດຍເອົາການປູກ ຝັງ – ລ້ຽງສັດ ແລະ ການປະມົງ ເພື່ອໃຫ້ມີສະບຽງອາຫານພຽງພໍ ແລະ ກຸ້ມຕົນເອງ.

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານຄາດໝາຍ ແລະ ມາດຕະການຟື້ນຟູ ແລະ ຜ່ານຜ່າວິກິດຈາກໂຄວິດ – 19 ໃນໄລຍະ 6 ເດືອນທ້າຍປີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໃນວັນທີ 15 ກໍລະກົດ 2020 ໂດຍສະເພາະຕໍ່ບັນຫາດັ່ງກ່າວ ລັດຖະບານໄດ້ມີ 9 ມາດຕະການ ໂດຍລະບຸໃນຄໍາສັ່ງນາຍົກລັດຖະມົນຕີແລ້ວ, ສໍາລັບໃນ ນວ ຈະປະຕິບັດຕາມລັດຖະບານ, ໃນນັ້ນຈະສຸມໃສ່ບັນດາເປົ້າໝາຍຕົ້ນຕໍ ຄື: ໃນເງື່ອນໄຂຜົນກະທົບໂຄວິດ – 19, ນວ ຄວນສຸມໃສ່ຂະຫຍາຍຂະແໜງກະສິກໍາ ໂດຍເອົາການປູກຝັງ, ລ້ຽງສັດ ແລະ ການປະມົງ ເພື່ອໃຫ້ມີສະບຽງອາຫານການກິນ, ເພິ່ງ ແລະ ກຸ້ມຕົນເອງ ແລະ ແມ່ນຂະແໜງການນີ້ຈະເຮັດໄດ້ໄວ; ສົ່ງເສີມການຜະ ລິດ – ທຸລະກິດໃນຂະແໜງອຸດສາຫະກໍາ – ການກໍ່ສ້າງ, ເອົາໃຈໃສ່ເປັນພິເສດຕໍ່ຂະແໜງບໍລິການ ແລະ ຂະແໜງການທ່ອງທ່ຽວ ແລະ ຮັບປະກັນວຽກເຮັດງານທໍາ, ການແກ້ໄຂແຮງງານ.


ຖືເອົາການປັບປຸງ, ປັບຕົວຂອງຫົວໜ່ວຍວິສາຫະກິດຂອງລັດ ແລະ ເອກະຊົນ ລວມທັງຫົວໜ່ວຍ SME ແລະ ຈຸນລະວິສາຫະກິດ ໂດຍມອບໃຫ້ຂະແໜງອຸດສາຫະກໍາ – ການຄ້າ, ຂະແໜງໂຍທາທິການ, ຂະແໜງໃນ 6 ເດືອນທ້າຍປີ ຕ້ອງເພີ່ມຂຶ້ນໃຫ້ໄດ້; ປະເມີນຄືນລະບົບຊົນລະປະທານທີ່ມີແລ້ວ, ສ້ອມແປງ ແລະ ຟື້ນຟູ ເພື່ອຂະຫຍາຍຊົນລະປະທານໃຫ້ມີຄວາມພ້ອມໃນການຜະລິດສະບຽງອາຫານ, ສຸມໃສ່ການຜະລິດລະດູແລ້ງປີ 2021; ເຝົ້າລະວັງສະພາບການປ່ຽນແປງຂອງດິນຟ້າອາກາດ ເພື່ອກຽມຄວາມພ້ອມໃນການຕ້ານແລ້ງ-ຕ້ານຖ້ວມ, ເຝົ້າລະວັງການແຜ່ລະບາດຂອງພະຍາດພືດ ແລະ ສັດຕາມລະດູການ; ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ 8 ຊະນິດຕາມນະໂຍບາຍລັດຖະບານໃຫ້ໄດ້ດີ.

ຊຸກຍູ້ໂຄງການໃຫຍ່ປູກເຂົ້າເປັນສິນຄ້າຢູ່ເມືອງປາກງື່ມ ຂອງບໍລິສັດເອເຊຍ, ໂຄງການປູກຜັກອິນຊີ ຂອງປະຊາຊົນ ໂດຍສະເພາະ 9 ເປົ້າໝາຍກຸ່ມ ດ້ວຍການຊ່ວຍໜູນດ້ານແຫຼ່ງນໍ້າໃນລະດູແລ້ງ, ເຕັກນິກໃໝ່ທີ່ຈຳເປັນ; ເລັ່ງຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ; ຈິດໃຈສໍາຄັນໃນມາດຖານການທ່ອງທ່ຽວແມ່ນເອົາຄົນລາວທ່ຽວລາວ, ທ່ຽວ ນວ, ຮັບເອົານັກ ທ່ອງທ່ຽວຈາກສາກົນທີ່ບໍ່ມີສະພາບໂຄວິດ – 19 ຕາມແບບ ( Bubber travel ); ປັບປຸງແຫຼ່ງທ່ອງທ່ຽວເກົ່າ ແລະ ເປົ້າໝາຍແຫຼ່ງທ່ອງທ່ຽວໃໝ່ “ ນໍ້າປຽນ ຢໍລະປ່າ ” ເມືອງປາກງື່ມ, ທ່ອງທ່ຽວການກະເສດດອນຈັນ ໃນລະດູຝົນ ເປີດແຫຼ່ງທ່ອງທ່ຽວທາງນໍ້າຕາມສາຍນໍ້າງື່ມ, ບຶງທາດຫຼວງ ດ້ວຍວິຖີຊີວິດແບບໃໝ່; ປະກາດ ແລະ ກະກຽມເຂົ້າເປັນສະມາຊິກອົງການສົ່ງເສີມການທ່ອງທ່ຽວສໍາລັບບັນດາຕົວເມືອງໃນອາຊີປາຊີຟິກ ( TPO ) ລະຫວ່າງກາງເດືອນຕຸລາ 2020.

ທ່ານ ສິນລະວົງ ຄຸດໄພທູນ ກ່າວຕື່ມວ່າ: ໃນເງື່ອນໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນຂອງປະເທດ ແລະ ໃນສະພາບໂຄວິດ – 19 ພວກເຮົາຍັງຢຶດຖືຢ່າງໜັກແໜ້ນສະເໝີຕົ້ນສະເໝີປາຍຕໍ່ການພົວພັນຮ່ວມມືກັບບັນດານະຄອນຫຼວງ, ນະຄອນ ແລະ ເຂດແຂວງ ກໍຄືກັບບັນດາອົງການຈັດຕັ້ງສາກົນ, ບົນພື້ນຖານ new normal ເຊິ່ງໃນ 6 ເດືອນທ້າຍປີ ຕ້ອງສຸມໃສ່ປະຕິບັດພັນທະສັນຍາທີ່ໄດ້ຕົກລົງກັນ; ຈັດຕັ້ງປະຕິບັດ ແລະ ອໍານວຍຄວບຄຸມບັນດາໂຄງການກະສິກໍາ – ປ່າໄມ້, ພະລັງງານ – ບໍ່ແຮ່ ແລະ ບັນດາຂະແໜງການທີ່ມີຫົວໜ່ວຍວິສາຫະກິດຂຶ້ນກັບ ເພື່ອແກ້ໄຂສິ່ງອັດຕັນ ແລະ ຊ່ວຍແກ້ຂອດຈໍາກັດຂອງວິສາຫະກິດ.

ສຳລັບມາດຕະການ ແລະ ກົນໄກຫຼັງສະພາບໂຄວິດ – 19 ທີ່ຈະຂັບເຄື່ອນດີກວ່າໝູ່ແມ່ນການນໍາໃຊ້ ICT ເຂົ້າໃນວຽກງານຂອງພາກທຸລະກິດ, ການບໍລິການ ລວມທັງຂອງພາກລັດ. ດັ່ງນັ້ນ, ສະເໜີໃຫ້ທຸກຫົວໜ່ວຍສຸມ ຄວາມຮັບຜິດຊອບໃສ່ການປັບປຸງ, ປ່ຽນແປງ ຫຼື ປັບຕົວ; ສໍາລັບວິຖີຊີວິດ, ດ້ານສັງຄົມຕ່າງໆ ນວ ເຫັນດີປະຕິບັດມາດຕະການຕາມທີ່ລັດຖະບານສະເໜີຕໍ່ສະພາແຫ່ງຊາດ ແລະ ຈະຜັນຂະຫຍາຍຢ່າງຕັ້ງໜ້າ, “ ທ່ານ ສິນລະວົງ ຄຸດໄພທູນ ກ່າວ ”.