ອັດຕາຄວາມທຸກຍາກຂອງປະຊາຊົນລາວ ຫຼຸດລົງເຫຼືອ 18,3%

280

ຜົນສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ VI ພົບວ່າການຊົມໃຊ້ຂອງຄົວເຮືອນ ສປປ ລາວ ຢູ່ໃນລະດັບ 2,63 ລ້ານກີບຕໍ່ເດືອນ ເພີ່ມຂຶ້ນຈາກ 2,05 ລ້ານກີບ ໃaນປີ 2012 – 2013; ສ່ວນອັດຕາຄວາມທຸກຍາກຫຼຸດລົງຈາກ 23,2% ໃນປີ 2012 – 2013 ຍັງເຫຼືອ 18,3% ໃນປີ 2018 – 2019.


ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ຜົນສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນຄັ້ງທີ VI ( LECS ) ໃນ ສປປ ລາວ ຂຶ້ນໃນວັນທີ 28 ກໍລະກົດນີ້ ທີ່ສູນສະຖິຕິແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີພວກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ການສຳຫຼວດຄັ້ງນີ້ແມ່ນໄດ້ເລີ່ມຕົ້ນແຕ່ເດືອນມິຖຸນາ ປີ 2018 ຫາ ເດືອນມິຖຸນາ ປີ 2019 ເຊິ່ງເປັນການສືບຕໍ່ຈັດຕັ້ງປະຕິບັດມາທຸກໆ 5 ປີ ເລີ່ມແຕ່ປີ 1992/1993 ເປັນຕົ້ນມາ ແລະ ຄັ້ງນີ້ເປັນຄັ້ງທີ VI ( LECS VI ) ເປົ້າໝາຍຂອງການສຳຫຼວດກວມເອົາ 17 ແຂວງ ແລະ 1 ນະຄອນຫຼວງ ໃນຂອບເຂດທົ່ວປະເທດ, ມີ 636 ບ້ານທີ່ເປັນກຸ່ມຕົວຢ່າງ ( ຕົວແທນ ) ແລະ ກວມເອົາ 10.176 ຄົວເຮືອນທີ່ເປັນຕົວແທນ ເຊິ່ງມີຕົວແທນຫຼາຍກວ່າ 5 ຄັ້ງທີ່ຜ່ານມາ ໂດຍມີຈຸດປະສົງແມ່ນເພື່ອຕອບສະໜອງຂໍໍ້ມູນ – ຂ່າວສານທີ່ຄົບຖ້ວນ, ມີຄຸນນະພາບ ແລະ ບັນດາຕົວຊີ້ບອກໃຫ້ແກ່ການຕີລາຄາ – ປະເມີນຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໃນແຕ່ລະໄລຍະ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ກໍຄືການວາງແຜນໃນຕໍ່ໜ້າ ລວມໄປເຖິງການຄົ້ນຄວ້າການວິໄຈໃນຫຼາຍຂົງເຂດທີ່ພົວພັນເຖິງເສດຖະກິດ – ສັງຄົມ ກໍຄືສະພາບການດໍາລົງຊີວິດຂອງຄົວເຮືອນໃນ ສປປ ລາວ.


ຜົນການສໍາຫຼວດຄັ້ງນີ້ ປະກອບມີຄຸນລັກສະນະຂອງຄົວເຮືອນ, ການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ, ຈຳນວນຄົວເຮືອນໃນ ສປປ ລາວ ທັງໝົດມີປະມານ 1.274.000 ຄົວເຮືອນ ແລະ ມີຂະໜາດຂອງຄົວເຮືອນສະເລ່ຍແມ່ນ 4,7 ຄົນ/ຄົວເຮືອນ ຫຼຸດລົງຈາກ 5,2 ຄົນ ໃນປີ 2012 – 2013.
ການຊົມໃຊ້ຕໍ່ເດືອນຂອງຄົວເຮືອນຄົນລາວຢູ່ໃນລະດັບ 2,63 ລ້ານກີບ ເຊິ່ງໄດ້ເພີ່ມຂຶ້ນຈາກ 2,05 ລ້ານກີບ ໃນປີ 2012 – 2013. ໃນນີ້, ການຊົມໃຊ້ໃນໝວດສະບຽງອາຫານຍັງກວມເອົາອັດຕາສ່ວນສູງ, ອັດຕາສ່ວນຂອງການຊົມໃຊ້ໝວດສະບຽງອາຫານ ຈາກການສຳຫຼວດຄັ້ງນີ້ແມ່ນ 73,6% ເຊິ່ງຖືວ່າເພີ່ມຂຶ້ນ ເມື່ອທຽບໃສ່ການສຳຫຼວດປີ 2012 – 2013 ແມ່ນ 70,4%.


ການເຂົ້າເຖິງການບໍລິການດ້ານສຶກສາ ແລະ ສາທາລະນະສຸກ, ການຜະລິດ ແລະ ກິດຈະກໍາທຸລະກິດຂອງຄົວເຮືອນ, ການນໍາໃຊ້ເວລາ ແລະ ຄວາມທຸກຍາກໃນ ສປປ ລາວ ເຊິ່ງໂດຍລວມເຫັນວ່າຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ດີຂຶ້ນ ທຽບໃສ່ 5 ປີຜ່ານມາ, ຄົວເຮືອນລາວມີການຊົມໃຊ້ ແລະ ການໃຊ້ຈ່າຍເພີ່ມຂຶ້ນ, ເຖິງແມ່ນວ່າສ່ວນຫຼາຍຈະຍັງແມ່ນການຊົມໃຊ້ດ້ານສະບຽງອາຫານ ແຕ່ກໍຫັນໄປບໍລິໂພກອາຫານທີ່ເປັນປະໂຫຍດ ແລະ ມີທາດໂປຣຕິນຫຼາຍຂຶ້ນ.


ເຫັນໄດ້ວ່າຄົນລາວມີການໃສ່ໃຈດ້ານສຸຂະພາບຫຼາຍຂຶ້ນ, ການຜະລິດກະສິກໍາ ໄດ້ຫັນໄປສູ່ການຜະລິດເປັນສິນຄ້າເທື່ອລະກ້າວ ແລະ ກິດຈະກໍາທຸລະກິດອື່ນໆ. ນອກນັ້ນ, ຍັງເຫັນໄດ້ວ່າອັດຕາສ່ວນຄວາມທຸກຍາກຢູ່ໃນ ສປປ ລາວ ຫຼຸດລົງ ຈາກ 23,2% ໃນປີ 2012/2013 ເປັນ 18,3% ໃນປີ 2018/2019.
588 (1)….