ຊີງລາງວັນນັກທຸລະກິດອາຊຽນດີເດັ່ນ

278

5 ເຫດຜົນທີ່ຕ້ອງສະໝັກເພື່ອຊີງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ

ບໍ່ວ່າທຸລະກິດຂອງທ່ານຈະມີຂະໜາດນ້ອຍ ຫຼື ໃຫຍ່ ທ່ານກໍສາມາດເຂົ້າຮ່ວມຊີງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ໄດ້. ເນື່ອງຈາກມີລາງວັນຫຼາກຫຼາຍລາງວັນ ນັບແຕ່ລະດັບທ້ອງຖິ່ນຈົນເຖິງລະດັບຊາດ ຫຼື ລະດັບພາກພື້ນ ຈົນເຖິງລະດັບໂລກ. ອີກຢ່າງໜຶ່ງ, ລາງວັນບາງຢ່າງອາດຈະບໍ່ແມ່ນເງິນສົດສະເໝີໄປ ແຕ່ທັງໝົດເຫຼົ່ານັ້ນກໍຄື “ໄຊຊະນະອັນລໍ້າຄ່າຫາສິ່ງໃດປຽບບໍ່ໄດ້”. 5 ເຫດຜົນລຸ່ມນີ້ຈະຕອບໂຈດແກ່ທ່ານ ວ່າເປັນຫຍັງທ່ານຄວນສະໝັກເຂົ້າຊີງລາງວັນທຸລະກິດດີເດັ່ນ:

1 ເພີ່ມຊ່ອງທາງໃນການໂຄສະນາ

ລາງວັນທີ່ໄດ້ຮັບການຄັດເລືອກ ຫຼື ຜ່ານເຂົ້າຮອບສຸດທ້າຍ ບໍ່ພຽງແຕ່ຈະຊ່ວຍຍົກລະດັບໂປຣໄຟຣ໌ທຸລະກິດຂອງທ່ານ ແຕ່ທ່ານຍັງສາມາດໃຊ້ປະໂຫຍດຈາກການປະຊາສຳພັນ ແລະ ການຕະຫຼາດໄດ້. ລາງວັນປຽບເໝືອນສັນຍາລັກຂອງການເຮັດວຽກໜັກ ທັງເປັນຄວາມສຳເລັດ ແລະ ໂອກາດໃນການປະຊາສຳພັນທີ່ດີ ເຊິ່ງເປັນການຊ່ວຍໃຫ້ຜູ້ຄົນຮູ້ວ່າ ທຸລະກິດຂອງທ່ານປະສົບຄວາມສຳເລັດຄືແນວໃດ, ການໄດ້ຮັບລາງວັນທຸລະກິດດີເດັ່ນ ສາມາດເປີດປະຕູຕ້ອນຮັບສັນຍານການຈັດຫາຊ່ອງທາງ ແລະ ການຕະຫຼາດໃໝ່ໄດ້.

2 ສ້າງຄວາມໜ້າເຊື່ອຖືແກ່ທຸລະກິດ

ການໄດ້ຮັບລາງວັນ ຫຼື ເຂົ້າຮອບສຸດທ້າຍ ຈະຊ່ວຍເຮັດໃຫ້ທຸລະກິດຂອງທ່ານໂດດເດັ່ນ ແລະ ຊ່ວຍສົ່ງເສີມຄວາມຮ່ວມມື ແລະ ຄວາມເຊື່ອໝັ້ນຂອງລູກຄ້າ ເຊິ່ງຈະກາຍເປັນສ່ວນໜຶ່ງຂອງການສົ່ງເສີມການຂາຍໄດ້. ນອກຈາກນີ້, ກໍຍັງຊ່ວຍສ້າງຄວາມເຊື່ອໝັ້ນ ແລະ ຄວາມເຂັ້ມແຂງໃນການຕໍ່ລອງກັບຄູ່ຄ້າ ແລະ ຜູ້ສະໜອງແກ່ທຸລະກິດຂອງທ່ານໄດ້.

3 ເພີ່ມຂວັນກຳລັງໃຈໃຫ້ແກ່ພະນັກງານ

ການໄດ້ຮັບລາງວັນແມ່ນເປັນການຍອມຮັບຂັ້ນສູງສຸດເຖິງຄວາມສຳເລັດຈາກການເຮັດວຽກໜັກຂອງທີມງານ ທັງເປັນການເພີ່ມຂວັນ ແລະ ກຳລັງໃຈໃຫ້ພະນັກງານຢ່າງແທ້ຈິງ. ການໄດ້ຮັບລາງວັນເປັນຊ່ວງເວລາແຫ່ງການສະເຫຼີມສະຫຼອງ ແລະ ຂອບໃຈທີມງານຂອງທ່ານ ເພື່ອເຮັດໃຫ້ພວກເຂົາຮູ້ສຶກພາກພູມໃຈ ທີ່ໄດ້ເປັນສ່ວນໜຶ່ງໃນຄວາມສຳເລັດຂອງບໍລິສັດ.

4 ຊ່ວຍໃນການສ້າງເຄືອຂ່າຍທາງທຸລະກິດ

ການເຂົ້າຮ່ວມງານມອບລາງວັນ ເປັນໂອກາດດີທີ່ຈະຊ່ວຍສ້າງເຄືອຂ່າຍໃໝ່ ແລະ ສ້າງຄວາມສຳພັນກັບນັກທຸລະກິດລະດັບຕົ້ນໆຂອງປະເທດ. ບາງທີທ່ານອາດຈະໄດ້ພົບປະກັບບຸກຄົນຜູ້ທີ່ຈະກາຍເປັນຫຸ້ນສ່ວນທາງທຸລະກິດ ຫຼື ລູກຄ້າສຳຄັນຄົນໃໝ່ກໍເປັນໄດ້.

5 ດຶງດູດບຸກຄະລາກອນທີ່ມີຄວາມສາມາດ

ຄົນທີ່ມີຄວາມສາມາດຊັ້ນຍອດຍ່ອມໄດ້ຮັບໂອກາດໃນການເຮັດວຽກກັບທຸລະກິດທີ່ດີທີ່ສຸດສະເໝີ, ລາງວັນທາງທຸລະກິດຈິ່ງຕອບໂຈດຄວາມຕ້ອງການພະນັກງານສີມືດີຜ່ານການຄັດເລືອກຜູ້ສະໝັກງານໃໝ່ເພື່ອຜັກດັນທຸລະກິດຂອງທ່ານໃຫ້ກ້າວໄປຂ້າງໜ້າ ແນ່ນອນວ່າຫຼາຍຄົນຍ່ອມປາຖະໜາທີ່ຈະເຮັດວຽກກັບບໍລິສັດທີ່ປະສົບຄວາມສຳເລັດທັງນັ້ນ.

ປະໂຫຍດຂອງການເຂົ້າຮ່ວມຊີງລາງວັນ ບາງຄັ້ງກໍບໍ່ໄດ້ກ່ຽວຂ້ອງກັບໄຊຊະນະສະເໝີໄປ ແຕ່ເປັນວິທີທີ່ຈະສ້າງແຮງບັນດານໃຈໃນການສ້າງຄວາມເປັນເລີດ, ຄວາມພາກພູມໃຈ, ກຽດຕິຍົດ ແລະ ຊ່ວຍສ້າງໂອກາດ ໃນການພັດທະນາທຸລະກິດຂອງທ່ານໃຫ້ກ້າວໄປຂ້າງໜ້າອີກຂັ້ນໜຶ່ງໄດ້.

ວິທີການສະໝັກຊີງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈໍາປີ 2020 ມີດັ່ງນີ້:

1 ດາວໂຫລດແບບຟອມສະໝັກຈາກ www.lncci.la/aba2020 ແລະ ຕື່ມບັນດາຂໍ້ມູນກ່ຽວຂ້ອງ, ສາຂາ ແລະ ປະເພດລາງວັນ. ສຳລັບຂໍ້ມູນເພີ່ມເຕີມ ທ່ານສາມາດໂທສອບຖາມໄດ້ທີ່ ກອງເລຂາງານຊີງລາງວັນທຸລະກິດດີເດັ່ນແຫ່ງ ສປປ ລາວ ເບີ +856 20 5256 2729 ຫຼື +856 20 5528 9996.

2 ສົ່ງຟອມສະໝັກພ້ອມດ້ວຍເອກະສານຄັດຕິດຜ່ານທາງອີເມວ abalaos@lncci.la ເຖິງ 14 ສິງຫາ 2020.

3 ພາຍຫລັງສຳເລັດການປະຊຸມຂອງຄະນະກຳມະການໃນວັນທີ 28 ສິງຫາ 2020, ປະກາດລາຍຊື່ຜູ້ຊະນະເລີດລາງວັນ ໃນວັນທີ 04 ກັນຍາ 2020. ງານລ້ຽງມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ 2020 (Gala Dinner) ແມ່ນຈະຈັດຂຶ້ນໃນວັນທີ 25 ກັນຍາ 2020.