ຊາວເມືອງທ່າແຂກຕ້ອນຮັບອົບອຸ່ນ ຂະບວນເຄື່ອນຍ້າຍພະເຈົ້າໄຊຍະເຊດຖາທິຣາດ

132

ພຣະບູຣົມຮູບເໝືອນ ສົມເດັດໄຊຍະເສດຖາທິຣາດ ມະຫາຣາດ ພາຍຫຼັງທີ່ໄດ້ອອກເດີນທາງຈາກນະຄອນຫຼວງວຽງຈັນໃນວັນທີ 27 ກໍລະກົດ 2020 ມື້ວານນີ້ໄດ້ພັກແຮມທີ່ແຂວງບໍລິຄຳໄຊ ແະມື້ນີ້ເດີນທາງຕໍ່ໄປຍັງແຂວງຄຳມ່ວນຢ້ຽມຢາມຖາມຂ່າວແດນເຂົ້າໜົມປ່ານກ່ອນຈະສືບຕໍ່ເດີນທາງໄປແຂວງສະຫວັນນະເຂດໃນວັນທີ 29


ຕາມແຜນຂະບວນເຄື່ອນຍ້ານຈະໄປຮອດແຂວງຈຳປາສັກໃນວັນທີ 30 ກໍລະກົດ ວັນທີ 31 ກໍລະກົດ – 01 ສິງຫາ 2020 ໃຫ້ຮອດຈຸດໝາຍປາຍທາງທີ່ແຂວງອັດຕະປື ເພື່ອຈັດພິທີສະຫຼອງ ແລະ ອັງເຊີນຂື້ນປະດິດສະຖານເທິງພຣະແທ່ນອະນຸສາວະລີ ແຂວງອັດຕະປືຢ່າງເປັນທາງການ.

ພຣະເຈົ້າໄຊຍະເສດຖາທິຣາຊ ນັບເປັນວິຣະກະສັດຜູ້ຍິ່ງໃຫຍ່ຂອງອານາຈັກລາວລ້ານຊ້າງ, ເພິ່ນເປັນນັກພັດທະນາ ນັກປົກຄອງ ນັກການທູດ ແລະ ນັກຕໍ່ສູ້ປົກປ້ອງປະເທດຊາດ ຈົນເຖີງວິນາທີສຸດທ້າຍຂອງຊີວິດ, ພຣະອົງໄດ້ພິຈາລະນາເຫັນວ່າ ນະຄອນຊຽງທອງ ເປັນເມືອງທີ່ຄັບແຄບ ບໍ່ກວ້າງຂວາງ ແລະ ເປັນເປົ້າໝາຍການຮຸກຮານຂອງສັກດີນາພະມ້າ, ໄດ້ຕັດສິນໃຈຍ້າຍນະຄອນຫຼວງ ແລະ ອັງເຊີນພຣະແກ້ວມໍຣະກົດ ຈາກນະຄອນຊຽງທອງຫຼວງພຣະບາງ ມາສ້າງນະຄອນວຽງຈັນເປັນຣາຊະທານີ ໃນປີ 1560 ແລະ ຂະໜານນາມນະຄອນນີ້ວ່າ ” ນະຄອນຈັນທະບູລີ ສີສັດຕະນາຄະນະຫຸດ ອຸດຕະມະຣາຊະທານີ”.


ພຣະອົງໄດ້ນຳພາປະຊາຊົນ ສ້າງຫໍມະຫາປະສາດຣາຊະວັງຫຼວງຂື້ນ, ສ້າງກຳແພງເມືອງວຽງຈັນ, ສ້າງວັດວາອາຮາມ ແລະ ສ້າງຫໍພຣະແກ້ວມໍຣະກົດ ແລະ ພະແຊກຄໍາຢ່າງວິຈິດພິດສະດານ ໄດ້ເຮັດໃຫ້ນະຄອນຫຼວງວຽງຈັນ ມີຄວາມຮຸ່ງເຮືອງສິວິໄລ ແລະ ເຂັ້ມແຂງທີ່ສຸດໄລຍະນັ້ນ,ພຣະອົງໄດ້ ສ້າງສຳພັນທະມິດ ກັບອານາຈັກກຸງສີອະຍຸດທະຍາ ສ້າງພະທາດສີສອງຮັກປູກຕົ້ນຈຳປາໄວ້ເປັນຫຼັກໝາຍເຂດແດນຂອງສອງປະເທດ ໃນປີ ຄສ 1560 ແລະ ໄດ້ຕັດສິນໃຈສູ່ຂໍເອົາ ພຣະນາງ ເທບກະສັດຕີ ແຫ່ງກຸງສີອະຍຸດທະຍາ ມາເປັນພຣະອັກຄະມະເຫສີ ໃນປີ ຄສ 1562.

ຫຼັງຈາກນັ້ນພຣະອົງໄດ້ນຳພາປະຊາຊົນ ສ້າງພະທາດຫຼວງຂື້ນ ໃນປີ ຄສ 1566 ຢູ່ໃນເຂດສວນອຸທະຍານ ດ້ານຕະເວັນອອກແຫ່ງນະຄອນຫຼວງວຽງຈັນ ໂດຍໄດ້ສ້າງກໍ່ກວມເອົາເຈດີເກົ່າ ແລະ ໄດ້ໃຫ້ຊື່ວ່າ ” ພຣະທາດເຈດີໂລກະຈຸລາມະນີ”; ນອກຈາກນິ້ພະອົງໄດ້ນຳພາສ້າງພະທາດໃຫ້ຄູ່ກັບວັດວາອາຮາມຢ່າງຫຼວງຫຼາຍ ເຊັ່ນ: ພະເຈດີກວມພະທາດສີໂຄດຕະບູນ, ພະທາດບັງພວນ, ພະອຸມົງກວມທາດພະອໍລະຫັນ ຢູ່ວັດປ່າມະຫາພຸດທະສົງ ໂສກປ່າຫຼວງເປັນຕົ້ນ ແລະ ພຣະອົງໄດ້ມີສັດທາສ້າງພຣະອົງຕື້ ພຣະສຸກ ພຣະເສີມ ພຣະເສົາ ແລະ ພຣະໄສ ໄວ້ໃນກະລະບັດນັ້ນ.

ພຣະເຈົ້າໄຊຍະເສດຖາທິຣາຊ ໄດ້ສີ້ນພະຊົນ ດ້ວຍຄວາມພິລາດອາດຫານ ຈາກການຕໍ່ສູ້ກັບສັດຕູພາຍນອກ ແລະ ພາຍໃນ, ປະເທດຊາດໄດ້ຈາລຶກຈົດຈຳພາລະກຳປະຫວັດສາດ ຄຸນງາມຄວາມດີ ແລະ ຜົນງານຂອງພຣະອົງຕໍ່ຜືນແຜ່ນອານາຈັກລາວລ້ານຊ້າງ ຢ່າງສົມພຣະກຽດ ແລະ ຍືນຍົງຕະຫຼອດກາລະນານໄດ້ໄວພຽງ 39 ປີ.