ຢູນີເທວ ສືບຕໍ່ໄດ້ຮັບການຢັ້ງຢືນເປັນເຄືອຂ່າຍມືຖືທີ່ໄວທີ່ສຸດ ໃນລາວ ສຳລັບໄຕມາດ 1 ແລະ ໄຕມາດ 2 ປີ 2020

149

ສະແດງໃຫ້ເຫັນການພັດທະນາ ເຄືອຂ່າຍທີ່ມີຄຸນະພາບຂອງເຄືອຂ່າຍຢູນີເທວ ນັບມື້ນັບເຂັ້ມແຂງ ເມື່ອບໍລິສັດ Ookla® ສືບຕໍ່ຢັ້ງຢືນວ່າ ຢູນີເທວ (Unitel) ເປັນຜູ້ໃຫ້ບໍລິການເຄືອຂ່າຍມືຖືທີ່ມີຄວາມໄວທີ່ສຸດ ໃນໄຕມາດ 1 ແລະ ໄຕມາດ 2 ປີ 2020 ໂດຍ Ookla® ໂດຍຂໍ້ມູນອ້າງອີງການດາວໂຫລດ ແລະ ອັບໂຫລດຄວາມໄວອິນເຕີເນັດຄະແນນລວມ ແມ່ນ 35.75 speedtest ສະແດງໃຫ້ເຫັນວ່າ ເຄືອຂ່າຍຢູນີເທວ ບໍ່ໄດ້ຢຸດນິ້ງໃນການພັດທະນາ ເປັນເຄືອຂ່າຍຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມທີ່ໄດ້ຮັບລາງວັນຈາກສາກົນ ຢັ້ງຢືນວ່າການສະໜອງບໍລິການອິນເຕີເນັດທີ່ມີຄວາມໄວທີ່ສຸດໃນ ສປປ ລາວ.

ຕາມຂໍ້ມູນຂອງການທົດລອງ Speed Test ສະແດງໃຫ້ເຫັນວ່າ: ເຄືອຂ່າຍ ຢູນີເທວ ບັນລຸສະເລ່ຍ download/upload ແມ່ນ 37.47Mbps/18.47 Mbps, ທຽບເທົ່າກັບ 35.75 ຄະແນນ (ຕາມມາດຕະຖານຂອງ ບໍລິສັດດັ່ງກ່າວໄດ້ກຳນົດ) ພິເສດລະດັບການເຊື່ອມຕໍ່ອິນເຕີເນັດ (Latency) ແມ່ນດີຫລາຍ ສະເລ່ຍ 36 ms ເຊິ່ງສາມາດຫລິ້ນເກມອອນລາຍ, ແບ່ງປັນວີດີໂອ, live stream ເທິງພື້ນຖານມືຖື ທີ່ຕ້ອງການຄວາມໄວສູງ ແລະ ສະໝໍ່າສະເໝີ.

ປີ 2019 ເຄືອຂ່າຍ ຢູນີເທວ ໄດ້ຮັບລາງວັນເປັນເຄືອຂ່າຍ ​ມືຖື​ທີ່​ໄວ​ທີ່​ສຸດ ໃນ​ລາວ ສຳລັບໄຕມາດ 2 ແລະ ໄຕມາດ 3 ປີ 2019 ບັນລຸສະເລ່ຍ download/upload ແມ່ນ 35.43 Mbps/17.30 Mbps, ທຽບເທົ່າກັບ 32.62 ຄະແນນ (ຕາມມາດຕະຖານຂອງ ບໍລິສັດັ່ງກ່າວໄດ້ກຳນົດ) ພິເສດລະດັບການເຊື່ອມຕໍ່ອິນເຕີເນັດ (Latency) ແມ່ນດີຫລາຍສະເລ່ຍ 32.5 ms.

ບໍລິສັດ Ookla® ແມ່ນບໍລິສັດລະດັບສາກົນທີ່ເຮັດໜ້າທີ່ໃນການກວດກາ, ທົດລອງຄຸນະພາບອິນເຕີເນັດໃນທົ່ວໂລກ ແລະ ໄດ້ສະແດງຂໍ້ມູນຜົນການເທສສະປີດເພື່ອຢັ້ງຢືນໃຫ້ແກ່ ຢູນີເທວ ເປັນເຄືອຂ່າຍທໍາອິດ ໃນ ສປປ ລາວ ທີ່ສືບຕໍ່ໄດ້ຮັບການຢັ້ງຢືນນີ້ ແລະ ນີ້ກໍ່ເປັນຄັ້ງທີ 2 ທີ່ ໄດ້ຮັບລາງວັນດັ່ງກ່າວ, ເປັນລາງວັນແຫ່ງຄວາມພູມໃຈແກ່ຢູນີເທວ ເຖິງແມ່ນວ່າໃນໄລຍະຕົ້ນປີ 2020 ທົ່ວໂລກຈະພົບກັບການລະບາດຂອງພະຍາດໂຄວິດ-19 ແຕ່ພວກເຮົາຢູນີເທວກໍ່ບໍ່ໄດ້ຢຸດຕໍ່ການປະຕິບັດໜ້າທີ່ຂອງຕົນ ເພື່ອສືບຕໍ່ ແລະ ຮັບປະກັນໃຫ້ແກ່ການນໍາໃຊ້ຂອງລູກຄ້າ ເຊິ່ງໄລຍະທີ່ຜ່ານມາໃນຊ່ວງການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທຸກໆຄົນໄດ້ໃຫ້ຄວາມສໍາຄັນໃນການເຊື່ອມຕໍ່ຫາກັນຜ່ານຊ່ອງທາງອິນເຕີເນັດ ຜູ້ຊົມໃຊ້ຂອງຢູນີເທວມີຫຼາຍກວ່າ 2 ລ້ານເລກໝາຍທີ່ນຳໃຊ້ດາຕ້າອິນເຕີເນັດ, ຂໍ້ມູນດັ່ງກ່າວສະແດງໃຫ້ເຫັນເຖິງການເຂົ້າເຖິງດ້ານເທັກໂນໂລຊີໃໝ່ ຂອງລາວເຮົານັບມື້ນັບສູງຂຶ້ນ ແລະ ອິນເຕີເນັດໄດ້ກາຍເປັນປັດໄຈສໍາຄັນທີ່ຂາດບໍ່ໄດ້ໃນການນໍາໃຊ້ໃນຊີວິດປະຈໍາວັນ; ສ້າງໃຫ້ວຽກງານສື່ສານສະດວກວ່ອງໄວ, ອໍານວຍຜົນດີຕໍ່ການດຳລົງຊີວິດຂອງປະຊາຊົນບໍ່ວ່າຈະຢູ່ເຂດຕົວເມືອງຈົນເຖິງເຂດຊົນນະບົດ, ຊ່ວຍເຮັດໃຫ້ມີໂອກາດໃນການຊອກຮູ້ຮ່ຳຮຽນ ແລະ ສ້າງອາຊີບໃຫ້ແກ່ຫລາຍໆຄົນ ທຸກຄົນໄດ້ຮັບຮູ້ຂໍ້ມູນຂ່າວສານຈາກພາຍນອກ ແລະ ພາຍໃນ, ໂດຍສະເພາະແມ່ນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ໂດຍຜ່ານການເຊື່ອມຕໍ່ອິນເຕີເນັດ ທຸກຄົນສາມາດຮັບຮູ້ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະ ທັນເວລາ ເພື່ອປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດໂຄວິດ-19, ເຊິ່ງຄວາມສໍາຄັນດັ່ງກ່າວ ໄດ້ກາຍເປັນແຮງຈູງໃຈໃນການພັກດັນໃຫ້ແກ່ຢູນີເທວ ຕ້ອງຮັບປະກັນໄດ້ວ່າວຽກງານດ້ານການຮັບປະກັນຄຸນະພາບຂອງເຄືອຂ່າຍ ເພື່ອໃຫ້ທຸກຄົນໃນສັງຄົມໄດ້ ເຊື່ອມຕໍ່ການສື່ສານຢ່າງມີຄຸນະພາບທີ່ດີທີ່ສຸດ.

ປະຈຸບັນສ່ວນແບ່ງຕະຫລາດມືຖື ຂອງຢູນີເທວແມ່ນມີປະມານ 57%, ການສະໜອງລະບົບໂຄງລ່າງ 3G/4G/4.5G ກວ້າງຂວາງທີ່ສຸດ ດ້ວຍ 8000 ສູນສະຖານີ , ສະໜອງອິນເຕີເນັດມືຖື ເຖິງເຂດຊົນນະບົດ , ເຂດຫ່າງໄກສອກຫລີກ, ໃນນັ້ນເຄືອຂ່າຍ 4ຈີ ໄດ້ເປີດນຳໃຊ້ນັບແຕ່ເດືອນ ກຸມພາ 2015 ສັນຍານປົກຄຸມໄດ້ເຖິງ 96% ຂອງຈຳນວນພົນລະເມືອງທີ່ຢູ່ເຂດເທດສະບານແຂວງ, 92% ເຂດເທດສະບານເມືອງ , ປະຈຸບັນທີ່ 148/148 ( 100 % ) ເຂດເທດສະບານເມືອງ ທີ່ໄດ້ສະໜອງສັນຍານ LTE 4.5G ເຊິ່ງລະບົບດັ່ງກ່າວສາມາດເພີ່ມຄວາມໄວໃນການດາວໂຫລດທົບ 2ເທົ່າ ຖ້າທຽບໃສ່ກັບລະບົບ 4G ຄຽງຄູ່ກັນນັ້ນກໍ່ໄດ້ເປີດໃຫ້ ທົດລອງນໍາໃຊ້ລະບົບ 5G ເພື່ອກຽມພ້ອມສະໜອງບໍລິການ 5Gໃນອານາຄົດອັນໃກ້, ຢູນີເທວບໍ່ພຽງໃຫ້ການບໍລິການດ້ານການສື່ສານຄົບວົງຈອນ ແຕ່ຍັງໃຫ້ບໍລິການດ້ານລະບົບໄອທີເທັກໂນໂລຊີທີ່ທັນສະໄໝ ຄຽງຄູ່ກັບທິດທາງແຜນການຂອງລັດຖະບານທີ່ຫັນເປັນອີເລັກໂທຣນິກເຊັ່ນ: ລະບົບຄຸ້ມຄອງບໍລິຫານເອກະສານ, ລະບົບການເຮັດທຸລະກຳທາງເອເລັກໂຕຣນິກ ເຊິ່ງເຄືອຂ່າຍ ຂອງຢູນີເທວ ກໍ່ໄດ້ສະໜອງບໍລິການກະເປົາເງິນເອເລັກໂທຣນິກ ຊື່ບໍລິການວ່າ “u-money” ເປັນບໍລິການກ່ຽວກັບການຊໍາລະທາງມືຖື ຫລຸດຜ່ອນການນໍາໃຊ້ເງິນສົດ ທຸກທຸລະກໍາຈະຈ່າຍຜ່ານລະບົບມືຖືທັງໝົດໃນອະນາຄົດ ເຊິ່ງໃນຫຼາຍໆປະເທດກໍ່ໄດ້ນໍາໃຊ້ລະບົບດັ່ງກ່າວແລ້ວ ນີ້ກໍ່ສະແດງໃຫ້ເຫັນກ່ຽວກັບການພັດທະນາແບບບໍ່ຢຸດຢັ້ງຂອງຢູນີເທວໃນການສ້າງສິ່ງໃໝ່ໆເພື່ອນໍາເອົາບໍລິການທີ່ດີທີ່ສຸດມາສູ່ປະຊາຊົນລາວ.