ທ່ານຮອງນາຍົກ ລົງຕິດຕາມຄວາມຄືບໜ້າການຟື້ນຟູໄພພິບັດ ຢູ່ສະໜາມໄຊ

178

ຄວາມເສຍຫາຍຈາກບັນຫາເຄື່ອນແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ທາງການຈັດຕັ້ງພັກ-ລັດບໍ່ເຄີຍປ່ອຍປະລະເລີຍກົງກັນຂ້າມ ການນຳຈາກສູນກາງໄດ້ລົງຕິດຕາມຢ່າງໃກ້ຊິດເປັນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ບັນດາໜ້າວຽກດຳເນີນໄປຕາມແຜນ ອັນສຳຄັນແມ່ນສິ່ງທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນທີ່ພັກອາໄສ ແລະລະບົບພື້ນຖານໂຄງລ່າງທີ່ຈຳເປັນໃຫ້ສຳເລັດໂດຍໄວ.

ຫຼ້າສຸດໃນວັນທີ 26 ກໍລະກົດ 2020 ນີ້ ທ່ານບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າໃນການຟື້ນຟູພື້ນຖານໂຄງລ່າງ, ການກໍ່ສ້າງທີ່ຢູ່ອາໄສ ແລະ ການຈັດສັນອາຊີບ ໃຫ້ປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປີ ທີ່ໄດ້ຮັບຜົນກະທົບຈາກເຫດການ ຄູກັນນໍ້າ D ຂອງໂຄງການ ກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ເມື່ອປີ 2018 . ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງອັດຕະປື, ມີຄະນະພັກ, ພະນັກງານຫຼັກແຫຼ່ງ, ເຈົ້າເມືອງສະໜາມໄຊ,ພະນັກງານທີ່ກ່ຽວ ຂ້ອງ.


ໂອກາດນີ້ທ່ານ ຮອງນາຍົກລັດຖະມົນຕີ ແລະຄະນະ ໄດ້ລົງຕິດຕາມໂຄງການຟື້ນຟູພື້ນໂຄງລ່າງ ເປັນຕົ້ນການສ້ອມແປງຂົວ-ທາງ, ຊົນລະປະທານ ແລະບ້ານທີ່ໄດ້ຮັບຜົນກະທົບ, ຢ້ຽມຢາມການບຸກເບີກເນື້ອທີ່ທໍາການຜະລິດໃຫ້ປະຊາຊົນຢູ່ຈຸດບ້ານຕະມໍຢອດ ແລະ ການຈັດສັນ-ກໍ່ສ້າງທີ່ຢູ່ອາໃສ ໃໝ່ໃຫ້ ປະຊາຊົນຢູ່ຈຸດບ້ານ ທ່າແສງຈັນ ແລະ ຈຸດບ້ານດົງບາກ.


ຄະນະຮັບຜິດຊອບຂັ້ນແຂວງໄດ້ລາຍງານໃຫ້ຮູ້ວ່າ: ສໍາລັບການຟື້ນຟູພື້ນຖານໂຄງລ່າງຢູ່ເມືອງສະໜາມໄຊ ແມ່ນພວມດໍາເນີນຢ່າງເຄັ່ງຮ້ອນ ແລະສໍາເລັດໂດຍພື້ນຖານແລ້ວ ໂດຍສະເພາະແມ່ນການສ້ອມແປງທາງ ແລະ ຂົວ ໄດ້ສໍາເລັດ ແລະສາມາດທຽວໄປມາສະດວກ, ສ່ວນການສ້ອມແປງຄອງຊົນລະປະທານ ວິຊາການກໍາລັງເລັ່ງສ້ອມແປງຄືນໃໝ່ ຄາດວ່າຈະສໍາເລັດໃນໄວໆນີ້.

ສ່ວນການບຸກເບີກເນື້ອທີ່ການຜະລິດຂອງປະຊາຊົນ ມາຮອດປັດຈຸບັນສາມາດ ບຸກເບີກເນື້ອທີ່ໃຫ້ປະຊາຊົນປູກມັນຕົ້ນໄດ້ທັງໝົດ 2.140 ເຮັກຕາ ໃນນີ້ໄດ້ບຸກເບີກຢູ່ 4 ຈຸດຄື: ຈຸດບ້ານຕາມໍຢອດ,ຈຸດບ້ານດົງບາກ,ຈຸດບ້ານດອນບົກ ແລະຈຸດບ້ານປິນດົງ, ສໍາລັບການຈັດສັນ ແລະກໍ່ສ້າງທີ່ຢູ່ອາໃສໃຫ້ປະຊາຊົນ ກໍາລັງກໍ່ສ້າງເຮືອນ 811 ຫຼັງໃຫ້ປະຊາຊົນ 5 ບ້ານ ແລະ 1 ຄຸ້ມ ໂດຍແບ່ງອອກເປັນ 4 ຈຸດ ຫຼື 4 ບ້ານຈັດສັນໃໝ່ຄື: ບ້ານດົງບາກໃໝ່ຫີນຄໍາ, ບ້ານດອນບົກ, ບ້ານຕະມໍຢອດ ແລະ ບ້ານທ່າແສງຈັນ.


ສໍາລັບທຶນທີ່ນໍາໃຊ້ເຂົ້າໃນການກໍ່ສ້າງ ແມ່ນໄດ້ຮັບຈາກກຸ່ມບໍລິສັດຜູ້ພັດທະນາໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ ເພື່ອປຸກສ້າງເຮືອນຈໍານວນ 700 ຫຼັງ, ທຶນຊ່ວຍເຫຼືອລ້າຈາກອົງການສະຫະປະຊາຊາດເພື່ອປຸກສ້າງທີ່ຢູ່ອາໄສ ແລະ ທຶນຊ່ວຍເຫຼືອຈາກປະຊາຊົນໄທ ຈໍານວນ 111 ຫຼັງ, ມາຮອດປັດຈຸບັນປະຊາຊົນເຂດດັ່ງກ່າວໄດ້ມີຊີວິດກນເປັນຢູ່ດີຂຶ້ນເທື່ອລະກ້າວ.
ຂ່າວ, ພາບ: ວັດທະນາ, ແສງເພັດ