10 ເຕັກນິກ ຝຶກໃຫ້ເປັນຄົນຮຽນເກັ່ງ

133

ການຮຽນກໍຄືການແຂ່ງຂັນ ແນ່ນອນວ່າຕ້ອງມີເຄັດລັບ ແລະ ເຕັກນິກພິເສດທີ່ຊ່ວຍໃຫ້ຮຽນເກັ່ງຂຶ້ນໃນພິບຕາແນ່ນອນ ຖ້າປະຕິບັດ ແລະ ມີຄວາມພະຍາຍາມເຮັດເປັນປະຈຳ ຮັບປະກັນໄດ້ເລີຍວ່າຈະມີຜົນການຮຽນທີ່ດີຢ່າງແນ່ນອນ! ແລະ ນີ້ຄື: 10 ເຕັກນິກສັ້ນໆທີ່ຊ່ວຍຝຶກໃຫ້ເປັນຄົນຮຽນເກັ່ງໄດ້ ຄື:

  1. ຮູ້ຈັກແບ່ງເວລາໃຫ້ຊັດເຈນ: ແທນທີ່ຈະໄປເລັ່ງຮຽນຢ່າງໜັກໃນເວລາໃກ້ສອບເສັ່ງ ແຕ່ຫາເວລາມາທົບທວນບົດຮຽນວັນລະ 30 ນາທີ ນັບຕັ້ງແຕ່ເປີດສົກຮຽນ ໂດຍວິທີການງ່າຍໆ ແລະ ອາໄສຄວາມສະໝໍ່າສະເໝີ ເຊິ່ງໄດ້ຮັບຜົນກວ່າທີ່ຄິດ.
  2. ອ່ານປຶ້ມພໍຜ່ານໆຕາ ແຕ່ເຂົ້າໃຈ: ແຕ່ບໍ່ຕ້ອງຈື່ຈຳທັງໝົດ ເພາະການຮູ້ຫົວຂໍ້ກ່ອນເລີ່ມຮຽນເຮັດໃຫ້ສະໝອງເຮົາຄັດແຍກ, ປະເມີນ ແລະ ຈື່ຈຳໄດ້ດີກວ່າ ແຖມໃຊ້ເວລາບໍ່ຫຼາຍ.
  3. ຢ່າສະສົມວຽກບ້ານໄວ້ເຮັດພ້ອມກັນບາດດຽວ: ເພາະເວລາມາເຮັດຕົວຈິງມັນຈະລຳບາກ ຫຼື ເຮັດບໍ່ໄດ້.
  4. ບໍ່ເລັ່ງອ່ານປຶມກ່ອນສອບເສັງ: ຕ້ອງແບ່ງອ່ານ ແລະ ທົບທວນຕະຫຼອດສົກຮຽນ.

  1. ລົງມືແກ້ໂຈດແບບຝຶກຫັດ: ດີກວ່າການທ່ອງຈຳຊ້ຳໆ, ເດີມໆ ເພາະຄວາມເຂົ້າໃຈເກັບຮັກສາງ່າຍກວ່າຄວາມຈຳ, ການນຳຄວາມຮູ້ມາແກ້ໂຈດ ຈຶ່ງຈະຊ່ວຍໃຫ້ມີປະສິດທິພາບຫຼາຍກວ່າຈື່ຈຳ.
  2. ໃຊ້ Mind Map ເຂົ້າມາເຊື່ອມໂຍງວ່າແຕ່ລະຫົວຂໍ້ກ່ຽວຂ້ອງກັນແນວໃດ ຖ້າຍັງບໍ່ເຄີຍເຮັດຕ້ອງເລີ່ມລອງໃຊ້ແລ້ວ ຈະຮູ້ວ່າມີປະສິດທິພາບຫຼາຍກວ່າທີ່ຄິດ.
  3. ສະຫຼຸບໃຈຄວາມສັ້ນ ດ້ວຍຕົນເອງດີກວ່າຖ່າຍເອກະສານຈາກໝູ່ເພື່ອນທີ່ເກັ່ງໆ ເພາະເວີຊັນຂອງເຮົາເອງຍ່ອມຈື່ຈຳໄດ້ງ່າຍກວ່າຢູ່ແລ້ວ.
  4. ທວນຄືນເປັນກຸ່ມ: ປ່ຽນກັນຖາມປ່ຽນກັນຕອບ ຊ່ວຍໃຫ້ເຂົ້າໃຈຫຼາຍຂຶ້ນແຖມເກັບໄດ້ຄົບຖ້ວນ.
  5. ຢ່າຟ້າວສະຫຼຸບຕົວເອງດ້ວຍການຄິດວ່າຮຽນບໍ່ເກັ່ງ ແລ້ວເຮັດບໍ່ໄດ້.
  6. ຢ່າລືມເບິ່ງແຍງສຸຂະພາບ: ນອນຫຼັບພັກຜ່ອນໃຫ້ພຽງພໍ, ກິນອາຫານທີ່ມີປະໂຫຍດຕໍ່ການເຮັດວຽກຂອງສະໝອງ ເພາະມີສຸຂະພາບສະໝອງດີ ຍ່ອມມີປະສິດທິພາບກວ່າສະໝອງທີ່ອ່ອນລ້າໃຊ້ເວລາເທົ່າກັນຄວາມພະຍາຍາມເທົ່າກັນ ສຸຂະພາບສະໝອງດີຍ່ອມໃຫ້ຜົນລັບຫຼາຍກວ່າ.