ຄິດຈະຊື້ໂທລະພາບ ແນະນຳເລີຍ Sony Android TV ຊີຣີ X8000H ໂຕເດັ່ນ 2020

147

ໂທລະພາບເປັນສື່ທີ່ມີຄວາມສຳຄັນ ແລະ ມີອິດທິພົນສູງຕໍ່ໃນສັງຄົມ ມາຮອດປັດຈຸບັນເຖິງແມ່ນວ່າຈະກ້າວເຂົ້າສູ່ຍຸກດິຈິຕອລແລ້ວ ແຕ່ໂທລະພາບກໍໄດ້ມີວິວັດທະນາການພັດທະນາຄວາມເປັນດິຈິຕອລ.
ຄໍລຳຊື້ໄດ້ – ຂາຍໝານ ມື້ນີ້ຈະນຳສະເໜີຜະລິດຕະພັນໂທລະພາບ Sony Android TV ຊີຣີ X8000H ຈາກເຄພລາຊາ. ທ່ານ ສົມຈິດ ຈັນທະສຸລີ ຫົວໜ້າຫ້ອງຂາຍເຄພລາຊາ ໃຫ້ສຳພາດວ່າ: ໂທລະພາບ Sony Android TV ຊີຣີ X8000H ເປັນລຸ້ນປີ 2020 ເຊິ່ງເປັນ LED TV ໃນຕະກູນ BRAVIA 4K ທີ່ໃຊ້ຊິບປະມວນຜົນພາບ 4K HDR Processor X1 ເພີ່ມທັງຄວາມຄົມຊັດຂອງສີ ແລະ Conrast ແຖມຍັງຮອງຮັບການສະແດງຜົນຄວາມລະອຽດທີ່ 4K HDR ແລະ Dolby Vision. ນອກນັ້ນ, X8000H ໜ້າຈໍຂະໜາດ 55 ນິ້ວຂຶ້ນໄປ ຍັງມີລຳໂພງແບບ X-Balanced Speaker ທີ່ໃຫ້ສຽງຄົມຊັດ ແລະ ເບສ ເມື່ອໃຊ້ງານຄູ່ກັບລະບົບສຽງ Dolby Atmos ກໍຈະຍິ່ງເພີ່ມ ຄວາມສະໜຸກໃຫ້ການເບິ່ງຮູບເງົາຫຼາຍກວ່າເດີມຫຼາຍເທົ່າ; ໂທລະພາບຊີຣີ X8000H ໃຊ້ລະບົບ Android TV 9.0 ລຸ້ນຫຼ້າສຸດເຊິ່ງມີແອັບຕ່າງໆໃນ Google Play Store ທີ່ຮອງຮັບກວ່າ 5.000 ແອັບ ແລະ ຍັງມີຟີເຈີ Apple Airplay ໃຫ້ແຊຣ໌ຄອນເທັນຈາກອຸປະກອນຂອງ Apple ຂຶ້ນໄປໜ້າຈໍໂທລະພາບໄດ້ ແລະ ສາມາດສັ່ງການດ້ວຍຣີໂໝດຄຳສັ່ງສຽງ.


ທ່ານ ສົມຈິດ ຈັນທະສຸລີ ໃຫ້ຮູ້ຕື່ມອີກວ່າ: ຜະລິດຕະພັນໂທລະພາບທີ່ເຄພລາຊາຂອງພວກເຮົາ ແມ່ນນຳເຂົ້າຈາກປະເທດໄທມາຈຳໜ່າຍ, ນອກຈາກຍີ່ຫໍ້ Sony ແລ້ວຍັງມີຍີ່ຫໍ້ Samsung ແລະ LG ເຊິ່ງມີຕັ້ງແຕ່ຂະໜາດ 32 ຫາ 82 ນິ້ວ ຫຼື ຖ້າລູກຄ້າຢາກໄດ້ໃຫຍ່ກວ່ານີ້ກໍສາມາດສັ່ງໄດ້. ພິເສດສຳລັບທ່ານໃດຊື້ໂທລະພາບຈາກເຄພລາຊາ ຈະມີຮັບປະກັນຫຼັງການຂາຍເປັນເວລາ 1 ປີ ເຊິ່ງທາງຮ້ານກໍມີສູນບໍລິການຫຼັງການຂາຍຂອງ Sony ມີຫຼາຍແຫ່ງໃນ ສປປ ລາວ ແລະ ນອກນັ້ນດັ່ງການຊື້ແມ່ນສາມາດຈ່າຍສົດ ແລະ ຈ່າຍຜ່ອນກໍໄດ້ ໂດຍຜ່ານສິນເຊື່ອ ແລະ ເງື່ອນໄຂການປະກອບເອກະສານກໍບໍ່ໄດ້ຫຍຸ້ງຍາກ.


ຖ້າຫາກທ່ານໃດສົນໃຈຢາກຈະຊື້ ຫຼື ຢາກເບິ່ງຜະລິດຕະພັນສິນຄ້າສາມາດເຂົ້າໄປເບິ່ງໄດ້ເຄພລາຊາ ຕັ້ງຢູ່ບ້ານຝາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຫຼື ເຂົ້າໄປທີ່ເພຈ໌ເຟສ ບຸ໊ກ Kplaza Electroics ສາມາດເລືອກເບິ່ງສິນຄ້າໄດ້ຫຼາຍຢ່າງ.