ອິນເດຍ ກຽມຈຳໜ່າຍຢາປິ່ນປົວພະຍາດໂຄວິດ ລາຄາຕ່ຳກວ່າ 1 ໂດລາຕໍ່ເມັດ

120

ສຳນັກຂ່າວຊິນຮວາ ລາຍງານວ່າ: ບໍລິສັດຊີປລາ ( Cipla ) ເຊິ່ງເປັນບໍລິສັດດ້ານເພສັດສາດຂອງອິນເດຍ ໄດ້ຮັບອະນຸຍາດຈາກໜ່ວຍງານຄວບຄຸມຢາຂອງອິນເດຍ ( DCGI ) ໃຫ້ຈຳໜ່າຍຢາ Favipiravir ພາຍໃຕ້ເຄື່ອງໝາຍການຄ້າ ( ແບຣນ ) Ciplenza ສຳລັບນຳໃຊ້ເຂົ້າໃນການປິ່ນປົວຜູ້ຕິດເຊື້ອ ( ຄົນເຈັບ ) ສຸກເສີນ.


ການຜະລິດ ແລະ ຈຳໜ່າຍຢາດັ່ງກ່າວ ເພື່ອຕອບສະໜອງຄວາມຕ້ອງການເລັ່ງດ່ວນໃນການປິ່ນປົວຜູ້ຕິດເຊື້ອໂຄວິດ – 19 ໃນກໍລະນີສຸກເສີນຢ່າງມີຂອບເຂດ. ບໍລິສັດ Cipla ເປີດເຜີຍວ່າ: ຢາ Ciplenza ເປັນການພັດທະນາຮ່ວມກັນລະຫວ່າງ ບໍລິສັດCipla ແລະ ສະຖາບັນເຕັກໂນໂລຊີ ເຄມີຂອງອິນເດຍ ( CSIR ) ຈະເລີ່ມຈຳໜ່າຍໃນຕົ້ນເດືອນສິງຫານີ້ ໂດຍຄາດວ່າຈະຂາຍໃນລາຄາຕ່ຳກວ່າ 1 ໂດລາສະຫະລັດຕໍ່ເມັດ.ທັງນີ້, ອິນເດຍມີຜູ້ຕິດເຊື້ອສູງເປັນອັນດັບ 3 ຂອງໂລກຮອງຈາກອາເມຣິກາ ແລະ ບຣາຊິນ ເຊິ່ງມາຮອດຕອນເຊົ້າຂອງວັນທີ 27 ກໍລະກົດນີ້ ອິນເດຍມີຜູ້ຕິດເຊື້ອສະສົມ 1.436.019 ຄົນ, ເສຍຊີວິດ 32.812 ຄົນ.