ຈີນ ຕອບໂຕ້ທັນຄວັນ ສັ່ງປິດກົງສຸນໃຫຍ່ອາເມຣິກາ ປະຈຳເມືອງເສິງຕູ

91

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສາຍພົວພັນລະຫວ່າງອາເມຣິກາ ກັບ ສປ ຈີນ ເຄັ່ງຕຶງຂຶ້ນອີກລະດັບໜຶ່ງ ເມື່ອ ສປ ຈີນ ສັ່ງປິດສະຖານກົງສຸນໃຫຍ່ຂອງສະຫະລັດອາເມຣິກາ ປະຈຳເມືອງເສິງຕູ ແຂວງເສສວນ ເພື່ອຕອບໂຕ້ທີ່ອາເມຣິກາສັ່ງປິດສະຖານກົງສຸນຈີນ ປະຈຳເມືອງຮິວຕັນ ລັດເທັກຊັດ ເມື່ອອາທິດຜ່ານມາ.


ທັງນີ້, ຈີນໄດ້ປະກາດໃຫ້ປິດກົງສຸນອາເມຣິກາ ປະຈຳເມືອງເສິງຕູ ໃນວັນສຸກຜ່ານມາ ໂດຍໃຫ້ປິດສະຖານກົງສຸນດັ່ງກ່າວຕັ້ງແຕ່ວັນທີ 27 ກໍລະກົດເປັນຕົ້ນໄປ.


ການປິດສະຖານກົງສຸນ ໃຫຍ່ຂອງ ສປ ຈີນ ປະຈຳເມືອງຮິວຕັນ ແລະ ສະຖານກົງສຸນໃຫຍ່ຂອງສະຫະລັດປະຈຳເມືອງເສິງຕູ ສະແດງໃຫ້ເຫັນວ່າສາຍພົວພັນລະຫວ່າງອາເມຣິກາ ກັບ ຈີນ ເຊິ່ງເປັນສອງຊາດມະຫາອຳນາດດ້ານເສດຖະກິດອັນດັບ 1 ແລະ ອັນດັບ 2 ຂອງໂລກ ໄດ້ເພີ່ມຄວາມເຄັ່ງຕຶງຂຶ້ນອີກລະດັບໜຶ່ງ, ຫຼັງຈາກທີ່ກ່ອນໜ້ານີ້ ກໍໄດ້ມີ ຄວາມຂັດແຍ່ງມາຕະຫຼອດ ຕັ້ງແຕ່ບັນຫາກ່ຽວກັບການຂຶ້ນພາສີນຳເຂົ້າສິນຄ້າ, ຄວາມຂັດແຍ່ງເລື່ອງເຕັກໂນໂລຊີ, ການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ບັນຫາອື່ນໆ.