ຫຼວງພະບາງ ສະກັດກັ້ນການຈໍາໜ່າຍສິນຄ້າປອມ

133

ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການລົງກວດກາສິນຄ້າປອມແປງຮຽນແບບເຄື່ອງໝາຍການຄ້າ. ຈຸດປະສົງກໍເພື່ອປຶກສາຫາລືກໍານົດສະຖານທີ່ເປົ້າໝາຍ ເພື່ອລົງກວດກາສິນຄ້າຮຽນແບບເຄື່ອງໝາຍການຄ້າ ( ແປ້ງນົວກາຈອງ ) ເຊິ່ງຄະນະກໍາມະການກວດກາໄດ້ກໍານົດເອົາທ້ອງຕະຫຼາດ 10 ຈຸດ ຢູ່ໃນເທສະບານນະຄອນ ຫຼວງພະບາງ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດຢູ່ບັນດາຈຸດເປົ້າໝາຍເພື່ອກວດກາ.


ຜ່ານການລົງກວດກາຕົວຈິງໃນຄັ້ງນີ້ ໄດ້ພົບເຫັນສິນຄ້າຮຽນແບບເຄື່ອງໝາຍການຄ້າປະເພດແປ້ງນົວກາຈອງ ( ປອມ ) ແລະ ໄດ້ຢຶດໄວ້ເປັນຫຼັກຖານຈໍານວນທັງໝົດ 16,5 ກິໂລກຣາມ. ພ້ອມນັ້ນ, ຄະນະກໍາມະການ ຍັງໄດ້ອະທິບາຍກ່ຽວກັບການສັງເກດເບິ່ງຄວາມແຕກຕ່າງລະ ຫວ່າງແປ້ງນົວຂອງປອມກັບຂອງແທ້ ໃຫ້ຜູ້ຈໍາໜ່າຍໃນຫ້າງຮ້ານຂາຍຍ່ອຍຮັບຮູ້. ພ້ອມດຽວກັນ, ທາງຄະນະກໍາມະການກໍໄດ້ເຮັດບົດບັນທຶກກ່າວເຕືອນກັບເຈົ້າຂອງຮ້ານຜູ້ທີ່ລະເມີດນໍາສິນຄ້າຮຽນແບບເຄື່ອງໝາຍການຄ້າມາຈໍາໜ່າຍຢູ່ໃນທ້ອງຕະຫຼາດດັ່ງກ່າວ.


ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2020 ຜ່ານມາ, ທີ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ໃຫ້ກຽດເປັນປະທານຂອງ ທ່ານ ວົງສະຫວັດ ໂສມມະລັດ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ, ມີຜູ້ຕາງໜ້າບໍລິສັດພູວຽງ ທີ່ປຶກສາການຄ້າ ແລະ ການລົງທຶນຈໍາກັດຜູ້ດຽວ, ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.