ສຳມະນາກ່ຽວກັບເຕັກໂນໂລຊີ ບລັອກເຊນ

107

ກົມເຕັກໂນໂລຊີດິຈິຕອລ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບເຕັກໂນໂລຊີ ບລັອກເຊນ ( Blockchain ) ເພື່ອສ້າງຄວາມຮູ້ການນໍາໃຊ້ Platform ຕ່າງໆເຂົ້າໃນການທົດລອງ ເຊິ່ງບັນລະຍາຍໂດຍ ທ່ານ ປອ. ພອນປະດິດ ພູມມະວົງ ອາຈານຈາກພາກວິຊາວິສະວະກໍາຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ.


ໃນການສຳມະນາບັນດາຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບ ຄວາມເປັນມາ, ຮູບແບບ, ການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີທີ່ສາມາດໃຊ້ໃນການພັດທະນາຮ່ວມກັບເຕັກໂນໂລຊີບລັອກເຊນ, ປະໂຫຍດຂອງການນຳໃຊ້ບລັອກເຊນໃນພາກລັດໂດຍພື້ນຖານ ແລະ ການຜັນຂະຫຍາຍນໍາໃຊ້ໃນບັນດາປະເທດຕ່າງໆ ລວມເຖິງ ຄວາມເປັນໄປໄດ້ທີ່ຈະນໍາໃຊ້ເຕັກໂນໂລຊີດັ່ງກ່າວຢູ່ປະເທດລາວໃນປັດຈຸບັນ ແລະ ອະນາຄົດ.

ນອກຈາກນີ້, ກໍຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ, ຖາມ – ຕອບ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອໃຫ້ມີ ຄວາມເຂົ້າໃຈຢ່າງເລິກເຊິ່ງໃນທິດທາງການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີບລັອກເຊນ ຢູ່ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕອລ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ ເຊິ່ງຈັດຂຶ້ນໃນວັນທີ 22 ກໍລະກົດຜ່ານມາ.