ທ່ານ ບຸນເພັງ ສີບຸນເຮືອງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ອຄ

303

ໃນວັນທີ 25 ກໍລະກົດ 2020 ກອງປະຊຸມໃຫຍ່ ຄັ້ງທີ IV ຂອງຜູ້ແທນຊາວໜຸ່ມ ກະຊວງ ອຄ ໄດ້ໄຂຂຶ້ນໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງຫ໌ ເລຂາຄະນະບໍລິຫານງານຊາວໜຸ່ມ, ກະຊວງ ອຄ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ອຄ ພ້ອມດ້ວຍ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບັນດາຄະນະຊາວໜຸ່ມກະຊວງ ແລະ ອົງການຈັດຕັ້ງພາຄີເຂົ້າຮ່ວມ.


ທ່ານ ໄຊສົມເພັດ ນໍລະ ສິງຫ໌ ກ່າວວ່າ: ທົ່ວກະຊວງ ອຄ ມີໜ່ວຍຊາວໜຸ່ມທັງໝົດ 17 ໜ່ວຍ, ມີ 1 ຄະນະຮາກຖານຊາວໜຸ່ມ ມີ 4 ໜ່ວຍຮາກຖານຂຶ້ນກັບ ( ຄະນະຮາກຖານຊາວໜຸ່ມບໍລິສັດເບຍລາວ ); ໃນນີ້, ຂົງເຂດລັດບໍລິຫານ 12 ໜ່ວຍ ແລະ ຂົງເຂດບໍລິສັດລັດວິສາຫະກິດ 5 ໜ່ວຍ. ໃນສົກປີຜ່ານມາແຕ່ລະໜ່ວຍໄດ້ດຳເນີນກອງປະຊຸມໃຫຍ່ສໍາເລັດແລ້ວ. ໃນ 17 ໜ່ວຍ ມີສະມາຊິກຊາວໜຸ່ມທັງໝົດ 658 ທ່ານ ຍິງ 258 ທ່ານ, ສັງກັດລັດບໍລິຫານ 323 ທ່ານ ( ຍິງ 134 ທ່ານ ), ຂົງເຂດວິສາຫະກິດ 335 ທ່ານ ( ຍິງ 124 ທ່ານ ), ເປັນສະມາຊິກພັກ ສົມບູນ 214 ທ່ານ ( ຍິງ 98 ທ່ານ ), ສໍາຮອງ 22 ທ່ານ ( ຍິງ 8 ທ່ານ ).


5 ປີຜ່ານມາ ໄດ້ຍົກລະດັບຄວາມຮູ້ທົ່ວໄປໃຫ້ຊາວໜຸ່ມດ້ານວິຊາສະເພາະ, ທິດສະດີການເມືອງ, ພາສາຕ່າງປະເທດ ແລະ ເຕັກໂນໂລຊີ ທັງໄລຍະສັ້ນ ແລະ ໄລຍະຍາວ, ທັງຢູ່ພາຍໃນ ແລະ ຕ່າງປະເທດຈຳນວນຫຼາຍເທື່ອຄົນ, ມາຮອດປັດຈຸບັນສາມາດສະຫຼຸບວຸດທິການສຶກສາຂອງສະມາຊິກຊາວໜຸ່ມ ຄື: ປະລິນຍາເອກ 6 ທ່ານ, ປະລິນຍາໂທ 169 ທ່ານ ( ຍິງ 59 ທ່ານ ), ປະລິນຍາຕີ 345 ທ່ານ ( ຍິງ 175 ທ່ານ ), ຊັ້ນສູງ 27 ທ່ານ ( ຍິງ 16 ທ່ານ ), ຊັ້ນກາງ 9 ທ່ານ ( ຍິງ 3 ທ່ານ ), ຊັ້ນຕົ້ນ 2 ທ່ານ ( ຍິງ 2 ທ່ານ ).


ໃນກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະຊາວໜຸ່ມກະຊວງ ອຄ ຊຸດໃໝ່ ເລືອກເອົາ ທ່ານ ບຸນເພັງ ສີບຸນເຮືອງ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ອຄ; ທ່ານ ດາວເພັດ ເມືອງໂພນທອງ ເປັນຮອງເລຂາ, ທ່ານ ວັນດີ ສີມະໂນທອງ ເປັນຮອງເລຂາທັງເປັນປະທານກວດກາ; 4. ທ່ານ ນາງ ລັດຕະນະພອນ ວົງສຸທິ ເປັນຮອງເລຂາ ແລະ ອີກ 9 ທ່ານ ແມ່ນເປັນຄະນະບໍລິຫານງານ. ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ໂອ້ລົມ ແລະ ເນັ້ນໃຫ້ຄະນະຊາວໜຸ່ມຊຸດໃໝ່ເອົາໃຈໃສ່ບັນຫາທີ່ເກີດຂຶ້ນທາງສື່ສັງຄົມອອນລາຍໃນປັດຈຸບັນ ຈາກການລະບາດຂອງພະຍາດໂຄວິດ – 19 ກໍມີບັນຫາຕ່າງໆເກີດຂຶ້ນໃຫ້ຊາວໜຸ່ມພວກເຮົາຕ້ອງໄດ້ເບິ່ງ, ຮູ້ວິເຄາະ ແລະ ໄຈ້ແຍກຫາມາດຕະການທີ່ຊັດເຈນໃນການແກ້ໄຂບັນຫາ, ພ້ອມສືບຕໍ່ເປັນແກ່ນນຳຂອງຊາວໜຸ່ມກະຊວງ ແລະ ສືບຕໍ່ນຳພາສ້າງຜົນງານໃຫ້ລື່ນ ຊຸດທີ III ຜ່ານມານຳອີກ.