ສະຫວັນນະເຂດ ເກັບລາຍຮັບໄດ້ 629 ຕື້ກີບ

145

ປີ 2020 ແຂວງສະຫວັນນະເຂດ ໄດ້ຮັບຕົວເລກການເກັບລາຍຮັບທັງໝົດ 1.618,14 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ສາມາດເກັບລາຍຮັບໄດ້ 629,55 ຕື້ກີບ ເທົ່າກັບ 38,91% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາ ຫຼຸດລົງ 2,94%. ຕາມການລາຍງານຂອງ ທ່ານ ແສນສັກ ສຸລິສັກ ວ່າການຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ I ເຊິ່ງໄຂຂຶ້ນໃນລະຫວ່າງວັນທີ 22 – 24 ກໍລະກົດ 2020 ໃຫ້ຮູ້ວ່າ: ແຜນລາຍຮັບງົບປະມານທັງໝົດທີ່ສະພາປະຊາຊົນແຂວງຮັບຮອງ ສຳລັບປີ 2020 ມີທັງໝົດ 1.618,14 ຕື້ກີບ, ໃນນັ້ນ: ພູດສູນກາງ 854,27 ຕື້ກີບ, ພູດຂອງທ້ອງຖິ່ນ 763,86 ຕື້ກີບ.


ລະອຽດລາຍຮັບທີ່ເປັນພູດຂອງທ້ອງຖິ່ນ ມີດັ່ງນີ້: ລາຍຮັບຈາກສ່ວຍສາອາກອນ 740 ຕື້ກີບ. ໃນນີ້, ມີລາຍຮັບວິຊາການ 38,5 ຕື້ກີບ, ລາຍຮັບຈາກຊັບສິນຂອງລັດ 23,86 ຕື້ກີບ, ໃນນີ້ມີລາຍຮັບຈາກຄຸ້ມຄອງວິສາຫະກິດ ແລະ ປະກັນໄພ 367 ລ້ານກີບ. ສ່ວນແຜນລາຍຈ່າຍມີທັງໝົດ 854,34 ຕື້ກີບ ເຊິ່ງແຕ່ລະລາຍຈ່າຍປະກອບມີ: ລາຍຈ່າຍປົກກະຕິ ແລະ ວິຊາການ 774,56 ຕື້ກີບ, ລາຍຈ່າຍເງິນລົງທຶນ 79,7 ຕື້ກີບ. ສຳລັບການເກັບລາຍຮັບງົບປະມານ 6 ເດືອນຕົ້ນປີ 2020 ທົ່ວແຂວງສາມາດເກັບລາຍຮັບໄດ້ 629,55 ຕື້ກີບ ເທົ່າກັບ 38,91% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາ ຫຼຸດລົງ 2,94%. ລະອຽດມີດັ່ງນີ້: ລາຍຮັບພູດຂອງສູນກາງ ປະຕິບັດຢູ່ແຂວງໄດ້ 368,89 ຕື້ກີບ ເທົ່າກັບ 43,18% ຂອງແຜນການປີ, ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 4,88%. ໃນນີ້, ລາຍຮັບຈາກພາສີ 365,68 ຕື້ກີບ ເທົ່າກັບ 43,02% ຂອງແຜນການປີ, ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 4,67%.


ສຳລັບພູດຂອງທ້ອງຖິ່ນປະຕິບັດໄດ້ 260,66 ຕື້ກີບ ເທົ່າກັບ 34,12% ຂອງແຜນການ ປີ, ທຽບໃສ່ໄລຍະດຽວກັນ ຫຼຸດລົງ 12,19%. ໃນນີ້, ລາຍຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 249,56 ຕື້ກີບ ເທົ່າກັບ 33,74% ຂອງແຜນການປີ, ທຽບໃສ່ໄລຍະດຽວ ຫຼຸດລົງ 11,96%, ສ່ວນລາຍຮັບຈາກຊັບສິນລັດ ປະຕິບັດໄດ້ 11,01 ຕື້ກີບ ເທົ່າກັບ 46,05% ຂອງແຜນການປີ, ທຽບໃສ່ໄລຍະດຽວ ຫຼຸດລົງ 17,17% ( ໃນລາຍຮັບຂ້າງເທິງນີ້ມີລາຍຮັບຄ່າບໍລິການວິຊາການຈົດຮັບ ຈຳນວນ 10,34 ຕື້ກີບ ເທົ່າກັບ 26,86% ຂອງແຜນການປີ ).


ສຳລັບລາຍຈ່າຍປະຈຳ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 324,31 ຕື້ກີບ ເທົ່າກັບ 37,96% ຂອງແຜນການປີ. ໃນນັ້ນ, ໄດ້ຈັດສັນລາຍຈ່າຍໄປຕາມບຸລິມະສິດຂອງລັດຖະບານ ລາຍລະອຽດດັ່ງນີ້: ຈ່າຍເງິນເດືອນ ແລະ ເງິນອຸດໜູນ 279,60 ຕື້ກີບ, ຈ່າຍເງິນນະໂຍບາຍ ແລະ ຊ່ວຍໜູນ 20,37 ຕື້ກີບ, ຈ່າຍບໍລິຫານ 12,27 ຕື້ກີບ, ຈ່າຍດັດສົມ – ສົ່ງເສີມ 3,13 ຕື້ກີບ, ຈ່າຍເງິນແຮ 0,74 ຕື້ກີບ, ຈ່າຍຊື້ສົມບັດຮັບໃຊ້ບໍລິຫານ 0,08 ຕື້ກີບ, ຈ່າຍລົງທຶນຂອງລັດ 8,12 ຕື້ກີບ.
ໃນລາຍຈ່າຍຂ້າງເທິງນີ້ ລວມມີລາຍຈ່າຍຄ່າບໍລິການວິຊາການ ຈົດຮັບ – ຈົດຈ່າຍ 8,14 ຕື້ກີບ. ສຳລັບການປະຕິບັດລາຍຈ່າຍ 6 ເດືອນຕົ້ນປີ 2020 ແມ່ນປະຕິບັດຕາມແຈ້ງການສະບັບເລກທີ 1037/ກງ ລົງວັນທີ 11 ເມສາ 2020 ວ່າດ້ວຍການຈັດບຸລິມະສິດລາຍຈ່າຍ ແລະ ການຕັດເງິນພາກ 63 ລົງ 10% ເທົ່າກັບ 2,12 ຕື້ກີບ. ສ່ວນການດຸນດ່ຽງຈາກສູນກາງ ໃນ 6 ເດືອນຕົ້ນປີ, ສູນກາງໄດ້ດຸນດ່ຽງມາໃຫ້ແຂວງແລ້ວ 46,65 ຕື້ກີບ.