ເຊກອງຄຸມເຂັ້ມລົງກວດສິນຄ້າໝົດອາຍຸ ພົບຫຼາຍກວ່າ 80ລາຍການ

122

ເພື່ອເປັນການປົກປ້ອງຜູ້ຊົມໃຊ້ ໃຫ້ໄດ້ນໍາໃຊ້ ຫຼື ບໍລິໂພກສິນຄ້າທີ່ໄດ້ຄຸນນະພາບສົມກັບລາຄາ ພ້ອມເຮັດໃຫ້ວຽກງານຄຸ້ມຄອງສິນຄ້າເຂົ້າຕາມລະບຽບ ຖືກຕ້ອງຕາມຂັ້ນເທິງກໍານົດ ພະແນກສາທາແຂວງເຊກອງ ໄດ້ລົງເຄື່ອນໄຫວກວດກາສິນຄ້າອາຫານສົດ ແລະ ອາຫານສໍາເລັດຮູບ ພົບ ສິນຄ້າໝົດອາຍຸ ຫຼາຍກວ່າ 80​ລາຍການ.

ໃນລະຫວ່າງວັນທີ 22-24 ກໍລະກົດ 2020, ພະແນກສາທາລະນະສຸກແຂວງເຊກອງ ນໍາໂດຍທ່ານ ສີກອນ ພົມມະໄລລຸນ, ທ່ານ ເພັດສະໝອນ ແພງສຸລິພັນ ຮອງຫົວໜ້າຂະແໜງອາຫານ ແລະ ຢາ ແຂວງເຊກອງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງອາຫານ ແລະ ຢາຂັ້ນແຂວງ ໄດ້ພ້ອມກັນລົງເຄື່ອນໄຫວກວດກາສິນຄ້າອາຫານສົດ ແລະ ອາຫານສໍາເລັດຢູ່ຕະຫຼາດເທສະບານແຂວງ ແລະ ຕະຫຼາດຊຸມຊົນບ້ານເຊນໍ້ານ້ອຍ.

ທ່ານ ສີກອນ ພົມມະໄລລຸນ ຮອງຫົວໜ້າຂະແໜງອາຫານ ແລະ ຢາແຂວງເຊກອງ, ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານການລົງກວດກາຮ້ານອາຫານສົດ ແລະຮ້ານອາຫານສໍາເລັດຮູບຂາຍຍົກ-ຍ່ອຍຢູ່ຕະຫຼາດເທສະບານແຂວງ ແລະ ຕະຫຼາດຊຸມຊົນບ້ານເຊນໍ້ານ້ອຍເມືອງລະມາມໃນໜຶ່ງອາທິດຜ່ານມາ ສາມດກວດກາໄດ້ທັງໝົດ 37 ຮ້ານ, ໃນນີ້ຮ້ານອາຫານສົດ 4 ຮ້ານ (ບໍ່ພົບສານປົນເປື້ອນ) ແລະ ຮ້ານອາຫານສໍາເລັດຮູບ 33 ຮ້ານ, ພົບເຫັນສິນຄ້າໝົດອາຍຸການນໍາໃຊ້ 25 ຮ້ານລວມມີ 88 ລາຍການຄິດເປັນມູນຄ່າ 6 ລ້ານກວ່າກີບ, ຊຶ່ງສິນຄ້າດັ່ງກ່າວແມ່ນໄດ້ຍຶດ ແລະ ທໍາລາຍຖິ້ມກັບທີ່.

ທັງນີ້ ກໍ່ເພື່ອແນໃສ່ເຮັດໃຫ້ວຽກງານປົກປ້ອງຜູ້ຊົມໃຊ້ ເປັນໄປຕາມແຜນການທີ່ວາງໄວ້ ແລະ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບຫຼັກການ ແລະ ເພື່ອບໍ່ໃຫ້ຜູ້ຊົມໃຊ້ ໄດ້ບໍລິໂພກສິນຄ້າໝົດອາຍຸການນໍາໃຊ້ດັ່ງກ່າວ ເພື່ອຫຼີກລ່ຽງບໍ່ໃຫ້ເກີດອັນຕະລາຍຕໍ່ຊີວິດ ແລະຊັບສິນ.