26 ກໍລະກົດ ບໍ່ພົບຜູ້ຕິດເຊື້ຶອໂຄວິດ-19 ເພີ່ມ ແຕ່ຮຽກຮ້ອງທຸກຄົນປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ

229

ກ່ອນໜ້ານີ້ ສປປ ລາວ ໄດ້ຟັງຂ່າວດີມາຕະຫຼອດເປັນເວລາ 3ເດືອນກວ່າ ທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ກໍ່ຕ້ອງມາສະດຸດ ເມື່ອວັນທີ 24 ກໍລະກົດ ສາທາອອກມາຖະແຫຼງພົບຜູ້ຕິດເຊື້ອໂຄວິດ-19 ໃນລາວ 1 ​ກໍລະນີ ແຕ່ກໍ່ຍັງເປັນຂ່າວດີທີ່ຍັງມີການແຜ່ເຊື້ອ, ຫຼ້າສຸດ 26 ກໍລະກົດ ຫຼັງກວດ 374 ຕົວຢ່າງ ຜົນກວດລ້ວນເປັນລົບ ໝາຍຄວາມວ່າຍັງບໍ່ພົບຜູ້ຕິດເຊື້ອພະຍາດດັັ່ງກ່າວເພີ່ມ.

ວັນທີ 27 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາ
ທາລະນະສຸກ ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ວ່າ: ຮອດເວລາ 5 ໂມງແລງ ຂອງວັນທີ 26 ກໍລະກົດ 2020 ຈາກການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.544 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານ ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 26 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 374 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 42 ຄົນ, ແຮງງານຈີນ 308 ຄົນ, ແຮງງານຫວຽດນາມ 02 ຄົນ ແລະ ບຸກຄົນທົ່ວ
ໄປທີ່ບໍ່ມີອາການ 22 ຄົນ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 26 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 26 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 25.875 ຕົວຢ່າງ, ກວດພົບເຊື້ອສະສົມ 20 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ອີງໃສ່ສະພາບການຂອງໂລກ ມີຫຼາຍປະເທດ ຍັງມີການລະບາດເປັນວົງກ້ວາງ ມີຜູ້ຕິດເຊື້ອ ແລະ ເສຍຊີວິດປະຈຳວັນ ເປັນຈຳນວນຫຼາຍ; ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນເປັນທີ່ສຸດ, ການວາງມາດຕະການຫຼາຍໆຢ່າງ ແມ່ນເພື່ອຫຼຸດຜ່ອນ ແລະ ຢັບຢັ້ງການລະບາດແຜ່ລາມຂອງພະຍາດ; ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຮ່ວມແຮງຮ່ວມໃຈກັນສືບຕໍ່ເປັນເຈົ້າການ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ: ການໃສ່ຜ້າປິດປາກ-ດັງ ເວລາອອກໄປຊຸມຊົນ ບ່ອນແອອັດທີ່ມີຜູ້ຄົນໜາແໜ້ນໃກ້ຊິດກັນ, ການປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ, ການລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື, ແທກອຸນຫະພູມຮ່າງກາຍ, ການປະຕິບັດຫຼັກການອະນາໄມ.