ອົງການ Koica ສືບຕໍ່ໃຫ້ການຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ເມືອງ ສະໜາມໄຊ

171

ອົງການຮ່ວມມືສາກົນ ແຫ່ງປະເທດ ສ ເກົາຫຼີ (KOICA) ໄດ້ສະໜອງການຊ່ວຍເຫຼືອດ້ານກະສິກຳຫຼາຍຢ່າງ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ເພື່ອສືບຕໍ່ການຟື້ນຟູຊີວິດການເປັນຢູຂອງປະຊາຊົນທີ່ຖືກກະທົບຈາກເຫດຄູກັນນ້ຳເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກ ແລະ ເຂົາເຈົ້າກໍ່ຍັງອາໄສຢູ່ໃນ 5 ສູນພັກຊົ່ວຄາວຢູ່ ເຊິ່ງໄດ້ຮັບການສະໜັບສະໜູນຊ່ວຍເຫືອດ້ານກະສິກໍາ ຈາກອົງການຮ່ວມມືສາກົນ ແຫ່ງປະເທດ ສ ເກົາຫຼີ (KOICA) ຢ່າງຕໍ່ເນື່ອງ.

ທ່ານ ເກດສະໜາ ປັນຕະຍານົນ ຜູ້ປະສານງານໂຄງການ Koica ລາຍງານໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ເພື່ອປະກອບສ່ວນໃຫ້ແກ່ການ ແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນຜູ້ປະສົບໄພພິບັດ ທີ່ຢູ່ໃນສູນພັກຊົ່ວຄາວດັ່່ງກ່າວໄດ້ມີການພັດທະນາ ໂດຍເລັ່ງໃສ່ການປູກຝັງ, ການລ້ຽງສັດ ພັດທະນາ ຜະລິດກຳສິກຳ ຮັບປະກັນສະບຽງ ອາຫານ, ການຜະລິດ ເປັນສິນຄ້າແກ້ຄວາມທຸກຍາກ ແລະ ພັດທະນາ ໃຫ້ໄດ້ຕາມ ແຜນການກຳນົດໄວ້ນັ້ນ ເຊິ່ງມາຮອດປັດຈຸບັນ ໂຄງການ Koica ໄດ້ສືບຕໍ່ນຳເອົາການຊ່ວຍເຫລືອ ແລະ ສະໜອງການຜະລິດດ້ານກະສິກຳໃຫ້ແກ່ປະຊາຊົນ ລວມມີ 353 ຄອບຄົວ ທີ່ຢູ່ໃນ 5 ສູນພັກຊົ່ວຄາວ.

ດ້ານການສະໜອງຫຼ້າສຸດ ປະກອບມີຄື: ອ່າງລ້ຽງປາດຸກແບບເຂື່ອນທີ່ 28 ອ່າງມີ 28 ຄອບຄົວ, ອຸປະກອນລ້ອມຮົ້ວ (ໜາມໝາກຈັບ, ຫລັກຮົ້ວ ແລະ ຕະປູ) ໃຫ້ 28 ຄອບຄົວ ໃນ 1,2 ເຮັກຕາ, ສະໜອງ ແນວພັນຫຍ້າຫວ່ານ ຈຳນວນ 1.600 ່ຖ່ອນ, ມີ 28 ຄອບຄົວ ປູກເປັນຕົວແບບໃນເນື້ອທີ່ 1,2 ເຮັກຕາ ເທົ່າກັບ 400 ແມັດກາເລຕໍ່ຄອບຄົວ, ສະໜອງລູກປາດຸກ ຈຳນວນ 16.800 ໂຕ ມີ 28 ຄອບຄົວ ສະເລ່ຍ 600 ໂຕ ຕໍ່ຄອບຄົວ, ສະໜອງກ້ອນເຫັດນາງຟ້າສຳເລັດຮູບໃຫ້ຊາວບ້ານ ຈຳນວນ 5.326 ເປົ້າ ມີ 19 ຄອບຄົວ, ມອບອ່າງລ້ຽງປາແບບເຂື່ອນທີ່ຈຳນວນ 28 ຄອບຄົວ ແລະ ສະໜອງແນວພັນເຂົ້າປູກ ຈຳນວນ 24ໂຕນ ມີ 535 ຄອບຄົວ ສະເລ່ຍ 70 ກິໂລ ຕໍ່ຄອບຄົວ ລວມງົບປະມານທັງໝົດໃນຄັ້ງນີ້ 310 ລ້ານກີບ.

ທ່ານ ຍັງໃຫ້ຮູ້ຕື່ມອີກວ່າ ໃນຕະຫຼອດໄລຍະທີ່ຜ່ານມາອົງການຮ່ວມມືສາກົນ ແຫ່ງປະເທດ ສ ເກົາຫຼີ (KOICA) ໄດ້ໃຫ້ການຊ່ວຍເຫຼືອດ້ານກະສິກຳ ປະກອບສ່ວນເຂົ້າໃນການຜະລິດຟື້ນຟູຊີວິດການເປັນຢູ່ ຂອງຊາຊົນທີ່ຖືກກະທົບ ທັງໝົດ ມີຈໍານວນ: 322.313 $ ເຊິ່ງໂຄງການໄດ້ເລີ່ມປະຕິບັດງານ ມາແຕ່ເດືອນ 3/2020 ລວມມີບັນດາໜ້າວຽກ ເປັນຕົ້ນ: ວຽກກະກຽມໂຄງການ, ພື້ນທີ່ ແລະ ຄັດເລືອກຜູ້ຈັດຊື້ ລວມມີ 4 ກິດຈະກຳ, ການສະໜອງສັດອຸປະກອນ ແລະ ຢາວັກຊິນຕ່າງໆ, ການສະໜອງແນວພັນໄກ່ – ປາ, ຝຶກອົບຮົມ ສ້າງຄວາມເຂັ້ມແຂງໃນພະນັກງານແຂວງ, ເມືອງ ແລະ ຊາວບ້ານເປົ້າໝາຍ, ກວດກາຕິດຕາມປະເມີນຜົນ ເຊິ່ງໂຄງການນີ້ ປະກອບມີ 24 ກິດຈະກຳຍ່ອຍ ແລະ ກິດຈະກຳອື່ນໆອີກດ້ວຍ.

ໂດຍ: ເທວາ