ຮ່ວມສໍາຜັດເກຍອໍນິວ ເຊວໂທສ ໃນງານວຽງຈັນ ເຊັນເຕີ ມໍເຕີໂຊ 2020

286

ງານວາງສະແດງລົດ ວຽງຈັນເຊັນເຕີມໍເຕີໂຊ 2020 ເປີດສາກຂຶ້ນໃນວັນທີ 25 ກໍລະກົດເຖິງ 2 ສິງຫາ 2020 ທີ່ສູນການຄ້າວຽງຈັນເຊັນເຕີ ໃນງານມີບັນດາຄ້າຍລົດຕ່າງໆເຂົ້າຮ່ວມ 8 ຄ້າຍ ນໍາລົດລຸ້ນໃໝ່ເຂົ້າຮ່ວມຢ່າງຄຶກຄື້ນ ເຊິ່ງໃນນັ້ນກຸ່ມບໍລິສັດໂຄລາວ ກໍນໍາລົດໃໝ່ເຂົ້າຮ່ວມຫຼາຍລຸ້ນ ເຊິ່ງມື້ນີ້ເຮົາຈະມານໍາສະເໜີລົດໃໝ່ລຸ້ນຫຼ້າສຸດທີ່ຫາກໍເປີດໂຕໄປໃນເດືອນຜ່ານມາ ຢ່າງ All NEW SELTOS ເປັນລົດ ເອັສຢູວີ ຂະໜາດນ້ອຍທີ່ສາມາດຕອບໂຈດໄດ້ທຸກລຸ້ນທຸກໄວ.


All NEW SELTOS ມີຂະໜາດຄວມຍາວ 4.315 ມິນລີແມັດ ຄວາມກວ້າງ 1.800 ມິນລີແມັດ ຄວາມສູງຈາກພື້ນ 1.620 ມິນລີແມັດ ຖານລໍ້ 2.610 ມິນລີແມັດ. ສໍາລັບການອອກແບບພາຍນອກຖືກອອກແບບມາໂດດເດັ່ນ ສະຕາຍສະປອດ ພ້ອມສີສັນທີ່ສົດໃສ ທີ່ສໍາຄັນມາພ້ອມລະບົບ GT line ຄັ້ງທໍາອິດໃນ ສປປ ລາວ ເຊິ່ງຈະເຫັນລັກສະນະໂດດເດັ່ນເປັນຂອບສີແດງຢູ່ບໍລິເວນຕ່າງໆຮອບຄັນ ບົ່ງບອກຄວາມເປັນເອກະລັກສະເພາະ.


ສ່ວນດ້ານໃນອອກແບບມາຫຼູຫຼາສວຍງາມສຸດໆ; ເບາະນັ່ງລະບາຍອາກາດ ພ້ອມພັບເກັບໄດ້ 8 ທິດທາງ. ລະບົບປັບອາກາດແບບອັດຕະໂນມັດ ພ້ອມບ່ອນວາງແຂນທີ່ສາມາດພັບເກັບໄດ້, ດ້ານຫຼັງເບື້ອງຜູ້ໂດຍສານມີແອດ້ານຫຼັງ ມາພ້ອມກັບບ່ອນສາກໂທລະສັບ, ທີ່ເດັ່ນສຸດຂອງລົດລຸ້ນນີ້ມາພ້ອມເກັບແສງອາລົມສຽງທີ່ແສງໃນລົດສາມາດປັບປ່ຽນໄປຕາມຈັງຫວະເພງໄດ້ຫຼາຍສີສັນ.


ເຄື່ອງຈັກ, ລົດລຸ້ນນີ້ມາພ້ອມກັບແຮງມ້າ 123ps ແຮງບິດສູງສຸດ 15.4kgf.m ແລະ ເກຍແບບ 6 ສະປີດ, ທີ່ສໍາຄັນມາພ້ອມໂໝດການຂັບຂີ່ທີ່ຕອບໂຈດການໃຊ້ງານເທິງສະພາບຖະໜົນຕ່າງໆຂອງບ້ານເຮົາ.
ດ້ານໜ້າຂອງລົດສວຍງາມແຂງແກ່ນ ໂດດເດັ່ນດ້ວຍໄຟ LED ພາຍໃນສະຫງ່າງາມ ໜ້າຈໍສໍາຜັດຂະໜາດໃຫຍ່ 8ນິ້ວ ພ້ອມພາບທີ່ຄົມຊັດທີ່ຮອງຮັບລະບົບ Andirod auto ແລະ apple car play ພ້ອມລະບົບການເຊື່ອມຕໍ່ບລູທູດ. ນອນນັ້ນ, ຍັງມີອັອບຊັນຕ່າງໆທີ່ທັນສະໄໝບໍ່ວ່າຈະເປັນ Head Up display ສະແດງອັດຕາເລັ່ງດ້ວຍແສງເລເຊີ ເທິງໜ້າແວ່ນລົດ ໃຫ້ຄວາມສະດວກສະບາຍໃນການເບິ່ງເຫັນໃນເວລາຂັບຂີ່ ເພື່ອ ຄວາມປອດໄພ. ນອກນັ້ນ, ຍັງມີລະບົບ Wireless charge ຫຼື ການສາກໂທລະສັບແບບໄຮ້ສາຍ ( ທີ່ຮອງຮັບໂທລະສັບບາງລຸ້ນ ) ແລະ ສຸດທ້າຍແມ່ນລະບົບແສງທີ່ປ່ຽນຕາມຈັງຫວະດົນຕີຄືດັ່ງທີ່ກ່າວມາຂ້າງເທິງ.


ລົດລຸ້ນນີ້ມີສີດ້ວຍລະບົບສີແບບໂທນດຽວລ້ວນ ແລະ ແບບ 2 ໂທນສີປະສົມປະສານກັນ ເຊິ່ງລະບົບສີແບບໂທນດຽວ ໄດ້ແກ່:
1. ກາເລັກເຊຍ ໄວພຽວ ( Glacier White Pearl )
2. Steel Silver ( ສະຕິວ ຊິວເວີ ), Gravity Gray ( ກາວີຕີ ເກລ )
3. ອໍລ້າ ເບັກພຽວ ( Aurora Black Pearl )
ສ່ວນສີແບບ 2 ໂທນສີ ໄດ້ແກ່:
1. ອໍລ້າ ເບັກພຽວ ( Aurora Black Pearl ) ປະສົມກັບ ກາເລັກເຊຍ ໄວພຽວ ( Glacier white pearl )
2. ອໍລ້າ ເບັກພຽວ ( Aurora Black Pearl ) + ອິນເທັນ ເລດ ( Intense Red )
ຜູ້ທີ່ສົນໃຈສາມາດເຂົ້າເລາະຊົມພາຍໃນງານໄດ້.