ວັກແຊັງຕ້ານໂຄວິດ ຂອງໄຊໂນຟາມ ພ້ອມນຳໃຊ້ໃນທ້າຍປີນີ້

101

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກ ບໍລິສັດ ໄຊໂນຟາມາຊູຕີຄັລ ກຣຸບ ຫຼື ໄຊໂນຟາມ ເຊິ່ງເປັນຜູ້ພັດທະນາວັກແຊັງຕ້ານໂຄວິດ – 19 ຂອງ ສປ ຈີນ ລະບຸວ່າ: ວັກແຊັງຕ້ານໂຄວິດ – 19 ທີ່ບໍລິສັດ ໄຊໂນຟາມ ເປັນຜູ້ພັດທະນາອາດຈະໄດ້ນຳໃຊ້ໃນທ້າຍປີນີ້.

ທັງນີ້, ບໍລິສັດໄຊໂນຟາມ ໄດ້ຜະລິດວັກແຊັງຕ້ານໂຄວິດ – 19 ສອງຊະນິດ ເຊິ່ງເມື່ອເດືອນມິຖຸນາຜ່ານມາ ບໍລິສັດດັ່ງກ່າວເຄີຍອອກມາຖະແຫຼງຂ່າວວ່າ ວັກແຊັງທີ່ບໍລິສັດພັດທະນາອາດຈະໄດ້ນຳໃຊ້ໃນຕົ້ນປີ 2021 ເນື່ອງຈາກວ່າຜູ້ຕິດເຊື້ອໃນ ສປ ຈີນ ໜ້ອຍລົງ ຈຶ່ງຍາກທີ່ຈະຊອກຫາອາສາສະໝັກມາທົດລອງວັກແຊັງດັ່ງກ່າວ.

ແນວໃດກໍຕາມ, ຈີນ ໄດ້ຍ້າຍໄປທົດລອງຢູ່ຕ່າງປະເທດຈົນເຮັດໃຫ້ວັກແຊັງດັ່ງກ່າວຢູ່ໃນຂັ້ນຕອນການທົດລອງກັບຄົນໄລຍະສຸດທ້າຍແລ້ວ ໂດຍໄດ້ທົດລອງກັບອາສາສະໝັກ ຈຳນວນ 15 ພັນຄົນ ໃນອາຣັບເອເມເຣັດ, ໃນຂະນະທີ່ວັກແຊັງອີກຊະນິດໜຶ່ງທີ່ຜະລິດໂດຍໄຊໂນແວັກ ໄວໂອເທັກ ເຊິ່ງໄດ້ໃຊ້ເຕັກໂນໂລຊີດຽວກັນນີ້ ກໍກຳລັງທົດລອງໄລຍະທີ່ສຸດທ້າຍກັບອາສາສະໝັກຢູ່ບຣາຊິນ ເຊັ່ນດຽວກັນ.